NGO ໄທເຕືອນພັຍຄ້າມະນຸດ

ອຸ່ນແກ້ວ ສຸກສະຫວັນ
2015.05.12
F-Workers ຄົນງານຜູ້ຍິງລາວ ໄປ ພິສູດສັນຊາດ ຄົນງານຕ່າງດ້າວ ແຂວງ ສມຸດປຣະການ ຂອງໄທ ເພື່ອໃຫ້ຖືກຕ້ອງ ຕາມກົດໝາຍ
RFA

ເຈົ້າໜ້າທີ່ NGO ຂອງໄທ ຮຽກຮ້ອງ ໃຫ້ ພໍ່ແມ່ ຂອງ ຍິງສາວ ລາວ ທີ່ ຈະໃຫ້ ລູກ ໄປ ເຮັດວຽກ ຢູ່ ປະເທດ ໄທ ແບບ ຜິດ ກົດໝາຍ ນັ້ນ ໃຫ້ ຣະວັງ ພວກ ນາຍໜ້າ ຄ້າມະນຸດ ຫຼາຍຂຶ້ນ.

ຍານາງ ຊາລີລັດ ແສງສຸວັນ ຫົວໜ້າ ມູນນິທິ ພິທັກ ແມ່ຍິງ ປະຈໍາ ປະເທດ ໄທ ຮຽກຮ້ອງ ໃຫ້ ພໍ່ແມ່ ຄົນລາວ ທີ່ ຈະໃຫ້ ລູກເຂົ້າ ໄປ ເຮັດວຽກ ຢູ່ໄທ ແບບ ບໍ່ຖືກຕ້ອງ ຕາມ ກົດໝາຍ ຕ້ອງໄດ້ ຣະວັງ ນາຍໜ້າ ຫລາຍຂຶ້ນ ຍ້ອນ ຜ່ານມາ ມີ ພວກ ນາຍໜ້າ ຊອກຫາ ຄົນ ງານ ທີ່ ມີສ່ວນ ພົວພັນ ກັບ ການ ຄ້າມະນຸດ ໃນ ໄທ ລໍຖ້າ ສວຍ ໂອກາດ. ດັ່ງ ຍານາງ ກ່າວວ່າ:

"ຢາກໃຫ້ ພໍ່ແມ່ ທີ່ ຕັດສິນໃຈ ໃຫ້ ລູກເຕົ້າ ເຂົ້າມາ ເຮັດວຽກ ໃນໄທ ແບບ ບໍ່ຖືກຕ້ອງ ຕາມ ກົດໝາຍ ແມ່ນສິ່ງ ທີ່ ສ່ຽງຕໍ່ ອັນຕະລາຍ ນາຍໜ້າ ກໍຊິ ບອກ ກັບ ລູກເຕົ້າ ຂອງທ່ານ ວ່າ ມີ ວຽກດີ ເງິນດີ ແຕ່ ແທ້ຈິງ ແລ້ວ ກໍຢູ່ໃນ ທຸຣະກິດ ແອບແຝງ ເຣື້ອງ ບັງຄັບ ຂາຍ ບໍຣິການ ທາງເພດ".

ເຈົ້າໜ້າທີ່ ໄທ ຍັງ ກ່າວ ອີກວ່າ ນັບແຕ່ ຕົ້ນປີ 2015 ມີ ຄົນລາວ ໄປ ເຮັດວຽກ ຢູ່ໄທ ແບບ ຜ່ານ ນາຍໜ້າ ນັ້ນມີ ແນວໂນ້ມ ເພີ່ມຂຶ້ນ ຫລາຍ ຊຶ່ງ ຖ້າ ເຮັດວຽກ ຖືກ ກົດໝາຍ ກໍຈະ ເປັນ ການດີ ທີ່ສຸດ ແລະ ຢາກໃຫ້ ພໍ່ແມ່ ຜູ້ ປົກຄອງ ຕິດຕາມ ໃຫ້ ແນ່ໃຈ ວ່າ ລູກ ຂອງຕົນ ໄດ້ເຮັດ ວຽກຫຍັງ, ພັກ ຢູ່ ໃສ ເພື່ອ ຈະເປັນ ປໂຍດ ຕໍ່ ເຈົ້າໜ້າທີ່ ໃນ ກໍຣະນີ ທີ່ ມີການ ຂໍ ຄວາມ ຊ່ວຍເຫລືອ.

ບັນດາ ແມ່ຍິງ ລາວ ທີ່ ໄປ ເຮັດວຽກ ຢູ່ ປະເທດ ໄທ ແບບ ຜິດ ກົດໝາຍ ສ່ວນຫລາຍ ກໍ ທຸກຍາກ ຈຶ່ງ ຕ້ອງການ ຫາເງິນ ມາລ້ຽງ ຄອບຄົວ. ໃນຂນະ ດຽວກັນ ພໍ່ແມ່ ຜູ້ ປົກຄອງ ບາງຄົນ ກໍຍັງ ນິຍົມ ສົ່ງ ລູກ ຂອງຕົນ ໄປ ເຮັດວຽກ ຢູ່ ໄທ ແລະ ບໍ່ ສົນໃຈ ວ່າ ລູກ ຈະ ຕົກ ເປັນເຫຍື່ອ ການ ຄ້າມະນຸດ ຫລື ບໍ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.