ຣັຖບານລາວໂຄສະນາ ຕ້ານ ຄ້າມະນຸດ

ທາງການລາວ ໂຄສະນາ ຕ້ານ ການຄ້າມະນຸດ ຢູ່ ທຸກແຂວງ ທີ່ຕິດຊາຍແດນ.

ຣັຖບານລາວ ໂຄສະນາ ຕ້ານ ການຄ້າມະນຸດ ໃນທຸກແຂວງ ຕິດກັບຊາຍແດນ ຮູບພາບຈາກ : ໜ່ວຍງານຕ້ານການຄ້າມະນຸສ

ທາງການລາວ ໂຄສະນາ ສາຍຊີເນມາ ຕ້ານ ການຄ້າມະນຸດ ທາງໂທຣະທັສ ຂນາດໃຫຍ່ ຫລາຍຂຶ້ນ ບໍ່ສະເພາະແຕ່ຢູ່ດ່ານ ຂົວມິຕພາບ ແຫ່ງທີ 1 ໜອງຄາຍ-ວຽງຈັນ ແຕ່ຍັງຢູ່ດ່ານ ຊາຍແດນຕິດກັບ ຈີນ ແລະວຽດນາມ ນໍາດ້ວຍ, ຫລັງຈາກທີ່ກຸ່ມ ຄ້າມະນຸດຈີນ ໃຊ້ປະເທດ ໄທ ເປັນທາງຜ່ານ ຕົວະຍົວະແມ່ຍິງລາວ ໄປຈີນ. ຕາມຄໍາເວົ້າຂອງເຈົ້າໜ້າທີ່ ຕ້ານການຄ້າມະນຸດ ຣະດັບສູງຂອງລາວ ຜູ້ບໍ່ປະສົງອອກຊື່ ຕໍ່ RFA ໃນມື້ວັນທີ 6 ມິຖຸນາ ນີ້.

ທ່ານກ່າວວ່າ "ເຝົ້າຣະວັງກໍກວດ ຍົກຕົວຢ່າງວ່າພວກໄປຈີນ ທີ່ວ່າຜ່ານສນາມບິນໄທ ກໍສາມາດຊ່ອຍໄດ້ 2 ຄົນ ເຝົ້າຣະວັງໂຕນັ້ນ ແຕ່ວ່າ ດຽວນີ້ ເຮັດໂຄສະນາ ຫລາຍຂຶ້ນຢູ່ຕາມຊາຍແດນ ແຕ່ວ່າຮູບເງົາ ໄປກໍຕິດຕາມແຂວງນໍ໋ ບໍ່ແມ່ນແຕ່ຢູ່ດ່ານ ໜອງຄາຍ-ວຽງຈັນ ກໍຈະໄປຕິດ ຢູ່ແຂວງ ທີ່ວ່າມີດ່ານທີ່ວ່າ ຕິດກັບແຕ່ລະປະເທດ ຫັ້ນນະ."

ການຂຍາຍພື້ນທີ່ໂຄສະນາ ສາຍຊິເນມາ ຕ້ານ ການຄ້າມະນຸດ ໄປທຸກແຂວງຊາຍແດນ ທົ່ວປະເທດລາວ ກໍຍ້ອນວ່າໃນຣະຫວ່າງ ທ້າຍປີ 2018 ຫາ ຕົ້ນປີ 2019 ນີ້ ກຸ່ມນັກຄ້າມະນຸດຈີນ ໄດ້ຕົວະຍົວະແມ່ຍິງລາວ 2 ຄົນໄປຈີນ ໂດຍອາສັຍ ປະເທດໄທ ເປັນທາງຜ່ານ.

ນັກຄ້າມະນຸດຈີນ ໄດ້ໃຫ້ແມ່ຍິງລາວ ເດີນທາງມາຫາຢູ່ໄທ ຈາກນັ້ນກໍພາຂຶ້ນເຮືອບິນ ໄປປະເທດຈີນ ຊຶ່ງງ່າຍກວ່າໄປອອກດ່ານ ຊາຍແດນ ລາວ-ຈີນ ຊຶ່ງມີເຈົ້າໜ້າທີ່ ເຝົ້າຣະວັງ ແລະເຂັ້ມງວດ ມາຕັ້ງແຕ່ປີ 2016.

ທ່ານບອກອີກວ່າ ຊີເນມາເຣື່ອງສັ້ນນັ້ນ ມີເນື້ອຫາ ແລະແຜ່ນປ້າຍ ກ່ຽວກັບການຄ້າມະນຸດ ໃນແຂວງຕ່າງໆ ທົ່ວປະເທດ ແລະ ເຣື່ອງການ ອອກແຮງງານ ທີ່ປະເທດໄທນໍາດ້ວຍ ເພື່ອປ້ອງກັນບໍ່ໃຫ້ຄົນລາວ ໄປແບບຜິດກົດໝາຍ ຍ້ອນເປັນການງ່າຍ ຕໍ່ການທີ່ຈະຖືກບັງຄັບ ໃຊ້ ແຮງງານ ແລະຖືກເອົາລັດເອົາປຽບ ຊຶ່ງເຂົ້າຂ່າຍ ການຄ້າມະນຸດ.

