ເຣື່ອງເລົ່າປະສົບການຈິງ ຈາກຜູ້ທີ່ຖືກຂາຍໄປເຮັດວຽກ ຢູ່ກາສິໂນ ໃນປະເທດພະມ້າ, ຕອນຈົບ
ຊາວໜຸ່ມລາວ ຫຼາຍຄົນ ຖືກຂາຍໄປພະມ້າ ຫຼັງຈາກທີ່ມີຄົນຊັກຊວນໄປເຮັດ ໂດຍອ້າງວ່າ ໄດ້ເງິນເດືອນສູງ ແລະ ຜົລສຸດຖືກບັງຄັບໃຫ້ເຮັດວຽກ ເພື່ອຕົວະຕົ້ມເອົາເງິນຄົນອື່ນ ທາງອິນເຕີເນັດ ຖ້າເຮັດບໍ່ໄດ້ ກໍຖືກລົງໂທດ, ສ່ວນຈຳນວນນຶ່ງ ໄດ້ກັບຄືນບ້ານເກີດ ເມືອງນອນ ດ້ວຍການເສັຍເງິນ ຄ່າໄຖ່ໂຕ. ພາກທີ 2 (ຕອນຈົບ).
-
ສຸພັດຕາ
2023-04-14 -
-
-
Your browser doesn’t support HTML5 audio
ເມືອງເມັຍວະດີ ຕັ້ງຢູ່ໃນຣັຖກະຢິ່ນ ໃນພາກໃຕ້ຂອງພະມ້າ ໃກ້ກັບຊາຍແດນໄທຍ ແລະກໍເປັນເຂດທີ່ເໝາະສົມ ສຳລັບພວກຄ້າມະນຸດ ເພື່ອຊຸກເຊື່ອງຜູ້ເຄາະຮ້າຍ ເພາະວ່າເຂດນີ້ ມີຂໍ້ຂັດແຍ້ງພາຍໃນ ແລະເຈົ້າໜ້າທີ່ ກໍຄວບຄຸມຍາກ. ອີງຕາມຄຳເວົ້າ ຂອງເດັກນ້ອຍໄວຣຸ້ນລາວທີ່ຍັງຄ້າງຢູ່ພະມ້າ, ໂຮງກະສິໂນໂກຊາຍ ຕັ້ງຢູ່ໄກ ຈາກເມືອງເມັຍວະດີໄປທາງໃຕ້ປະມານ 36 ກິໂລແມັດ.
ທ່ານ Phil Robertson ຈາກອົງການສິດທິມະນຸດ ກ່າວວ່າ “ເຂດເມືອງເມັຍວະດີ ມີໂຮງກາສິໂນ ເຖິງ 20-30 ແຫ່ງ ຢາຍໄປຕາມຊາຍແດນໄທຍ-ພະມ້າ. ພວກຄ້າມະນຸດ ຢາກເຮັດຫຍັງກໍໄດ້ ເພາະເຈົ້າໜ້າທີ່ທ້ອງຖິ່ນ ກໍເປັນສ່ວນນຶ່ງ ຂອງຣັຖບານທະຫານພະມ້າ; ພວກເຂົາບໍ່ສົນໃຈ ເຣື່ອງຄ້າມະນຸດນີ້ເລີຍ ເພາະພວກເຂົາອາດໄດ້ຮັບເງິນສິນບົນ.”
ຖືກກັກໂຕ
ໄວຣຸ້ນລາວອີກຄົນນຶ່ງ ທີ່ເຄີຍຖືກຕົວະຍົ້ວະໄປພະມ້າ ກ່າວວ່າ ພວກທີ່ຖືກກັກໂຕຢູ່ໂຮງກາສິໂນໂກຊາຍ ສ່ວນຫຼາຍ ແມ່ນເດັກນ້ອຍລາວ ຄວບຄຸມໂດຍຄົນຈີນ ປະມານສິບຄົນ ທີ່ມີຕົນໂຕໃຫຍ່ກວ່າ ແລະກໍມີອາຍຸແກ່ກວ່າ.
ໃນຕອນທຳອິດ, ທ້າວແກ້ວ ກໍສາມາດຕົວະຕົ້ມລູກຄ້າ ໄດ້ສອງສາມຄົນ; ໃນເວລານັ້ນ ເຂົາບໍ່ຄິດຫຍັງຫຼາຍ ເຂົາພຽງແຕ່ຢາກໄດ້ເງິນເທົ່ານັ້ນ ແລະຕໍ່ມາ ເຮັດໄປ ກໍເພື່ອຈະບໍ່ຖືກລົງໂທດ. ບັນຫາ ມີຢູ່ວ່າ ພວກເຂົາ ຈະຫາລູກຄ້າຍາກຂຶ້ນຍາກຂຶ້ນ.
ທ້າວແກ້ວເວົ້າອີກວ່າ “ໃນເວລາຖືກຕີ ຂ້ອຍຄຶດຢາກກັບບ້ານຢູ່ ແຕ່ຄົນຄຸມງານ ບອກວ່າ ໃຜໆກໍບໍ່ສາມາດກັບບ້ານໄດ້.”
ບໍ່ດົນຕໍ່ມາ ຜູ້ຄຸມງານ ບອກທ້າວແກ້ວ ໃຫ້ໂທຫາພໍ່ແມ່ ແລະໃຫ້ພໍ່ແມ່ ຈ່າຍເງິນຄ່າໄຖ່ເຄິ່ງລ້ານບາທ ເພື່ອແລກກັບການປ່ອຍໂຕຂອງເຂົາ; ຖ້າບໍ່ດັ່ງນັ້ນ ທ້າວແກ້ວ ຈະຖືກຂາຍຕໍ່ ອາຈຖືກຂາຍເປັນ ຫຼືຕາຍ.
