ຂ.ສາລະວັນຕຽມຊ່ອຍເຫຼືອ ແມ່ຍິງ ຜູ້ຖືກ ເຄາະຮ້າຍຈາກໄທ
2018.02.22
ເຈົ້າໜ້າທີ່ທາງການແຂວງ ສາລະວັນ ກຽມຊ່ອຍແມ່ຍິງລາວ ອາຍຸ 18 ປີ ຄົນນຶ່ງ ທີ່ຖືກບັງຄັບໃຊ້ແຮງງານ ຢູ່ໂຮງງານນໍ້າກ້ອນ ເຂດ ບາງສີເມືອງ ແຂວງ ນົນທະບູລີ ຂອງໄທ, ດັ່ງຄຳເວົ້າຂອງເຈົ້າໜ້າທີ່ ແຂວງສາລະວັນ ຜູ້ບໍ່ປະສົງອອກຊື່ ກ່າວຕໍ່ RFA ໃນວັນທີ 20 ກຸມພາ ນີ້ວ່າ:
"ສະຖານທູດ ສູນແຮງງານເຮົາ ຢູ່ບາງກອກເພິ່ນເປັນຜູ້ປະສານງານ ຫັ້ນນ່າ ເຈົ້າໜ້າທີ່ລາວ ກັບເຈົ້າໜ້າທີ່ໄທ ສົມທົບກັນ ເຮົາກໍດຳເນີນຢູ່ ຜູ້ເຄາະຮ້າຍ ກະຊິມີຣົດຮັບສົ່ງມານະ ພາກັບມາແລ້ວເຮົາຈະຝຶກອົບຮົມໃຫ້ ສອນວິຊາຊີບໃຫ້ ໂດຍພາກສ່ວນ ແຮງງານ ອາດຈະຊ່ອຍເຫຼືອ ຈະຊ່ອຍຝຶກວິຊາຊີບໃຫ້ ຝຶກວິຊາຊີບແລ້ວ ກໍ່ຊອກວຽກໃຫ້ເພິ່ນເຮັດ."
ແມ່ຍິງລາວອາຍຸ 18 ປີ ຄົນນີ້ ເປັນຜູ້ທີ່ໄດ້ຮັບເຄາະຮ້າຍ ຈາກການຄ້າມະນຸດ, ເປັນນຶ່ງໃນຈໍານວນຄົນລາວ ອີກ 5 ຄົນ ຊຶຶ່ງມີຜູ້ຊາຍ 4 ຄົນ. ປັດຈຸບັນເຈົ້າໜ້າທີ່ໄທ ກຳລັງພິສູດວ່າຜູ້ຊາຍ 4 ຄົນນັ້ນຈະເປັນຜູ້ໄດ້ຮັບ ເຄາະຮ້າຍຈາກການຄ້າມະນຸດ ຄືກັນຫຼືບໍ່ ຫຼືວ່າສະມັກໃຈ ມາເອງ.
ໃນການຊ່ອຍເຫຼືອແມ່ຍິງກັບມາແຂວງສາລະວັນ ໃນເມື່ອກ່ອນນັ້ນ ເຈົ້າໜ້າທີ່ບອກວ່າ ສະຖານທູດລາວ ຈະເປັນຜູ້ສົ່ງໂຕແມ່ຍິງຜູ້ເຄາະຮ້າຍ ມາຮອດແຂວງ ຈາກນັ້ນເຈົ້າໜ້າທີ່ກຽ່ວຂ້ອງ ຕັ້ງແຕ່ສະຫະພັນແມ່ຍິງແຂວງ ແຮງງງານແລະຕໍາຣວດ ຈະສຳພາດນາງຕື່ມ ພ້ອມດຽວກັນ ກໍຈະໃຫ້ຄວາມຮູ້ ກຽ່ວກັບການໄປເຮັດວຽກ ແບບຖືກຕ້ອງ ແລະ ບໍ່ຖືກກົດໝາຍ ຢູ່ໄທ ຈາກນັ້ນ ກໍ່ຈະສົ່ງໄປຝຶກສູນອາຊີບ ຢ່າງໜ້ອຍ 3 ເດືອນ ເພື່ອໃຫ້ນາງສາມາດ ຊອກວຽກເຮັດໄດ້ ໃນຕໍ່ໜ້າ.
ສຳລັບການລັກລອບໄປເຮັດວຽກຢູ່ໄທນັ້ນ ເຈົ້າໜ້າທີ່ທ້ອງຖິ່ນ ພາກສ່ວນກຽ່ວຂ້ອງ ທ່ານນຶ່ງ ກໍໄດ້ເວົ້າສະຖານນະການ ປັດຈຸບັນໃນ ແຂວງສາລະວັນໃຫ້ຟັງວ່າ ການລັກລອບໄປເຮັດວຽກໃນໄທນັ້ນ ບໍ່ແມ່ນມີແຕ່ສະເພາະແມ່ຍິງຜູ້ນີ້ເທົ່ານັ້ນ ຍັງມີອີກຫຼາຍ ແລະສ່ວນຫຼາຍ ກໍ່ສະມັກໃຈໄປເອງ:
"ມັນກາໄປດ້ວຍຄວາມສະມັກໃຈແຫລະ 16 , 17 ນີ້ໄປແລ້ວແຫລະ ເຮົາກໍ່ຫ້າມເຂົາບໍ່ໄດ້ ບາງຄົນຮຽນບໍ່ທັນຈົບໄປແລ້ວ ໄປເຮັດນຳ ຮ້ານອາຫານ ໄປເຮັດພວກກັມມະກອນ ແນວນີ້ນະ ມັນກໍ່ໄປດ້ວຍຄວາມສະມັກໃຈແຫລະ ສ່ວນຫຼາຍ ເພາະວ່າຈະໄປ ເອງໄປຊອກຫາເງິນ ຊ່ອຍຄອບຄົວນະ ແຕ່ທີ່ຖືກຕົວະ ກໍ່ມີນະ ພໍ່ແມ່ຢາກໃຫ້ໄປຫາເງິນ ກໍມີເຮົາກໍ່ຫ້າມເຂົາບໍ່ໄດ້."
ສ່ວນແນວທາງການປ້ອງກັນ ການລັກລອບໄປເຮັດວຽກຢູ່ໄທນັ້ນ ເຈົ້າໜ້າທີ່ບອກວ່າ ຈະມີການຫາລືລະຫວ່າງ ພາກສ່ວນທີ່ກຽ່ວຂ້ອງ ວ່າຈະມີທາງແກ້ໄຂ ແລະສະກັດກັ້ນແນວໃດ ເພື່ອບໍ່ໃຫ້ມີການລັກລອບໄປ ແບບຜິດກົດໝາຍຕື່ມ ຫລັງຈາກທີ່ໄດ້ ສຳພາດເອົາຂໍ້ມູນ ຈາກແມ່ຍິງຜູ້ເຄາະຮ້າຍ.