ກ່ຽວກັບເຣື່ອງດັ່ງກ່າວ ໃນວັນທີ 6 ມິຖຸນາ ຊຶ່ງເປັນວັນຕໍ່ຕ້ານການຄ້າມະນຸດ ຂອງໄທ ນາຍົກຣັຖມົນຕຣີ ປະຍຸດ ຈັນໂອຊາ ໄດ້ກ່າວໃນງານ ປະຊຸມ ຕ້ານການຄ້າມະນຸດ ທີ່ ບາງກອກ ວ່າໃຫ້ທຸກພາກສ່ວນ ໃນໄທທັງເອກກະຊົນ ແລະຣັຖບານ ເຂັ້ມງວດ ກວດກາຕາມຊາຍແດນ ຕິດກັບ ພະມ້າ, ລາວ ແລະ ກັມພູຊາ ຫລາຍຂຶ້ນຫລາຍໆດ້ານ ໂດຍສະເພາະ ລົງໂທດຢ່າງເດັດຂາດ ຕໍ່ເຈົ້າໜ້າທີ່ໄທ ທີ່ມີສ່ວນກ່ຽວຂ້ອງ ກັບເຣື່ອງນີ້, ດັ່ງທີ່ທ່ານກ່າວຕອນນຶ່ງ

ທ່ານກ່າວວ່າ; "ຮູບແບບດໍາເນີນການນັ້ນ ເຂົາເຮັດແບບບໍ່ຢ້ານກົວກົດໝາຍ ລີ້ຊ່ອນກົດໝາຍທຸກຂໍ້ ມີການປອມແປງອາຍຸ ຂອງເດັກນ້ອຍ ແລະເຍົາວະຊົນ ໃຫ້ເປັນຜູ້ໃຫຍ່ ເພື່ອບໍ່ໃຫ້ຖືກ ດໍາເນີນຄະດີ ມີການດັດແປງພາຫານະ ເພື່ອລັກລອບຂົນຄົນ ເຂົ້າເມືອງ."

ຕາມໂຕເລກຄະດີຄ້າມະນຸດ ໃນໄທ ປີ 2015 ຫາ ທ້າຍປີ 2018 ທີ່ມີການເປີດເຜີຍ ໃນວັນຕໍ່ຕ້ານການຄ້າມະນຸດ ຂອງໄທ ທີ 6 ມິຖຸນາ ນີ້ ມີຄະດີຄ້າມະນຸດ 1256 ຄະດີ, ມີຜູ້ເສັຽຫາຍ ທີ່ສາມາດຊ່ອຍເຫລືອໄດ້ 2892 ຄົນ. ໃນນັ້ນເປັນຊາຍ 1232 ຄົນ ແລະຍິງ 1660 ຄົນ ແລະໃນຈໍານວນນີ້ ເປັນຄົນພະມ້າ ຄົນລາວ ແລະ ຄົນກັມພູຊາ ຮວມກັນ 1527 ຄົນ.

ສະເພາະແມ່ຍິງລາວ ຕາມຂໍ້ມູນຈາກສູນກາງ ສະຫະພັນແມ່ຍິງລາວ ໃນລະຍະ 1 ປີ ທີ່ຜ່ານມາ ທາງການລາວ ໄດ້ຊ່ອຍເຫລືອຜູ້ເສັຽຫາຍ ຈາກການຄ້າມະນຸດ ກັບມາໄດ້ປະມານ 100 ຄົນ. ໃນນັ້ນສ່ວນໃຫຍ່ ຊ່ອຍມາຈາກຈີນ ແລະ ເກົາຫລີໃຕ້.

ເຖິງຢ່າງໃດກໍຕາມ ໃນຣະຍະປີທີ່ຜ່ານມາ ກໍມີແມ່ຍິງລາວ ຢູ່ນະຄອນປາກເຊ ຖືກບັງຄັບໃຊ້ແຮງງານ ຢ່າງໜັກ ແລະຖືກ ທໍາຮ້າຍຮ່າງກາຍ ຢູ່ໄທເຖິງ 5 ປີ ກ່ອນທີ່ເຈົ້າໜ້າທີ່ ຈະຊ່ອຍອອກມາໄດ້. ແລະໃນຣະຫວ່າງທ້າຍປີ 2018 ຫາ ຕົ້ນປີ 2019 ນີ້ ກໍຊ່ອຍແມ່ຍິງລາວ 2 ຄົນ ຢູ່ແຂວງພາກເໜືອ ທີ່ຖືກຫລອກລວງ ໄປຈີນ, ໂດຍຜ່ານສນາມບິນປະເທດໄທ ກັບມາໄດ້ ຂນະທີ່ໃນເດືອນ ພຶສພາ ທີ່ຜ່ານມາ ກໍມີຜູ້ຊາຍ ອາຍຸ 30 ປີ ຢູ່ເມືອງປາກກະດິງ ແຂວງບໍຣິຄໍາໄຊ ຖືກຄົນໄທຕົວະ ໃຫ້ໄປຮຽນຮູ້ເຣື່ອງ ການຄ້າຂາຍ ຢູ່ໄທ ແຕ່ກັບຖືກຈັບໂຕ ຮຽກຄ່າໄຖ່ ກ່ອນທີ່ເຈົ້າໜ້າທີ່ໄທ ຈະຊ່ອຍມາໄດ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org