ພັນທະມິດ ສລອງ 10 ປີ ການກໍ່ຕັ້ງ

ຈຳ​ປາ​ທອງ
2019.10.23
F-Bounthone-19-10 ອົງການພັນທະມິດ ເພື່ອປະຊາທິປະໄຕ ໃນລາວ ທີ່ມີສູນກາງ ຢູ່ເຢັຽຣະມັນ ສ​ລອງ ຄົບຮອບ 10 ປີ ທີ່ກຸງປາຣີສ ປະເທດຝຣັ່ງເສດ ໃນມື້ວັນທີ 12 ຕຸລາ 2019
ຮູບ​ພາ​ບ: ພັນທະມິດ ເພື່ອປະຊາທິປະໄຕ ໃນລາວ

ກອງປະຊຸມຫຼວງ ຂອງພັນທະມິດ ເພື່ອປະຊາທິປະໄຕ ໃນລາວ, ທີ່ມີສູນກາງ ຢູ່ປະເທດເຢັຽຣະມັນ, ແລະ ງານຣາຕຣີສະໂມສອນ ສລອງ ວັນສ້າງຕັ້ງ ອົງການພັນທະມິດ ຄົບຮອບ 10 ປີ ໄດ້ຖືກຈັດຂຶ້ນ ຢູ່ກຸງປາຣີສ ປະເທດຝຣັ່ງເສດ ໃນມື້ວັນທີ 12 ຕຸລາ 2019 ຊຶ່ງ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ທີ່ໄດ້ຮັບ ການເລືອກຕັ້ງ ເປັນປະທານອົງການ ຕື່ມອີກສມັຍນຶ່ງ ຄື ສມັຍທີ 4 ນັ້ນ ສລຸບວ່າ ໃນໄລຍະ 10 ປີ ທີ່ເຄື່ອນໄຫວ ວຽກງານການເມືອງ ເພື່ອເຮັດໃຫ້ ປະເທດລາວ ເປັນເຈົ້າຕົນເອງ ແລະ ປະຊາຊົນລາວ ມີສິດ, ເສຣີພາບ ແລະ ປະຊາທິປະໄຕ, ມີສ່ວນຮ່ວມ ໃນການພັທນາ ປະເທດນັ້ນ, ພັນທະມິດ ເພື່ອປະຊາທິປະໄຕ ໃນລາວ ໄດ້ປະກອບສ່ວນ ຫຼາຍຢ່າງ ເຂົ້າໃນພາຣະກິດ ດັ່ງກ່າວ ຮວມທັງ ການເຮັດໃຫ້ ສປປລາວ ບໍ່ໄດ້ເປັນສະມາຊິກ ໃນສະພາສິດທິມະນຸດ ສະຫະປະຊາຊາດ ຍ້ອນຜູ້ນຳ ພັກປະຊາຊົນ ປະຕິວັດລາວ ທີ່ຜະເດັດການ ຜູກຂາດອຳນາດພັກດຽວ ຍັງຣະເມີດສິດ, ເສຣີພາບ ແລະ ປະຊາທິປະໄຕ ຢ່າງຮ້າຍແຮງ.

ດຣ. ບຸນທອນ ຈັນທະລາວົງ-ວີເຊີ ໃຫ້ສັມພາດ ວິທຍຸເອເຊັຽເສຣີ ພາຍຫລັງ ກອງປະຊຸມຫລວງ ແລະ ງານຣາຕຣີ ສະໂມສອນ ສລອງ ວັນຄົບຮອບ 10 ປີ ຂອງ ພປລ ນັ້ນວ່າ:

(ສຽງ​ສັມ​ພາດ)

ພັນທະມິດ ເພື່ອປະຊາທິປະໄຕ ໃນລາວ ພາຍໃຕ້ ການນຳ ຂອງດຣ. ບຸນທອນ ຈັນທະລາວົງ-ວີເຊີ ທີ່ໄດ້ຮັບການເລືອກຕັ້ງ ເປັນປະທານ ຕື່ມອີກສມັຍນຶ່ງ ຍຶດໝັ້ນ ຢູ່ໃນການຕໍ່ສູ້ ເພື່ອເປົ້າໝາຍ ຄືດັ່ງກ່າວ ທີ່ໄດ້ເຄື່ອນໄຫວ ໃນ 10 ປີຜ່ານມາ ແລະ ມີນະໂຍບາຍ ປະສານງານ ກັບອົງການ ຈັດຕັ້ງຕ່າງໆ ຂອງລາວ ທັງຢູ່ພາຍໃນ ແລະ ນອກປະເທດ ທີ່ມີນະໂຍບາຍ ຄ້າຍຄືກັນນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.