ຄົນງານລາວຈາກເຮືອຫາປາ ເພີ້ມຂຶ້ນ
ເຈົ້າໜ້າທີ່ ໄທ ພົບ ແຮງງານ ລາວ ຈາກ ເຮືອ ປະມົງ ຂອງ ໄທ ອີກ ຫຼາຍຄົນ ຢູ່ ປະເທດ ອິນໂດເນເຊັຽ.
-
ອຸ່ນແກ້ວ
2015-06-02 -
-
-
Your browser doesn’t support HTML5 audio
ທ່ານ ສະໝັກ ທັບທານີ ເຈົ້າໜ້າທີ່ ເຄືອຂ່າຍ ສົ່ງເສີມ ຄຸນນະພາບ ຊີວິດ ແຮງງານ ຂອງໄທ ກ່າວວ່າ, ຈາກການ ລົງ ພື້ນທີ່ ຢູ່ ເກາະ ອໍາບົນ ແລະ ເກາະ ເບັນຈີນາ ປະເທດ ອິນໂດເນເຊັຽ ໃນ ເດືອນ ທີ່ ຜ່ານມາ, ໄດ້ ພົບ ແຮງງານ ຊາວລາວ ທີ່ ເຮັດວຽກ ຢູ່ ເຮືອ ປະມົງ, ທີ່ ຕົກເປັນ ເຫຍື່ອ ການ ຄ້າມະນຸດ ເພີ້ມເຕີມ ອີກ 10 ກວ່າ ຄົນ, ຮວມທັງ ແຮງງານ ລາວ ທີ່ ຢູ່ຫ້ອງການ ຕໍາຣວດ ແລະ ຍັງ ບໍ່ທັນ ພົບຕົວ ນອກເໜືອ ຈາກ ແຮງງານ ທີ່ ຖືກ ພົບ 4 ຄົນ ທໍາອິດ ທີ່ ທາງ ຍາດ ພີ່ນ້ອງ ໄດ້ ຕິດຕໍ່ ຂໍຄວາມ ຊ່ວຍເຫລືອ ຢູ່ ສະຖານທູດ ລາວ ປະຈໍາ ປະເທດ ໄທ. ດັ່ງ ທ່ານ ສະໝັກ ກ່າວວ່າ:
"ຄົນລາວ ທີ່ ເກາະ ເບັນຈີນາ 8 ຄົນ ທີ່ ຕິດຢູ່ ບ່ອນ ພະນັກງານ ສອບສວນ ເຂົາ ກໍາລັງ ສອບສວນ ຢູ່ຈິງໆ, ແລ້ວ ທີ່ ເກາະ ອໍາບົນ ຫລັກໆ ທີ່ ສົ່ງ ເອກສານ ກຽມ ຂໍກັບ ປະເທດ ມີ 4 ຄົນ ແຕ່ ຍັງຕິດ ຢູ່ໃນ ເຮືອ ປະມົງ ອີກ 10 ຄົນ ຂຶ້ນໄປ".
ເມື່ອ ບໍ່ດົນ ມານີ້ ເຈົ້າໜ້າທີ່ ສະຖານ ທູດ ລາວ ປະຈໍາ ອິນໂດເນເຊັຽ ໄດ້ ໂທຣະສັບ ໄປ ສໍາພາດ ແຮງງານ ລາວ ຈໍານວນ 8 ຄົນ, ທີ່ ຕິດຢູ່ ຫ້ອງການ ຕໍາຣວດ ເກາະ ເບັນຈີນາ ເພື່ອ ຢັ້ງຢືນ ວ່າ ພວກ ຂະເຈົ້າ ແມ່ນຄົນ ລາວແ ທ້ໆ, ເພື່ອ ຫາທາງ ຊ່ວຍເຫລືອ ຢ່າງ ຮີບດ່ວນ, ໂດຍ ສະເພາະ ເງິນ ສໍາລັບ ຄ່າ ອາຫານ ເພາະວ່າ ແຕ່ລະຄົນ ບໍ່ມີ ເງິນ ຕິດຕົວ ເລີຍ ຊຶ່ງ ເຈົ້າໜ້າທີ່ ມູນນິທິ ກໍລັງ ປະມານ ກັບ ສະຖານທູດ ລາວ ໃນການ ສົ່ງເງິນ ໄປ ຊ່ວຍເຫລືອ ຜູ້ ຖືກ ເຄາະຮ້າຍ.
ນອກຈາກ ນີ້ ຍັງມີ ຣາຍງານ ວ່າ ມີອີກ 10 ກວ່າ ຄົນ ທີ່ ຍັງຕິດຢູ່ ເຮືອ ປະມົງ ນັ້ນ ຫລາຍຄົນ ກໍບໍ່ໄດ້ ຮັບ ຄ່າ ຈ້າງເລີຍ, ຍ້ອນວ່າ ເຈົ້າຂອງ ເຮືອ ທີ່ເປັນ ຄົນໄທ ໄດ້ ໂຕນໜີ ກັບ ຄືນໄ ປປະເທດໄທ ແລ້ວ ໂດຍ ທີ່ ທາງ ເຈົ້າໜ້າທີ່ ໄດ້ ຊອກຫາ ເງິນທຶນ ເພື່ອ ໃຫ້ ແຮງງານ ລາວ ຈໍານວນ ດັ່ງກ່າວ ເດີນທາງ ໄປ ພັກ ຢູ່ກຸງ ຈັກກະຕ້າ ນະຄອນ ຫລວງ ຂອງ ປະເທດ ອິນໂດເນເຊັຽ, ເພື່ອ ສະດວກ ໃນການ ຊ່ວຍ ເຫລືອ.