ການຊ່ວຍເຫຼືອ ເດັກນ້ອຍລາວ ໃນກາສິໂນຂອງຈີນ ທີ່ປະເທດພະມ້າ ຍັງບໍ່ຄືບໜ້າ

ເດັກນ້ອຍລາວ ບໍ່ຕໍ່າກວ່າ 30 ຄົນ ທີ່ຖືກຕົວະຍົວະ ໄປເຮັດວຽກ ຢູ່ໂຮງກາສິໂນ ຂອງຈີນ ໃນເມືອງເມັຽວະດີ ປະເທດພະມ້າ ຍັງຄອງຖ້າ ການຊ່ອຍເຫຼືອ ຈາກທາງການລາວ ຂະນະທີ່ພໍ່ແມ່ ຂອງເດັກນ້ອຍເຫຼົ່ານັ້ນ ຫວັງໃຫ້ພາກສ່ວນທີ່ກ່ຽວຂ້ອງ ຂອງລາວ ແລະພະມ້າ ຊ່ວຍລູກຫຼານຂອງຕົນ.

ກຸ່ມເຍົາວະຊົນລາວ ເປັນຈຳນວນນຶ່ງ ທີ່ຖືກຂາຍໄປ ຢູ່ໃນຣັຖກະຍີນ (ປະເທດພະມ້າ) ແລະ ຖືກບັງຄັບໃຫ້ເຮັດວຽກ ຕົວະເອົາເງິນ ທາງອິນເຕີເນັດ ຫຼື ໄຊເບີ້ຣ໌-ສະແກມ. RFA photo illustration

ມາເຖິງປັດຈຸບັນ ເດັກນ້ອຍ ຈາກຫຼາຍແຂວງ ຂອງລາວ ປະມານ 34 ຄົນ ເຊິ່ງໃນນັັ້ນ ມີເດັກນ້ອຍຈາກແຂວງຫຼວງນໍ້າທາ 28 ຄົນ ທີ່ຍັງຕິດຄ້າງຢູ່ໂຮງກາສິໂນ ຂອງຈີນ ໃນເມືອງເມັຽວະດີ ຣັຖກະຢິ່ນ ປະເທດພະມ້າ ຍັງຄອງຖ້າການຊ່ອຍເຫຼືອ ຈາກທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງຢູ່. ເດັກນ້ອຍເຫຼົ່ານີ້ ຕົກເປັນເຫຍື່ອ ການຄ້າມະນຸສ ຍ້ອນຖືກຄົນຊັກຊວນໄປວ່າ ມີວຽກເຮັດແບບສະບາຍ ໄດ້ເງິນດີ ແຕ່ສຸດທ້າຍແລ້ວ ກັບຖືກຂາຍຕໍ່ ແລະ ຖືກບັງຄັບ ໃຫ້ເຮັດວຽກຫຼອກລວງ ເອົາເງິນຄົນອື່ນ ຜ່ານທາງອິນເຕີເນັດ ຖ້າເຮັດວຽກຫາເງິນໃຫ້ເຂົາບໍ່ໄດ້ ຕາມຈໍານວນທີ່ເຂົາຕັ້ງໄວ້ ກໍຖືກລົງໂທດ, ດ້ວຍ​ການທຸບຕີ, ທໍຣະມານ, ຖືກເອົາໃຊ້ໄຟຟ້າຊ໊ອດ ຕ່າງໆນາໆ ເຊິ່ງເມື່ອວັນທີ 17 ພຶສພາ 2023 ເອເຊັຽເສຣີ ໄດ້ລົມກັບເດັກນ້ອຍ ບາງຄົນ ທີ່ຍັງຕິດຄ້າງຢູ່ພະມ້າ ແລ້ວລາວ ກໍເວົ້າໃຫ້ຟັງວ່າ:

