ເຣື້ອງທີ່ເກັບບັນທຶກໄວ້
2023-11-28
ພາກສ່ວນທີ່ກ່ຽວຂ້ອງ ໄດ້ຊ່ອຍເຫຼືອເດັກຍິງທີ່ອາຍຸຕໍ່າກ່ວາ 18 ປີ ແລະ ແມ່ຍິງ ທີ່ອາຍຸກາຍ 18 ປີ ຈຳນວນທັງ ໝົດ 6 ຄົນເຊິ່ງເປັນພົລເມືອງ ຈາກເມືອງທ່າໂທມ ພາຍຫຼັງເປັນຜູ້ເຄາະຮ້າຍ ຈາກການຄ້າມະນຸສ, ຄ້າໂສເພນີ ຢູ່ສະຖານບັນເທີງ ນະຄອນຫຼວງວຽງຈັນ.
2023-11-17
ເດັກນ້ອຍລາວ ຈໍານວນ 16 ຄົນ ໃນນີ້ ມີເພດຍິງ 3 ຄົນ ແລະເພດຊາຍ 13 ຄົນ ທີ່ຖືກຄ້າມະນຸສໄປພະມ້າ ແລະຍັງຕິດຄ້າງ ຢູ່ທີ່ນັ້ນ ຂໍຮຽກຮ້ອງ ໃຫ້ເຈົ້າໜ້າທີ່ທາງການລາວ ແລະພາກສ່ວນທີ່ທີ່ກ່ຽວຂ້ອງ ຊ່ອຍເຫຼືອ ຂໍໃຫ້ແຈ້ງຫາບໍຣິສັດຈີນ ຖ້າບໍ່ປ່ອຍເດັກນ້ອຍລາວຈໍານວນນີ້ເທື່ອ ກໍບໍ່ໃຫ້ລົງໂທດພວກເຂົາ.
2023-11-13
ຄົນງານລາວ 16 ຄົນ ທີ່ຖືກຕົວະຍົວະ ໃຫ້ໄປເຮັດວຽກຕອບແຊັດ ຢູ່ກາສິໂນໂກຊາຍ ຂອງຈີນ ທີ່ເມືອງເມັຽວະດີ ຣັຖກະຢິ່ນ ຫຼື ຣັຖກະຫຣ່ຽງ ປະເທດພະມ້າ ໄດ້ກັບຮອດບ້ານແລ້ວ ໃນວັນທີ 11 ພຶສຈິກາ 2023 ນີ້.