ການຮ່ວມມືຈະຊ່ອຍຕ້ານການ ຄ້າມະນຸດ

ສິດນີ
2014.06.30
F-HT-Villagers ເດັກນ້ອຍ ຊາວລາວ ໃນຊົນນະບົດ ໂດຍສະເພາະ ຊົນເຜົ່າກຸ່ມນ້ອຍ ທີ່ຕ້ອງເປັນຜູ້ ໄດ້ຮັບເຄາະ ຈາກພວກ ຄ້າມະນຸສ ຫຼາຍກວ່າ ປະຊາຊົນ ທົ່ວໄປ.
web-amerilao

 

ຜ່ານມາ ເຄືອຂ່າຍ ຕ້ານການ ຄ້າມະນຸດ ໄດ້ຈັດ ກອງປະຊຸມ ສລອງ ວັນ ຄົບຮອບ 10 ປີ ຂອງການ ຕ້ານການຄ້າ ແມ່ຍິງ ແລະ ເດັກນ້ອຍ ໃນເຂດ ເອເຊັຽ ຕາເວັນອອກ ສ່ຽງໃຕ້. ອົງການ ດັ່ງກ່າວ ເວົ້າວ່າ ໃນ ທົສວັດ ຜ່ານມາ ພວກຕົນ ສາມາດ ຊ່ອຍ ຊີວິດ ແມ່ຍິງ ແລະ ເດັກນ້ອຍ ຈາກກຸ່ມ ຄ້າມະນຸດ ໄດ້ເຖິງ 3 ພັນ ຄົນ.

ຍານາງ JERGEN THOMAS ຜູ້ຈັດການ ເຄືອຂ່າຍ ດັ່ງກ່າວ ເວົ້າວ່າ ໃນ ຈຳນວນ ແມ່ຍິງ ແລະ ເດັກນ້ອຍ ທີ່ ອົງການ ຕ້ານການ ຄ້າມະນຸດ ຊ່ອຍ ຊີວິດ ອອກມາໄດ້ ນັ້ນ ໄປຈາກ ສປປລາວ 995 ຄົນ ພະມ້າ 227 ຄົນ ກຳພູຊາ 157 ຄົນ ແລະໄທ 96 ຄົນ.

ໃນການ ສັມມະນາ ແລກ ຂໍ້ມູນ ຂ່າວສານ ພົບວ່າ ພະມ້າ ສປປລາວ ແລະ ກຳພູຊາ ເປັນ ປະເທດ ທີ່ ປະຊາຊົນ ຂອງຕົນ ຖືກຫລອກ ໃຫ້ໄປ ເຮັດວຽກ ໃນໄທ ແລະ ຕົກເປັນ ເຫຍື່ອ ຂອງກຸ່ມ ຄ້າມະນຸດ ຣາຍໃຫຍ່ ໃນໄທ ຊຶ່ງເປັນ ປະເທດ ຕົ້ນທາງ ປາຍທາງ ແລະ ທາງຜ່ານ ຂອງ ກຸ່ມ ຄ້າມະນຸດ ໃນ ຂົງເຂດ.

ພັນຕຳຣວດໂທ ຈະຕຸພອນ ອາຣຸນ ຖວິນ ຫົວຫນ້າ ຫນ່ວຍ ປາບປາມ ກຸ່ມ ຄ້າມະນຸດ ເຂດສອງ ຂອງໄທ ກ່າວວ່າ ແຮງງານ ຈາກ ພະມ້າ ສ່ວນໃຫຍ່ ຈະ ຖືກ ຫລອກ ໃຫ້ ໄປເຮັດວຽກ ໃນ ອຸດສາຫະກັມ ການປະມົງ ຫລື ເປັນ ໂສເພນີ ແລະ ແຮງງານ ຈາກ ກຳພູຊາ ຈະຖືກ ຫລອກໃຫ້ ໄປເຮັດວຽກ ຂາຍ ແຮງງານ ແລະ ເປັນ ຄົນຂໍທານ. ສຳລັບ ແຮງງານ ລາວ ສ່ວນໃຫຍ່ ຈະເປັນ ແມ່ບ້ານ ເຮັດວຽກ ຕາມຮ້ານ ອາຫານ ຫລື ຖືກບີບ ໃຫ້ເປັນ ໂສເພນີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.