ການບັງຄັບໃຫ້ຂໍທານຄືການ ຄ້າມະນຸດ

ນັກເຄື່ອນໄຫວ ໃນໄທ ກົດດັນ ໃຫ້ ຣັຖບານ ໃຊ້ ມາຕການ ກໍາຈັດ ຄົນຂໍທານ ໃນ ທົ່ວ ປະເທດ ທີ່ ມາຈາກ ການ ຄ້າມະນຸດ.

ການບັງຄັບໃຫ້ຂໍທານຄືການ ຄ້າມະນຸດ RFA

 

ທີ່ ແຂວງ ຂອນແກ່ນ ຂອງໄທ 80 ສ່ວນຮ້ອຍ ຂອງ ຄົນຂໍທານ ມາຈາກ ກຳພູຊາ ແລະ ສປປ ລາວ ຍ້ອນ ຂະບວນການ ຄ້າມະນຸດ ເອົາມາ. ອິງຕາມ ຄຳເວົ້າຂອງ ນາຍ ວິທນາພັດ ວັທນະ ວາລີພົງ ຫົວຫນ້າ ຫ້ອງການ ແວ່ນແຍງ ຊື່ງ ເປັນ ອົງການ ຣົນນະຣົງ ຕ້ານ ທຸຣະກິດ ຄົນ ຂໍທານ ໃນໄທ.

ທ່ານວ່າ ມີ ກໍຣະນີ ຄົນຜູ້ເຖົ້າ ແລະ ຄົນເຈັບໂຊ ທີ່ ຮ່ວມດ້ວຍ ຄົນ ເປັນໂຣຄ ຂີ້ເຮື້ອນ ທີ່ຖືກ ກຸ່ມ ຄ້າມະນຸດ ນຳມາ ຂໍທານ ຕາມທ້ອງ ຖນົນ ໃນ ປະເທດໄທ ກຸ່ມດັ່ງກ່າວ ໄດ້ສົ່ງຄົນ ຂໍທານ ໄປ ຂໍຕາມບ່ອນ ຕ່າງໆ ໃນຫົວເມືອງ ໃຫຍ່ໆ ແລະ ແບ່ງຣາຍໄດ້ ໃຫ້ຂະເຈົ້າ ຊຶ່ງ ເປັນການ ຄ້າມະນຸດ.

ທີ່ ແຂວງ ຫນອງຄາຍ ຮອງ ຜູ້ ບັນຊາການ ຕຳຣວດ ກວດຄົນ ເຂົ້າເມືອງ ພັນ ຕຳຣວດ ວິຊຽນ ລີພັຍ ສະກຸນ ກ່າວວ່າ ການ ຄ້າມະນຸດ ແບ່ງອອກ ເປັນສາມ ກຸ່ມ. ນຶ່ງ ແມ່ນ ນາຍຫນ້າ ຄົນ ລາວ ເອງ ເປັນຜູ້ລໍ້ ເດັກນ້ອຍ ແມ່ຍິງລາວ ທີ່ ທຸກຍາກ ຈາກເຂດ ຊົນນະບົດ ເຂົ້າ ມາໄທ ດ້ວຍການ ຕົວະຍົວະ ວ່າຈະຫາ ວຽກເຮັດ ງານທຳ ໃຫ້ ໃນໄທ. ສອງ ແມ່ນ ຄົນໄທ ໄປຊື້ເອົາ ແມ່ຍິງ ຈາກ ປະເທດ ເພື່ອນບ້ານ ມາເປັນຜູ້ ບໍຣິການ ທາງເພດ ໃນໄທ ແລະ ສາມ ແມ່ນ ຮ້ານກິນດື່ມ ຮ້ານ ກາຣາໂອເກະ ໃນໄທ ເປັນຜູ້ສັ່ງ ເອົາແມ່ຍິງ ມາຈາກ ປະເທດ ເພື່ອນບ້ານ ມາ ບໍຣິການ ແຂກ ຢູ່ຮ້ານ ຂອງຕົນ ບາງ ກໍຣະນີ ກໍມີການ ຄ້າ ປະເວນີ ແອບແຝງ ແຕ່ ແມ່ຍິງ ບາງ ຈໍາພວກ ກໍສມັກໃຈ ບໍຣິການ ທາງເພດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org