ກຸ່ມຄ້າມະນຸດຢູ່ອຸດົມໄຊ ມິດໄປແລ້ວ
2014.05.22

ເຈົ້າຫນ້າທີ່ ປາບປາມ ການ ຄ້າມະນຸດ ທີ່ ແຂວງ ອຸດົມໄຊ ທ່ານນຶ່ງ ເວົ້າວ່າ ໃນ ປັດຈຸບັນ ກຸ່ມ ຄ້າມະນຸດ ຊາວຈີນ ຜູ້ ທີ່ເຄີຍ ເຂົ້າມາ ເຄື່ອນໄຫວ ຢູ່ ຕາມເຂດ ຊົນນະບົດ ໃນ ແຂວງ ອຸດົມໄຊ ເພື່ອ ຕົວະຍົວະ ເອົາ ແມ່ຍິງ ລາວ ໄປຂາຍ ຢູ່ ໃນຈີນ ນັ້ນ ຫລ້າສຸດ ກຸ່ມ ດັ່ງກ່າວ ໄດ້ເລີ້ມຫາຍ ໄປຈາກ ແຂວງ ແດ່ແລ້ວ ຫລັງຈາກ ທີ່ ທາງການ ແຂວງ ໄດ້ເພີ້ມ ການຮ່ວມມື ກັບ ເຈົ້າຫນ້າທີ່ ຈີນ ໃນການ ກວດກາ ຕາມແນວ ຊາຍແດນ ຫລາຍຂື້ນ:
"ຊ່ວງນີ້ ບໍ່ມີແລ້ວ ເນາະ ເພາະວ່າ ພວກເຮົາ ກໍໄດ້ ເຮັດວຽກງານ ສະກັດກັ້ນ ເລີ້ມແຕ່ ຊາຍແດນ ເຂົ້າມາ ເນາະ ບໍ່ມີແລ້ວ ໄດ້ ສົມທົບ ກັບ ທາງ ຕຳຫຣວດ ຈີນ ໄດ້ຊ່ອຍກັນ ສະກັດກັ້ນ ຕາມລຽບ ຕາມ ຊາຍແດນ".
ທ່ານກ່າວ ຕື່ມວ່າ ໃນການ ຮ່ວມມື ກັບ ເຈົ້າຫນ້າທີ່ ຈີນ ເຈົ້າຫນ້າທີ່ ລາວ ຍັງສາມາດ ຊ່ອຍຊິວິດ ແມ່ຍິງລາວ ຜູ້ທີ່ຕົກ ເປັນເຫຍື່ອ ຂອງ ກຸ່ມ ຄ້າມະນຸດ ໃນຈີນ ໄດ້ ບາງຄົນ ສ່ວນ ແມ່ຍິງ ລາວ ຜູ້ທີ່ຕົກ ເປັນເຫຍື່ອ ຂອງ ກຸ່ມ ຄ້າມະນຸດ ເປັນ ເວລາ ຫລາຍປີ ນັ້ນ ເຈົ້າຫນ້າທີ່ ຈີນ ກໍບໍ່ ສາມາດ ຕິດຕາມ ມາໃຫ້ໄດ້ ຍ້ອນຊອກຫາ ບໍ່ເຫັນ ບໍ່ຮູ້ວ່າ ຍັງຢູ່ ໃນຈີນ ຫລືບໍ່.
ກ່ອນຫນ້ານີ້ ທ່ານເຄີຍ ເວົ້າວ່າ ແຂວງ ອຸດົມໄຊ ເປັນແຂວງ ທີ່ ມີບັນຫາ ການ ຄ້າມະນຸດ ຢູ່ ຕຣອດ ແມ່ຍິງລາວ ຫລາຍຄົນ ຖືກ ຈີນຕົວະ ໄປຈີນ ໃນ ຮູບແບບ ແຕ່ງງານ ຫລັງຈາກ ນັ້ນ ກໍຂາຍໃຫ້ ກຸ່ມ ຄ້າມະນຸດ ເຮັດໃຫ້ ຜູ້ເປັນ ພໍ່ແມ່ ມີຄວາມ ເດືອດຮ້ອນ ແຕ່ເຮັດຫຍັງ ບໍ່ໄດ້ຫລາຍ.
ໃນວັນທີ 11 ມິນາ ຜ່ານມາ ເຈົ້າຫນ້າທີ່ ແຂວງ ອຸດົມໄຊ ສາມາດ ຈັບກຸມ ຄົນຈີນ ຈາກ ແຂວ ງຢູນານ ໄດ້ 3 ຄົນ ຢູ່ ທີ່ ສະຖານີ ຂົນສົ່ງ ໃນແຂວງ ໃນຂະນະ ທີ່ ຜູ້ກ່ຽວກັບ ກຳລັງ ຈະເອົາ ຜູ້ຍິງລາວ 3 ຄົນ ຂຶ້ນຣົຖ ໄປຈີນ ເພື່ອຂາຍ ໃຫ້ ກຸ່ມ ຄ້າມະນຸດ.