“ພວກນ້ອງ ລໍຖ້າທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ປະຊຸມກັນ ເຣື່ອງການຊ່ອຍເຫຼືອພວກນ້ອງ ນັ້ນມາຫຼາຍເດືອນແລ້ວ ຈົນຈະຮອດປີແລ້ວ ແຕ່ກໍບໍ່ເຫັນມີກອງປະຊຸມຫຍັງເກີດຂຶ້ນ ເຂົາເຈົ້າປະຊຸມແທ້ຢູ່ຫວາ ອ້າງນີ້ອ້າງນັ້ນຢູ່ ບອກໃຫ້ພວກນ້ອງລໍຖ້າຈົນຈະຮອດປີແລ້ວ ຂໍເອື້ອຍ ລອງຖາມເຂົາເຈົ້າໃຫ້ພວກນ້ອງແດ່ ວ່າເດືອນໃດແທ້ ພວກນ້ອງຈະໄດ້ອອກຈາກທີ່ນີ້.”

ທາງດ້ານ ຜູ້ເປັນພໍ່ແມ່ ຂອງເດັກນ້ອຍ ຢູ່ແຂວງຫຼວງນໍ້າທາ ທີ່ລູກເຕົ້າຂອງພວກເຂົາເຈົ້າ ຍັງຄ້າງຢູ່ພະມ້ານັ້ນ ຕ່າງກໍພາກັນ ລໍຖ້າຟັງຄວາມຄືບໜ້າ ເຣື່ອງການການຊ່ອຍເຫຼືອລູກຫຼານ ຈາກທາງການລາວຢູ່ ເພາະໄດ້ພາກັນແລ່ນເອກກະສານ ຂໍການຊ່ອຍເຫຼືອມາດົນຫຼາຍເດືອນແລ້ວ.

ດັ່ງພໍ່ຂອງເດັກນ້ອຍຊາຍຄົນທີ 1 ຂອງຜູ້ເຄາະຮ້າຍ ແລະຍັງຕິດຄ້າງຢູ່ ໂຮງກາສິໂນ ຂອງຈີນ ໃນພະມ້າ ໄດ້ເວົ້າໃຫ້ວິຍຸ ເອເຊັຽ ເສຣີ ຟັງ ເມື່ອວັນທີ 17 ພຶສພາ 2023 ວ່າ:

“ໂອ້....ທາງພໍ່ແມ່ນີ້ ຜູ້້ປົກຄອງທັງເໝິດ ພວກເຮົາກະເໝິດຄວາມສາມາດລະເດ້ ລູກເອີ່ຍ ໄປສເນີໄປ ໄປທາງຣັຖບານ ກໍໄປເຖິງ ໄປຫາກົງສູນ ການຕ່າງປະເທດກໍໄດ້ໄປ ລະກະກົມໃຫຍ່ຕໍາຣວດ ກໍໄດ້ໄປແລ້ວ ເພາະວ່າມັນເໝິດບ່ອນ ເຮົາຊິພົວພັນແລ້ວ ເພາະວ່າພວກເຮົາກໍບໍ່ຮູ້ຫຼາຍເນາະ ອັນບ່ອນພົວພັນ ອັນຢູ່ບັນດາປະເທດຫັ້ນນ່າ ພວກເຮົາກະຮູ້ພົວພັນ ມີແຕ່ປະເທດເຮົານີ້ ເຮົາກະໄປຕາມຂັ້ນຕອນ ໄປຕາມການຈັດຕັ້ງ ມາເບິ່ງແລ້ວ ລະບໍ່ມີຄວາມຄືບໜ້າຫຍັງ ຈັກໜ້ອຍນີ້ນ່າ.”

