ທ່ານ ບົວວັນ ຣາສີ ໄດ້ຮັບ ລາງວັນ
ສຸພັດຕາ
2019.03.18
2019.03.18

ທ່ານ ບົວວັນ ຣາສີ ຊາວລາວ-ອະເມຣິກັນ ເປັນຜູ້ນຶ່ງ ທີ່ໄດ້ຮັບ ລາງວັນ Lifetime Achievement Award 2019 ຫລື ລາງວັນ ໃນ ຜົນສຳເຣັດ ຕລອດຊິວິດ) ຈາກອົງການ ເອເຊັຽ ປາຊິຝິກ. ກ່ຽວກັບ ລາງວັນ ທີ່ ທ່ານໄດ້ຮັບ ນີ້, ມີຄວາມໝາຍສຳຄັນ ຢ່າງໃດນັ້ນ, ສຸພັດຕາ ມີບົດສຳພາດ ມາສເນີທ່ານ ເຊີນຮັບຟັງໄດ້.
ຈາກປະສົພການ 25 ປີ ຂອງການສ້າງຕັ້ງ ສະຖາບັນສຶກສາຣາສີ ສອນເພື່ອເສັງເອົາສັນຊາດອະເມຣິກັນ ຂອງ ທ່ານ ບົວວັນ ຣາສີ ແລະ ໄດ້ຊ່ອຍເຫຼືອຄົນ ໃຫ້ໄດ້ສັນຊາດມາແລ້ວ 1,776 ຄົນ, ຈົນອົງການ ເອເຊັຽປາຊີຝິກ ຫຼື APAC ເຫັນເຖິງຄວາມສໍາຄັນ ຂອງສະຖາບັນນີ້ ທີ່ມີບົດບາດ ໃນສັງຄົມລາວ, ວຽດນາມ ແລະ ເອເຊັຽໂດຍເພາະ, ສະນັ້ນ ໃນປີ 2019 ນີ້ ທ່ານ ບົວວັນ ຈຶ່ງເປັນຜູ້ສອງ ທີ່ໄດ້ຮັບລາງວັນ ອັນຊົງກຽດ Lifetime Achievement Award (ຫຼືລາງວັນ ຜົນສໍາເຣັດຕລອດຊີວິດ),