ສັມພາດທ່ານ ອຸດົງ ກ່ຽວກັບ ໂຄວິດ-19

ທ່ານ ອຸດົງ ໄຊຊະນະ(ກາງ) ຮ່ວມກັບ ຄນະປະສານງານ ຂອງກອງປະຊຸມ ທ້ອນໂຮມ ຊຸມຊົນຊາວລາວ ໃນຕ່າງແດນ ຈະຈັດຂຶ້ນ ໃນວັນເສົາ ທີ 28 ຕຸລາ 2017
ທ່ານ ອຸດົງ ໄຊຊະນະ(ກາງ) ຮ່ວມກັບ ຄນະປະສານງານ ຂອງກອງປະຊຸມ ທ້ອນໂຮມ ຊຸມຊົນຊາວລາວ ໃນຕ່າງແດນ ຈະຈັດຂຶ້ນ ໃນວັນເສົາ ທີ 28 ຕຸລາ 2017 (RFA/Oudong)

0:00 / 0:00

ຣັຖວໍຊິງຕັນ ເປັນຣັຖທີ່ມີ ຄົນຕິດເຊື້ອພຍາດໂຄວິດ-19 ຣາຍທໍາອິດ ຢູ່ສະຫະຣັຖອາເມຣິກາ, ແຕ່ມາໃນປັດຈຸບັນ ການຣະບາດ ຂອງເຊື້ອພຍາດນີ້ ກໍບໍ່ຮ້າຍແຮງ ຄືກັນກັບຢູ່ຫຼາຍ ຣັຖ ເຊັ່ນ ຄາລີຟໍເນັຽ, ເທັກຊັສ, ຟລໍຣິດ້າ, ນິວຢ໋ອກ, ດັ່ງທີ່ທ່ານ ອຸດົງ ໄຊຊະນະ, ຜູ້ທີ່ໄດ້ພົວພັນ ແລະ ຊ່ອຍເຫຼືອຊຸມຊົນລາວ ທີ່ຣັຖວໍຊິງຕັນ ມາຕັ້ງແຕ່ປີ 1976 ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 20 ກໍຣະກະດາ ຜ່ານມາວ່າ: "ສຽງສັມພາດ"

ຕາມຂໍ້ມູນ ຈາກສູນຄວບຄຸມ ແລະ ປ້ອງກັນພຍາດຕິດຕໍ່ ຫຼື CDC ຂອງສະຫະຣັຖອາເມຣິກາ, ຜູ້ທີ່ຕິດ ເຊື້ອພຍາດໂຄວິດ-19 ມີອາການຫຼາຍຢ່າງ ທັງບໍ່ຮຸນແຮງ ແລະ ເຈັບປ່ວຍຮຸນແຮງ. ອາການທີ່ວ່ານີ້ ອາຈປາກົດໃຫ້ເຫັນ ໃນ 2 ມື້ຫາ 14 ມື້ ຫຼັງຈາກຕິດເຊື້ອພະຍາດນີ້ແລ້ວ.

ຜູ້ມີອາການ ດັ່ງລຸ່ມນີ້ ອາຈຕິດໂຄວິດ-19 ຄື: ເປັນໄຂ້ ຫຼືໜາວສັ່ນ, ໄອ, ຫາຍໃຈຖີ່ ຫຼືຫາຍໃຈຍາກ, ເມື່ອຍ, ປວດກ້າມເນື້ອ ຫຼືຮ່າງກາຍ, ປວດຫົວ, ສູນເສັຽຣົດຊາດ ຫຼືກິ່ນ, ເຈັບຄໍ, ນໍ້າມູກຍ້ອຍ, ທ້ອງໄສ້ປັ່ນປ່ວນ ຫຼືຮາກ, ຖອກທ້ອງ.

ຖ້າຜູ້ໃດ ມີອາການຄືທີ່ວ່ານີ້ ກໍຄວນໄປພົບແພດ ພົບໝໍ ທັນທີ.