ຫຼວງນ້ຳທາປ້ອງກັ້ນແມ່ຍິງ ຈາກຖືກ ຄ້າມະນຸດ
2020.03.13
ນັບແຕ່ເດືອນທັນວາ 2019 ເຈົ້າໜ້າທີ່ຕຳຣວດດ່ານຊາຍແດນບໍ່ເຕັນ ແຂວງຫຼວງນ້ຳທາ ແລະເຈົ້າໜ້າທີ່ຕໍາຣວດຕ້ານການຄ້າມະນຸດແຂວງ, ສາມາດສະກັດກັ້ນ ບໍ່ໃຫ້ແມ່ຍິງຢູ່ແຂວງຫລວງນ້ຳທາ 100 ຄົນ ທີ່ເປັນກຸ່ມສ່ຽງຕົກເປັນ ເຫຍື່ອການຄ້າມະນຸດ. ເຈົ້າໜ້າທີ່ສະຫະພັນແມ່ຍິງ ແຂວງຫລວງນຳທາ ໄດ້ກ່າວໃນວັນທີ 13 ມີນາ ວ່າ:
"ແມ່ນກຸມສ່ຽງທີ່ຊ່ວງເຮົາສະກັດກັ້ນ ທີ່ວ່າ ເຂົາຊິເຂົ້າໄປຈີນນັ້ນ ແລ້ວເຮົາສະກັດກັ້ນ ແລ້ວກໍຊິສຶກສາອົບຮົມ ໃຫ້ກັບຄືນບົດສລຸບ 6 ເດືອນ ປີປາຍຫຼາຍເຕີບ ໂອ 100 ປາຍ 200 ພຸ້ນກ່າ ແຕ່ວ່າມັນແມ່ນກຸ່ມສ່ຽງ ມັນບໍ່ແມ່ນຜູ້ຖືກເຄາະຮ້າຍ."
ທ່ານ ກ່າວຕື່ມວ່າ ສາເຫດສຳຄັນ ກໍຄື ແມ່ຍິງເຫລົ່ານັ້ນ ມີໂອກາດທີ່ຈະຖືກຄ້າມະນຸດ ຍ້ອນວ່າ ເຂົາເຈົ້າບໍ່ຮູ້ພາສາຈີນ ບໍ່ຮູ້ບ່ອນເຮັດວຽກ ບໍ່ຮູ້ຊື່ນາຍຈ້າງ ແລະ ບໍ່ມີເອກະສານເຮັດວຽກຢູ່ຈີນ ຄັກແນ່.
ອີງຕາມຂໍ້ມູນຈາກເຈົ້າໜ້າທີ່, ແມ່ຍິງຢູ່ແຂວງຫຼວງນ້ຳທາ ທີ່ເປັນກຸ່ມສ່ຽງ ເປັນແມ່ຍິງຊົນເຜົ່າ ທີ່ຢາກໄປເຮັດວຽກຢູ່ຈີນ ຕາມການຊັກຊວນ ຂອງໝູ່ ໂດຍ ທີ່ເຂົາເຈົ້າບໍ່ຮູ້ເລີຍວ່າ ຈະຕົກເປັນເຫຍື່ອການຄ້າມະນຸດ, ດັ່ງເຈົ້າໜ້າທີ່ ກ່າວຕື່ມວ່າ:
"ແລ້ວກະເບິ່ງຄວາມເປັນໄປໄດ້ວ່າ ຈຸດປະສົງເຂົາໄປອອກແຮງງານແລ້ວ ພັດມີພາສປອດ ບໍ່ຮູ້ພາສາຈັກໂຕ ແລ້ວໄປອິສັງແບບນີ້ນ່າ ກໍເປັນ ຄວາມສ່ຽງ ແລ້ວເຮົາກໍສະກັດກັ້ນ ຝຶກອົບຮົມບາງກໍດີໃຈເດ້ ເຮົາສາມາດເຕືອນເຂົາກ່ອນ ຂອບໃຈເຈົ້າໜ້າທີ່ ພວກເຮົາຢູ່ ເປັນຊົນເຜົ່າເນີ ພາສາຈີນກໍບໍ່ຮູ້ ແລ້ວຊິເຂົ້າໄປຫຍັງ ເຫດຜົນເຂົາ ຄັນເຈົ້າບໍ່ຕົກຢູ່ໃນກຸ່ມແບບນີ້ນ່າ."
ຫລັງຈາກທີ່ສືບສວນສອບສວນແລ້ວ ເຈົ້າໜ້າທີ່ກໍສົ່ງແມ່ຍິງເຫລົ່ານີ້ ກັບບ້ານ ພ້ອມກັບແຈກເອກະສານ ຜົນຮ້າຍຂອງການຄ້າມະນຸດ ແລະ ຮູບແບບການຄ້າມະນຸດ ຢູ່ຈີນ ໃຫ້ເຂົາເຈົ້າ.