ແມ່ຂອງເດັກນ້ອຍຊາຍ ຄົນທີ່ 2 ທີ່ຖືກເຄາະຮ້າຍ ແລະຍັງຕິດຄ້າງຢູ່ໂຮງກາສິໂນ ຂອງຈີນ ໃນພະມ້າ ກໍຝາກເຖິງທາງການລາວ ຂໍໃຫ້ມີການຊ່ອຍເຫຼືອລູກເຕົ້າ ໂດຍໄວ:

“ຂໍຄວາມເຫຼືອຊະ ທາງລ້າທາງການເພິ່ນ ກະໃຫ້ເບິ່ງໃຫ້ແຍງແດ່ຫັ້ນນ່າ ອີກຢ່າງກໍ ເດັກນ້ອຍເຂົາກໍບໍ່ມີປະສົບປະການແດ່ ອັນໃດກໍຍ້ອນຄວາມບໍ່ມີຫັ້ນແຫຼະ ກະຈັ່ງວ່າ ຢາກໄດ້ແລ້ວ ກໍຢາກໄດ້ອີກຄືວ່າຫັ້ນແຫຼະ ເຂົາກະບໍ່ຮູ້ວ່າຊິເປັນແບບນີ້ ຄັນຮູ້ເຂົາກະຊິບໍ່ໄປເນາະ ບໍ່ວ່າແຕ່ໃຜຫັ້ນແຫຼະ ເຮົາກະເບິ່ງທາງໜ້າບໍ່ເຫັນ ໃນເມື່ອວ່າ ມັນເກີດຂຶ້ນແລ້ວ ກໍຢາກຂໍຄວາມຊ່ວຍເຫຼືອ ທາງລ້າທາງການເພິ່ນ ເປັນແນວໃດ ຊ່ອຍໄດ້ ກໍຂໍຄວາມຊ່ອຍເຫຼືອແດ່ ຊ່ວຍຈັກເລັກຈັກໜ້ອຍເນາະ ພໍວ່າ ມີຄໍາຄິດຄໍາເຫັນເລັກໆໜ້ອຍໆ ພໍ່ແມ່ທາງນີ້ ກະຈະດີໃຈຫັ້ນນ່າ.”

ນາງກ່າວຕື່ມອີກວ່າ ຕອນທີ່ໄດ້ລົມກັບລູກຊາຍ ກະໄດ້ລົມພຽງແຕ່ 10 ນາທີ ເທົ່ານັ້ນ ລົມຫຍັງຫຼາຍກະບໍ່ໄດ້:

“ແມ່ນໆ ລູກຊາຍໄດ້ໂທຫາມື້ວານນີ້ ໄດ້ລົມແຕ່ 10 ນາທີນຶ່ງ ຂະເຈົ້າປ່ອຍໃຫ້ລົມ 10 ນາທີ ກະບໍ່ໄດ້ຖາມຫຍັງເລີຍ ຂະເຈົ້າມີຄົນຢູ່ເບື້ອງຫຼັງເດ້ ເວົ້າຫຍັງກໍຂະເຈົ້າຮູ້ໝົດ ລະກະເລີຍວ່າ ແມ່ເອີ່ຍ ອີ່ແມ່ບໍ່ຕ້ອງຖາມຫຼາຍດອກ ເພາະວ່າມີຄົນຢູ່ທາງຫຼັງ ລູກຊິເວົ້າຫຍັງ ລູກບໍ່ຊ່າງເວົ້າເດີ້.”

ສ່ວນແມ່ຂອງເດັກນ້ອຍຊາຍ ຄົນທີ 3 ທີ່ຖືກເຄາະຮ້າຍ ແລະຍັງຕິດຄ້າງ ຢູ່ໂຮງກາສິໂນ ຂອງຈີນ ໃນພະມ້າ ກໍຢາກໃຫ້ກອງປະຊຸມ ທີ່ວ່າຈະຈັດຂຶ້ນນັ້ນ ຂໍໃຫ້ມີການຈັດຂຶ້ນໂດຍໄວ ເພາະເມື່ອຍລໍຖ້າແລ້ວ.

