ສັມພາດທ່ານ ອຸດົງ ກ່ຽວກັບ ໂຄວິດ-19
2020.08.10

ຣັຖວໍຊິງຕັນ ເປັນຣັຖທີ່ມີ ຄົນຕິດເຊື້ອພຍາດໂຄວິດ-19 ຣາຍທໍາອິດ ຢູ່ສະຫະຣັຖອາເມຣິກາ, ແຕ່ມາໃນປັດຈຸບັນ ການຣະບາດ ຂອງເຊື້ອພຍາດນີ້ ກໍບໍ່ຮ້າຍແຮງ ຄືກັນກັບຢູ່ຫຼາຍ ຣັຖ ເຊັ່ນ ຄາລີຟໍເນັຽ, ເທັກຊັສ, ຟລໍຣິດ້າ, ນິວຢ໋ອກ, ດັ່ງທີ່ທ່ານ ອຸດົງ ໄຊຊະນະ, ຜູ້ທີ່ໄດ້ພົວພັນ ແລະ ຊ່ອຍເຫຼືອຊຸມຊົນລາວ ທີ່ຣັຖວໍຊິງຕັນ ມາຕັ້ງແຕ່ປີ 1976 ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 20 ກໍຣະກະດາ ຜ່ານມາວ່າ: "ສຽງສັມພາດ"
ຕາມຂໍ້ມູນ ຈາກສູນຄວບຄຸມ ແລະ ປ້ອງກັນພຍາດຕິດຕໍ່ ຫຼື CDC ຂອງສະຫະຣັຖອາເມຣິກາ, ຜູ້ທີ່ຕິດ ເຊື້ອພຍາດໂຄວິດ-19 ມີອາການຫຼາຍຢ່າງ ທັງບໍ່ຮຸນແຮງ ແລະ ເຈັບປ່ວຍຮຸນແຮງ. ອາການທີ່ວ່ານີ້ ອາຈປາກົດໃຫ້ເຫັນ ໃນ 2 ມື້ຫາ 14 ມື້ ຫຼັງຈາກຕິດເຊື້ອພະຍາດນີ້ແລ້ວ.
ຜູ້ມີອາການ ດັ່ງລຸ່ມນີ້ ອາຈຕິດໂຄວິດ-19 ຄື: ເປັນໄຂ້ ຫຼືໜາວສັ່ນ, ໄອ, ຫາຍໃຈຖີ່ ຫຼືຫາຍໃຈຍາກ, ເມື່ອຍ, ປວດກ້າມເນື້ອ ຫຼືຮ່າງກາຍ, ປວດຫົວ, ສູນເສັຽຣົດຊາດ ຫຼືກິ່ນ, ເຈັບຄໍ, ນໍ້າມູກຍ້ອຍ, ທ້ອງໄສ້ປັ່ນປ່ວນ ຫຼືຮາກ, ຖອກທ້ອງ.
ຖ້າຜູ້ໃດ ມີອາການຄືທີ່ວ່ານີ້ ກໍຄວນໄປພົບແພດ ພົບໝໍ ທັນທີ.