ສານຮັບຄະດີຄົນງານລາວ ໃນຟາມ ລ້ຽງໝູ

ມະນີຈັນ
2015.11.09
F-workers ເຈົ້າໜ້າທີ່ ຕໍາຣວດ ໄທ ບຸກເຂົ້າຊ່ອຍເຫຼືອ ຄົນງານທີ່ຖືກ ກັກຂັງ ບັງຄັບ ໃຫ້ອອກແຮງງານ ດັ່ງຂ້າທາດ
Courtesy of Matichon/Tholakhong

ຂະບວນການ ຍຸຕິທັມ ສານ ຂອງ ໄທ ຮັບຟ້ອງ ຄະດີ ຄ້າ ຄົນງານ ລາວ 13 ຄົນ ໃນ ຟາມ ລ້ຽງໝູ ຢູ່ ແຂວງ ນະຄອນ ປະຖົມ, ທີ່ ເຈົ້າໜ້າທີ່ ຕໍາຣວດ ໄທ ໄດ້ ບຸກເຂົ້າ ຊ່ວຍເຫລືອ ພວກ ເຂົາເຈົ້າ ທັງ 13 ຄົນ ທີ່ ຖືກ ບັງຄັບ ໃຫ້ ເຮັດວຽກ ຢູ່ ໃນຟາມ ນັ້ນ ເມື່ອ ວັນທີ 23 ສິງຫາ ຜ່ານມາ.

ປັຈຈຸບັນ ທາງສານ ໄດ້ ຮັບຟ້ອງ ກໍຣະນີ ດັ່ງກ່າວ ແລ້ວ ຊຶ່ງເປັນ ຄະດີ ອາຍາ, ແລະ ຄົນງານ ລາວ ທັງ 13 ຄົນ ຈະຕ້ອງໄດ້ ໃຫ້ການ ເປັນ ພິຍານ ຢູ່ ສານ ໃນ ອີກ 2-3 ເດືອນ ຈຶ່ງ ຈະກັບ ປະເທດລາວ ໄດ້. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ຕໍາຣວດ ທີ່ ເປັນຜູ້ ກຳກັບ ຄະດີ ຕໍ່ ເອເຊັຽ ເສຣີ:

"ທ່ານ ເວົ້າວ່າ ສົ່ງຟ້ອງ ແລ້ວ ກໍຄົງອີກ ເດືອນ 2 ເດືອນ ໜ້ານີ້ ເຂົາກໍຕ້ອງ ເປັນ ພິຍານ ໃນສານ ກ່ອນທີ່ ຖືກສົ່ງກັບ ລາວ".

ທ່ານເວົ້າ ຕື່ມວ່າ ເຈົ້າຂອງ ຟາມ ໝູ ຖືກ ດໍາເນີນ ຄະດີ 4 ຂໍ້ຫາ ຄື ຂໍ້ຫາ ຄ້າມະນຸດ, ກັກຂັງ ໜ່ວງໜ່ຽວ, ທໍາຮ້າຍ ຮ່າງກາຍ ແລະ ໃຊ້ ແຮງງານ ເດັກນ້ອຍ. ສໍາລັບ ຄົນງານ ລາວ ທັງ 13 ຄົນ ນັ້ນ ຍັງຕ້ອງໄດ້ ຢູ່ ປະເທດໄທ ຕໍ່ໄປອີກ ຣະຍະນຶ່ງ ໂດຍ ໄດ້ຮັບ ຄວາມ ຄຸ້ມຄອງ ຈາກ ກະຊວງ ພັທນາ ສັງຄົມ ແລະ ຄວາມໝັ້ນຄົງ ຂອງ ມະນຸດ ຂອງໄທ, ຜູ້ຊາຍ 12 ຄົນ ໄປຢູ່ ສູນ ຄຸ້ມຄອງ ສວັດດີພາບ ຜູ້ເສັຽຫາຍ ຈາກ ການ ຄ້າມະນຸດ ແຂວງ ປະທຸມທານີ. ສ່ວນ ແມ່ຍິງ ຄົນນຶ່ງ ໄປຢູ່ ບ້ານ ເກຣຕການ ແຂວງ ນົນທະບູຣີ.

ຜູ້ເປັນ ຈໍາເລີຍ ໃນ ຄະດີ ນີ້ ຄື ທ້າວ ໄຊເດດ ໂສນຸດ ເຈົ້າຂອງ ຟາມ ລ້ຽງໝູ ແລະ ເປັນຜູ້ ຈັດການ ທະນາຄານ ໄດ້ ກັກຂັງ ຄົນງານ ລາວ ຈຳນວນ ດັ່ງກ່າວ ທີ່ ມີ ອາຍຸ ຣະຫວ່າງ 14 ປີ ຫາ 25 ປີ ໄວ້ ໃນ ຫ້ອງພັກ ເປັນ ກົງເຫລັກ, ບໍ່ມີ ຫ້ອງນໍ້າ, ໃຫ້ຖ່າຍ ໃສ່ ຖົງຢາງ ປລັສຕິກ ແລ້ວ ເອົາອອກໄປ ຖິ້ມ ໃນ ຕອນເຊົ້າ. ແລະ ມີຣາຍງານ ວ່າ ຄົນງານ ລາວ ກຸ່ມນີ້ ຖືກ ນາຍຈ້າງ ທໍາຮ້າຍ ຮ່າງກາຍ ແລະ ບໍ່ໄດ້ ຮັບຄ່າ ແຮງງານ ຕາມ ທີ່ຕົກລົງ ກັນໄວ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.