“ເຮີ່ຍ....ລໍມື້ນີ້ ລໍມື້ໜ້າ ເບິດເດືອນສິ້ນເດືອນໄປ ເດືອນນີ້ ວ່າເດືອນໜ້າເນາະ ບໍ່ຮູ້ວ່າແຫຼະ ອີ່ແມ່ກໍໂອ້ຍ ຈັກຊິເຮັດແນວໃດເນາະ ແມ່ໆກະ ຊິປຶກສາກັນເບິ່ງ ຊິເຮັດແນວໃດ ແລ່ນກໍແລ່ນ ຜ່ານມາກໍແລ່ນມາແລ້ວ ໝົດເງິນໝົດຄໍາກະໝົດມາແລ້ວ.”

ນາງກ່າວຕື່ມວ່າ ພໍ່ແມ່ຂອງເດັກນ້ອຍຫຼາຍຄົນ ກະເປັນຫ່ວງລູກເຕົ້າຫຼາຍ ເພາະຫຼາຍເດືອນແລ້ວ ຂາດການຕິດຕໍ່ກັບລູກ.

“ແມ່ ເຂົາທີ່ຢູ່ພູຄານີ້ ເຂົາກະວ່າຢູ່ ຊິເຮັດຈັ່ງໃດເດ້ ພວກແມ່ໆນີ່ ອັນລູກເຮົານີ້ 4-5 ເດືອນລະກະ ບໍ່ໄດ້ຕິດຕໍ່ ບໍ່ໄດ້ຮູ້ຂ່າວອີ່ຫຍັງ ເຮົາຊິເຮັດຈັ່ງໃດ ແລ່ນແນວໃດ ເຮົາຊິເຂົ້າຫາໃຜ ປຶກສາໃຜ ກະລົມກັນຢູ່ນີ້ລະ ພວກແມ່ນີ້ກໍ ກະຍັງບໍ່ຮູ້ເທື່ອ ຊິເຮັດແນວໃດ.”

ສໍາລັບພໍ່ ຂອງເດັກນ້ອຍຊາຍ ຄົນທີ 4 ທີ່ຖືກເຄາະຮ້າຍ ແລະຍັງຕິດຄ້າງ ຢູ່ໂຮງກາສິໂນ ຂອງຈີນ ໃນພະມ້າ ກໍຝາກຖາມທາງການລາວເຊັ່ນກັນ ວ່າ ກອງປະຊຸມນັ້ນ ໄດ້ດໍາເນີນໄປຮອດໃສແລ້ວ:

“ເຮົາຢາກຖາມທາງການເຂົາ ວ່າເຮັດຈັ່ງໃດ ທາງການລາວພວກເຮົານີ່ ສະຖານທູດ ໄປປະຊຸມຢູ່ວຽງຈັນ ຊິໄດ້ເຮັດວຽກຈັກເລັກຈັກນ່ອຍ ໃຫ້ມັນຄືບໜ້າເລັກໆໜ້ອຍໆ ຄືວ່າ ບໍ່ໄດ້ຍິນຂ່າວອິສັງເລີຍ.”

ໃນຂະນະທີ່ ແມ່ຂອງເດັກນ້ອຍຊາຍ ຄົນທີ 5 ທີ່ຖືກເຄາະຮ້າຍ ແລະຍັງຕິດຄ້າງຢູ່ໂຮງກາສິໂນ ຂອງຈີນ ໃນພະມ້າ ແລ້ວໄດ້ລົມກັບລູກຊາຍ ເມື່ອບໍ່ດົນມານີ້ ກໍທັງເວົ້າທັງໄຫ້ ນໍານັກຂ່າວ ວິທຍຸ ເອເຊັຽ ເສຣີ ວ່າ:

