ອາບອົບນວດຢູ່ໄທຖືກຄົ້ນ ມີ ຍິງລາວ 13 ຄົນ

ໄມຊູລີ
2018.01.17
f-victoria-secret ເຈົ້າໜ້າທີ່ຕໍາຣວດໄທ ໄດ້ບຸກເຂົ້າກວດຄົ້ນ ໂຮງອາບອົບນວດ Victoria Secret
Screen captured from: coconuts.co/bangkok/news

ເມື່ອວັນທີ 16 ມົກກະຣາ 2018 ເຈົ້າໜ້າທີ່ຕໍາຣວດໄທ ໄດ້ໄປກວດຄົ້ນ ໂຮງອາບອົບນວດ ທີ່ມີຊື່ວ່າ Victoria Secret ພາຍຫຼັງໄດ້ຮັບ ແຈ້ງວ່າ ໃນສະຖານທີ່ດັ່ງກ່າວ ມີການຄ້າປະເວນີ ເດັກນ້ອຍຜູ້ຍິງ ອາຍຸຕໍ່າກວ່າ 18 ປີ, ແລະເມື່ອໄປເຖິງ ກໍພົບວ່າມີ ແມ່ຍິງກ່ວາ 113 ຄົນ ມີທັງສັນຊາດ ໄທ ລາວ ກັມພູຊາ ແລະພະມ້າ ຊຶ່ງໃນຈໍານວນນັ້ນມີຜູ້ຍິງລາວ 13 ຄົນ ແລະຄາດວ່າມີ 3 ຄົນທີ່ອາຍຸຕໍ່າກ່ວາ 18 ປີ ຊຶ່ງເຈົ້າໜ້າທີ່ ກໍາລັງ ກວດສອບດໍາເນີນຄະດີຢູ່. ດັ່ງ ພົລ ຕໍາຣວດເອກ ທົງສັກ ຣັກສັກສະກຸນ ຮອງອະທິບໍດີ ກົມສອບສວນຄະດີ ພິເສດ (DSI) ກ່າວໃນມື້ວັນທີ່ 16 ມົກຣານີ້ວ່າ:

“ທ່ານວ່າ 13 ຄົນ ຍັງຢູ່ຣະຫວ່າງທີ່ຈະດໍາເນີນ ການກວດສອບເຣື້ອງມວນກະດູກ ເຣື້ອງອາຍຸອີກເທື່ອນື່ງ ຈະຂໍອໍານາດສານ ໃນການ ຂຍາຍຜົນ ໃນເຣື້ອງຄັດແຍກ ເຫຍື່ອອີກ 7 ມື້ນັ້ນແຫລະ.”

ທ່ານວ່າ ຜູ້ຍິງທັງໝົດ ທີ່ເຂົ້າມາເຮັດວຽກ ຢູ່ໂຮງອາບອົບນວດ ແຫ່ງນີ້ມີມາໄດ້ປະມານ 2 ປີແລ້ວສ່ວນຫລາຍ ພວກເຂົາເຈົ້າ ຈະບໍ່ມີບັດ ປະຈໍາຕົວ ຫຼືບັດປະຊາຊົນ ຖ້າຜູ້ໃດອາຍຸບໍ່ເຖິງ 18 ປີ ຈະຖືວ່າເປັນເຫຍື່ອ ຂອງການຄ້າມະນຸດ:

“ຖ້າຕົກເປັນເຫຍື່ອ ມັນມີຂະບວນການ ແຍກຢູ່ ຖ້າ ອາຍຸບໍ່ເກີນ 18 ປີ ນັ້ນຈະຖືວ່າເປັນເຫຍື່ອ. ຕາມກົດຫມາຍ ຖ້່າເປັນເຫຍື່ອເຮົາ ຈະບໍ່ ດໍາເນີນຄະດີ ສ່ວນຖ້າເກີນ 18 ປີ ຈະພິຈາຣະນາໃນເຣື້ອງ ຂອງການຖືກບັງຄັບ ຂູ່ເຂັນ ໃຫ້ຄ້າປະເວນີ.”

ຢ່າງໃດກໍຕາມ ຈາກການກວດຄົ້ນສະຖານທີ່ ອາບອົບນວດດັ່ງກ່າວ ເຈົ້າໜ້າທີ່ ຍັງພົບຫ້ອງພຍາບານ, ອຸປກອນການແພດ ກວດພາຍໃນ ແຕ່ບໍ່ພົບ ຮ່ອງຮອຍ ກ່ຽວກັບການທໍາແທ້ງ ໃຫ້ຜູ້ຍິງ ແລະຜູ້ຍິງທີ່ໃຫ້ ບໍຣິການ ໃນນັ້ນເວົ້າວ່າ ພວກເຂົາເຈົ້າ ເຮັດວຽກເກີນເວລາ ຫຼືຖຶກ ບັງຄັບ ໃຫ້ຮັບລູກຄ້າໃຫ້ໄດ້ ຕາມຈໍານວນທີ່ ກໍາໜົດໄວ້ ຖ້າບໍ່ດັ່ງນັ້ນ ຈະຖຶກຕັດເງິນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.