ບົດຣາຍງານການຄ້າມະນຸດ ໃນລາວ
ສປປລາວ ຄວນຖືກ ຫລຸດຂັ້ນ ໃນ ບົດຣາຍງານ ການ ແກ້ໄຂ ບັນຫາ ການ ຄ້າມະນຸດ ທີ່ຍັງມີ ຢູ່ ຢ່າງ ຫຼວງຫຼາຍ ໃນລາວ.
-
ສິດນີ
2014-06-24 -
-
-
Your browser doesn’t support HTML5 audio
ສະມາຊິກ ສະພາຕ່ຳ ສະຫະຣັດ ພັກ Republican ຈາກຣັດ ຄາລີຟໍເນັຍ ທ່ານ ED ROYCE ປະທານ ຄນະ ກັມມາທິການ ກິຈການ ຕ່າງ ປະເທດ ໄດ້ ກ່າວ ຕອບໂຕ້ ບົດຣາຍງານ ປະຈຳປີ 2014 ກ່ຽວກັບ ການ ຄ້າມະນຸດ ໃນໂລກ ຂອງ ກະຊວງ ຕ່າງປະເທດ ສະຫະຣັຖ ວ່າ ບົດຣາຍງານ ກ່ຽວກັບ ບັນຫາ ການ ຄ້າມະນຸດ ຂອງ ກະຊວງ ຕ່າງ ປະເທດ ສະຫະຣັຖ ໃນ ປີນີ້ ຖືວ່າດີ ພໍສົມຄວນ ເປັນທີ່ ຕ້ອງການ ແຕ່ ເບິ່ງຂ້າມໄປ ບາງຢ່າງ ສ່ວນໃຫຍ່ ຈະເອົາຕາມ ການຣາຍງານ ຂອງ ນັກການທູດ ເປັນຫລັກ ຊື່ງ ສ່ວນໃຫຍ່ ຈະບໍ່ໃຫ້ ຂໍ້ມູນ ຄວາມຈິງ ກ່ຽວກັບ ປະເທດ ທີ່ ຕົນໄປ ປະຈຳການ ເພາະ ບໍ່ຢາກ ສ້າງບັນຫາ ກັບ ປະເທດ ນັ້ນໆ.
ທ່ານວ່າ ການ ຈັດຣະດັບ ໃນປີນີ້ ຫລາຍ ປະເທດ ກໍຖືກຫລຸດ ອັນດັບ ແລະ ຫລາຍ ປະເທດ ກໍໄດ້ເພີ້ມ ອັນດັບ ທີ່ ເຂົາເອີ້ນວ່າ ກຸ່ມນຶ່ງ ຫລື TIER 1 TIER 2 ແລະ TIER 3.
TIER 1 ຖືວ່າ ເປັນ ປະເທດ ທີ່ ປະຕິບັດ ຕາມ ມາຕຖານ ການປົກປ້ອງ ແລະ ຕ້ານ ການ ຄ້າມະນຸດ ຢ່າງເຕັມທີ່.
TIER 2 ຫມາຍຄວາມ ວ່າເປັນ ປະເທດ ບໍ່ ປະຕິບັດ ຕາມ ມາຕຖານ ການ ປ້ອງກັນ ແລະ ປົກປ້ອງ ແຕ່ ກໍຍັງມີ ຄວາມ ພຍາຍາມ ທີ່ ຈະແກ້ໄຂ.
TIER 3 ແມ່ນ ປະເທດ ທີ່ ບໍ່ ປະຕິບັດ ແລະ ບໍ່ໃຊ້ຄວາມ ພຍາຍາມ ເລີຍ ແຕ່ ສປປລາວ ຍັງຕົກ ຢູ່ໃນ TIER 2. ຊຶ່ງ ສະມາຊິກ ສະພາ ສະຫະຣັດ ຕ້ອງການ ໃຫ້ ຫລຸດຂັ້ນ ຂອງ ສປປລາວ ມາເປັນ TIER 3 ດ້ວຍເຫດຜົລ ທີ່ວ່າ ຍັງມີ ການ ຄ້າມະນຸດ ໃນລາວ ຫລາຍຢູ່.
ທາງການລາວ ບໍ່ເອົາ ໃຈໃສ່ ພໍເທົ່າໃດ ແລະ ຍັງບໍ່ໃຊ້ ຄວາມ ພຍາຍາມ ໃນການ ປ້ອງກັນ ແລະ ຕ້ານ ບັນຫາ ດັ່ງກ່າວ ນຳອີກ. ໃນ ແຕ່ລະປີ ແຮງງານ ລາວ ຖືກ ຕົວະຍົວະ ໂດຍກຸ່ມ ຄ້າມະນຸດ ໄປເຮັດວຽກ ໃນໄທ ດັ່ງ ທີ່ຜ່ານມາ ຈາກ ແຂວງ ສວັນນະເຂດ 45 ພັນຄົນ ແຂວງ ຈຳປາສັກ 32 ພັນຄົນ ແລະ ແຂວງ ສາຣະວັນ 15 ພັນ ແລະ ຫລາຍໆຄົນ ໃນ ຈໍານວນນີ້ ຕົກເປັນ ເຫຍື່ອ ຂອງກຸ່ມ ຄ້າມະນຸດ ທີ່ ທາງການ ລາວ ບໍ່ເອົາ ໃຈໃສ່.