“ແມ່ນແລ້ວລູກ ເພິ່ນໂທມາໂອ່ະ ໄດ້ 3-4 ມື້ກ່ອນນີ້ນ່າ ເພິ່ນໂທມາ ເພິ່ນໃຫ້ຈັບໂທຣະສັບ ໂທຫາແມ່ 5 ນາທີ ລົມອິຫຍັງກໍບໍ່ທັນໄດ້ລົມເທື່ອນ່າ ລົມອິຫຍັງໜ້ອຍນຶ່ງກະ ວ່າ ແມ່ເອີ່ຍ ເພິ່ນບອກຢຸດລະ ວ່າແນວນີ້ ຍັງບໍ່ທັນໄດ້ລົມອິຫຍັງຊໍ້າ 5 ນາທີນີ້ນຶ່ງ ເພິ່ນມີແຕ່ວ່າ ແມ່ເອີ່ຍ ຢາກກັບເຮືອນ ຢາກກັບບ້ານ ວ່າແນວນີ້ ເຮັດວຽກໜັກກາຍ ເຮັດວຽກຕັ້ງແຕ່ 4 ໂມງ (ເຊົ້າ) ຈໍາຮອດ 1 ໂມງກາງຄືນພຸ້ນເດ້ ບໍ່ໄດ້ຫຼັບໄດ້ນອນ ຕາກະບໍ່ຢາກເຫັນຮຸ່ງລະ ເວົ້າແນວນີ້ ຖືກແສງໄຟ ແສງອິຫຍັງຫັ້ນນ່າ ເພິ່ນເວົ້າ ແມ່ນແລ້ວລູກ ຈັກຊິເຮັດຈັ່ງໃດ ແມ່ກະໂອ່ຍ ປ່ວຍຍ້ອນລູກນີ້ເນ່ ອີ່ແມ່ກະບໍ່ເຄີຍເຈັບ ບໍ່ເຄີຍເປັນຈັກເທື່ອ ຫຼັງຈາກ (ລູກຊາຍ) ໄປຖືກແບບນັ້ນ ອີ່ແມ່ກະປ່ວຍ ໄປໂຮງໝໍນີ້ ໄປຕລອດນ່າ.

ໃນມື້ດຽວກັນນີ້ ວິທຍຸ ເອເຊັຽ ເສຣີ ໄດ້ຕິດຕໍ່ໄປຍັງ ສະຖານທູດລາວ ປະຈໍາປະເທດພະມ້າ ເພື່ອສອບຖາມເຣື່ອງຄວາມຄືບໜ້າ ຂອງການຊ່ອຍເຫຼືອເດັກນ້ອຍລາວ ທີ່ຍັງຕິດຄ້າງ ຢູ່ໂຮງກາສິໂນ ຂອງຈີນ ໃນພະມ້າ ເຊິ່ງເຈົ້າໜ້າທີ່ ທ່່ານນຶຶ່ງ ໄດ້ກ່າວກ່ຽວກັບເຣື່ອງນີ້ວ່າ:

“ມັນຍັງບໍ່ມີຄວາມຄືບໜ້າຫຍັງນ່າ ດຽວນີ້ນ່າ ມັນກະ ສະພາບຄືໄດ້ເລົ່າຜ່ານມາຫັ້ນແຫຼະ ມັນຫຍຸ້ງຍາກຫັ້ນນ່າ ບໍ່ມີຂ່່າວຫຍັງຄືນມາອີກ ຫຼັງຈາກເຮົາສົ່ງຈົດໝາຍໄປ (ຫາທາງການພະມ້າ) ລະເພິ່ນກະບໍ່ຕອບມາ ລະກະບໍ່ມີຫຍັງອີກ ເພິ່ນວ່າເພິ່ນຊອກໃຫ້ ຊິພະຍາຍາມຊອກໃຫ້ ເພິ່ນກະວ່າ ເຮົາກະຖ້າຄໍາຕອບເພິ່ນຢູ່ຕລອດ.”

ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມອີກວ່າ:

“ກະມີຄົນໂທມາຫາຢູ່ເນາະ ເດັກນ້ອຍຢູ່ຫັ້ນແຫຼະ ໂທມາຫາ ພວກເຮົາກໍາລັງປະສານງານ ກັບຄືນໄປຫາກະຊວງ ຂະເຈົ້າ ມີແຕ່ການເລົ່າເຫດການນ່າ ເລົ່າເຫດການໃຫ້ຟັງ ເປັນຈັ່ງໃດຈັ່ງໃດ ມີສອງຄົນເນາະ ຣາຍງານມາວ່າ ໄປທໍາອິດກະໄປ ວ່າສັນຍາ 6 ເດືອນ, 6 ເດືອນ ຜູ້ພາໄປຖືກຈັບ ຄົນຈີນຂະເຈົ້າຫັ້ນແຫຼະ ອັນຂັດແຍ່ງເຣື່ອງທຸຣະກິຈຂະເຈົ້າ ເດັກນ້ອຍໄປ ເຂົາກະມີສັນຍາໄປເດ້ເນາະ ສັນຍາໄປຈັກເດືອນຈັກເດືອນ ບາງເທື່ອ ບໍ່ໄດ້ເງິນໃຫ້ເຂົາ ເຂົາກະກັກມ້ຽນຄືນຄືເກົ່າ ບາງເທື່ອກະຂາຍຕໍ່.”

ແລະໃນມື້ວັນທີ 18 ພຶສພາ 2023 ວິທຍຸ ເອເຊັຽ ເສຣີ ໄດ້ຕິດຕໍ່ຫາ ເຈົ້າໜ້າທີ່ ຫ້ອງການທີ່ກ່ຽວຂ້ອງ ທີ່ຮູ້ກ່ຽວກັບເຣື່ອງກອງປະຊຸມ ລະຫວ່າງທາງການລາວ ແລະ ສະຖານທູດພະມ້າ ປະຈໍາລາວ ທີ່ຈະປະຊຸມກັນ ເຣື່ອງການຊ່ອຍເຫຼືອເດັກນ້ອຍລາວ ທີ່ຍັງຕິດຄ້າງຢູ່ພະມ້າ ເຊິ່ງທ່ານ ໄດ້ບອກໃຫ້ຮູ້ວ່າ:

“ຍັງຢືນຢັນຄືເກົ່າເນາະ ເຮົາກໍາລັງກະຕຣຽມຢູ່ເນາະ ພາຍໃນເດືອນນີ້ ເຮົາເປີດກອງປະຊຸມເນາະ ໃນເດືອນນີ້ແຫຼະເນາະ ໃນເດືອນ 5 ນີ້ເນາະ ແຕ່ວ່າເຮົາບໍ່ ບໍ່ຕອບຫຍັງໄດ້ຫຼາຍເນາະ ຖ້າວ່າເບິ່ງຜົນອອກມາ ປຶກສາຫາລື ເປັນຈັ່ງໃດກ່ອນເນາະ ວ່າເຣື່ອງການຈັດຕັ້ງ ຂອງຝ່່າຍເພິ່ນ ທາງສະຖານທູດເພິ່ນ ຈະມີແນວທາງແນວໃດຫັ້ນນ່າເນາະ ຖ້າລົມກັບເພິ່ນໂຕຈິງກ່ອນ ວັນທີ ເຮົາລະບຸໄປແລ້ວເນາະ ເຮົາຊິຈັດໃນວັນທີນັ້ນແນ່ນອນ ແຕ່ເຮົາບອກທາງນີ້ບໍ່ໄດ້ ວ່າເຮົາຊິຈັດໃນມື້ໃດ ແຕ່ວ່າ ເຮົາແມ່ນຈັດມື້ໃດ ແມ່ນເຮົາກະກຽມມ້ຽນແລ້ວເນາະ.”

ຫຼ້າສຸດນີ້ ໃນວັນທີ 23 ພຶສພາ 2023 ວິທຍຸ ເອເຊັຽ ເສຣີ ກໍໄດ້ລົມ ກັບແມ່ຂອງເດັກນ້ອຍຊາຍ ອີກຄົນນຶ່ງ ທີ່ລູກຊາຍຂອງລາວ ຍັງຕິດຄ້າງຢູ່ພະມ້າ ເຊິ່ງລາວ ເວົ້າໃຫ້ຟັງວ່າ:

ເມື່ອວັນສຸກ ທີ່ຜ່ານມານີ້ ລາວໄດ້ໂທຫາເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແລະຖາມເຖິງເຣື່ອງການຊ່ອຍເຫຼືອລູກເຕົ້າ ທີ່ຍັງຢູ່ພະມ້າ ວ່າເປັນແນວໃດ ໄປຮອດຂັ້ນໃດແລ້ວ ແມ່ຂອງເດັກນ້ອຍຊາຍຄົນນີ້ວ່າ ເພິ່ນຈະຊ່ອຍຢູ່ ແຕ່ຕ້ອງໄປຕາມຂັ້ນຕອນ ເພິ່ນຕ້ອງກະກຽມເອກກະສານ ເຮັດບັດ ເຮັດໃບ ໄປຊ່ອຍເປັນທາງການເລີຍ ຍ້ອນເດັກນ້ອຍເຫຼົ່ານັ້ນ ໄປແບບຜິດກົດໝາຍ ບໍ່ມີເອກະສານເດີນທາງເຂົ້າເມືອງ ສ່ວນວ່າ ກອງປະຊຸມ ລະຫວ່າງ ທາງການລາວ ຈະປະຊຸມຮ່ວມກັບສະຖານທູດພະມ້າ ປະຈໍາລາວ ນັ້ນ ເພິ່ນຈະຈັດຂຶ້ນ ໃນທ້າຍເດືອນພຶສພານີ້ ປະມານ ວັນທີ 28 ຫຼື 29 ຈະມີການປະຊຸມ.

ເຖິງແນວໃດກໍຕາມ, ຕາມທີ່ໄດ້ລົມ ກັບພໍ່ແມ່ ຂອງເດັກນ້ອຍ ຢູ່ແຂວງຫຼວງນໍ້າທາ ຫຼາຍຄົນແລ້ວແມ່ນວ່າ ພວກເພິ່ນ ຢາກຝາກຂ່າວເຖິງລູູກເຕົ້າ ທີ່ຍັງຕິດຄ້າງຢູ່ພະມ້າ ນັ້ນວ່າ:

ເຖິງແນວໃດກໍແລ້ວແຕ່ ພໍ່ແມ່ນີ້ ກໍໄດ້ແລ່ນໜັງສື ຂໍການຊ່ອຍເຫຼືອພວກລູກແລ້ວ ພໍ່ແມ່ ເຂົ້າຫາໝົດທຸກບ່ອນ ບໍ່ວ່າຈະເປັນ ທາງການລາວທີ່ກ່ຽວຂ້ອງຕ່າງໆ ກໍໄປມາແລ້ວ ຮວມທັງຖແລງຂ່າວອັນໃດກໍໄດ້ເຮັດແລ້ວ ກໍເຮັດສຸດຄວາມສາມາດ ທີ່ພໍ່ແມ່ຈະເຮັດໄດ້ ແຕ່ລູກ ຈັກຊິໄດ້ອອກຍ້ອນທາງໃດ ກະບໍ່ຮູ້ ມີແຕ່ວ່າ ໃຫ້ພວກພວກລູກຕັ້ງໃຈເຮັດວຽກ ແນວໃດຊິໄດ້ກັບບ້ານກັບເຮືອນ ກໍຕັ້ງໃຈເຮັດ ທາງນີ້ ພວກແມ່ພໍ່ ກໍແລ່ນສຸດຄວາມສາມາດ ເທົ່າທີ່ຈະເຮັດໄດ້. ສະບາຍດີ

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org