ສຸດທ້າຍ ພໍ່ແມ່ຂອງທ້າວແກ້ວ ສາມາດຕໍ່ຄ່າໄຖ່ລົງ ຍັງເຫຼືອສອງແສນບາທ; ຈ່າຍເງິນແລ້ວທ້າວແກ້ວ ກໍຖືກປ່ອຍໂຕໄປປະເທດໄທຍ.
ແຕ່ໃນກໍຣະນີຂອງທ້າວຄຳ, ເຂົາບໍ່ສາມາດຊອກຫາລູກຄ້າໄດ້ເລີຍ ເພາະເຂົາເວົ້າ ຫຼືຂຽນພາສາໄທຍບໍ່ໄດ້ດີ ຍ້ອນດັ່ງນັ້ນ ເຂົາຈຶ່ງຖືກລົງໂທດ. ຢູ່ອິນເຕີແນັດ ມີຄົນໂພສວິດີໂອນຶ່ງ ທີ່ສະແດງໃຫ້ເຫັນບາດແຜ ຢູ່ຕົນໂຕຂອງທ້າວຄຳ ທີ່ເກີດຈາກການຖືກຕີ.
ຫຼັງຈາກນັ້ນດົນເຕີບ ຜູ້ເປັນນາຍ ກໍຖາມຄົນລາວ ຮວມທັງທ້າວຄຳນຳ ວ່າ “ໃຜຢາກກັບບ້ານ. ພວກຂ້ອຍຮວມທັງໝົດ ປະມານສິບຄົນ ກໍບອກວ່າ ຢາກກັບບ້ານ ຍ້ອນພວກຂ້ອຍບໍ່ສາມາດເຮັດວຽກໄດ້ ແລະຍ້ອນອ່ານພາສາໄທຍບໍ່ໄດ້. ແລ້ວ ນາຍ ກໍບອກໃຫ້ໂທຫາພໍ່ແມ່ ແລະໃຫ້ຫາເງິນມາເຄິ່ງລ້ານບາທເພື່ອໄຖ່ໂຕ.”
ປະກົດວ່າ ພໍ່ແມ່ບາງຄົນ ຮວມທັງພໍ່ແມ່ຂອງທ້າວຄຳ ສາມາດຕໍ່ລາຄາລົງໄດ້ ແລະກໍຖືກປ່ອຍໂຕໃນເວລາຕໍ່ມາ.
ສຸດທ້າຍ ທ້າວຄຳ ແລະທ້າວແກ້ວ ພ້ອມໝູ່ຄູ່ ຮວມທັງໝົດປະມານ 10 ຄົນ ກໍສາມາດກັບຄືນບ້ານ ທີ່ແຂວງຫຼວງນ້ຳທາ ໄດ້ເມື່ອບໍ່ດົນຜ່ານມາ.
ບໍ່ມີການຊ່ວຍເຫຼືອ
ເຈົ້າໜ້າທີ່ລາວ ແລະພະມ້າ ຕ່າງກໍຮັບຮູ້ວ່າ ເຂດເມືອງເມັຍວະດີ ມີການຄ້າມະນຸດ ແຕ່ຍ້ອນຄວາມວຸ້ນວາຍ ເຈົ້າໜ້າທີ່ ຈຶ່ງບໍ່ສາມາດຊ່ວຍເຫຼືອພວກເຄາະຮ້າຍໄດ້.
ເຈົ້າໜ້າທີ່ຂັ້ນສູງ ຂອງຣັຖບານເພື່ອຄວາມປອງດອງຊາຕ ຊຶ່ງເປັນຣັຖບານຕໍ່ຕ້ານຣັຖບານທະຫານພະມ້າ ກ່າວວ່າ ເຈົ້າໜ້າທີ່ຣັຖບານທະຫານພະມ້າເອງ ເປັນຜູ້ເປີດໂອກາດໃຫ້ມີການກະທຳ ທີ່ຜິດກົດໝາຍແບບນີ້ ຢູ່ໃນຂົງເຂດນັ້ນຂອງພະມ້າ.
ສ່ວນເຈົ້າໜ້າທີ່ສະຖານທູດລາວ ປະຈຳພະມ້າ ກ່າວວ່າ ທາງສະຖານທູດລາວ ໄດ້ຫາລືກັບເຈົ້າໜ້າທີ່ ຣັຖບານທະຫານພະມ້າແລ້ວ ແລະກໍໄດ້ສົ່ງບ່ອນຢູ່ ຂອງໂຮງກາສິໂນໂກຊາຍ ທີ່ມີຄົນລາວເຮັດວຽກຢູ່ນັ້ນ ໃຫ້ແລ້ວ. ແຕ່ເຈົ້າໜ້າທີ່ພະມ້າ ບອກວ່າ ບໍ່ສາມາດເຂົ້າໄປໃນເຂດກາສິໂນນັ້ນໄດ້ ເພາະຍັງມີການສູ້ຣົບກັນ ລະຫວ່າງຊົນເຜົ່າສ່ວນນ້ອຍ ແລະຝ່າຍຣັຖບານຣັຖກະຢິ່ນຢູ່.
ເຈົ້າໜ້າທີ່ສະຖານທູດລາວ ກ່າວຕື່ມວ່າ “ພວກເຮົາບອກບໍ່ໄດ້ ວ່າ ຈະສາມາດເຂົ້າໄປເຂດນັ້ນໄດ້ມື້ໃດ. ພວກເຮົາໄດ້ຖາມເຈົ້າໜ້າທີ່ທ້ອງຖິ່ນ ພະມ້າແລ້ວ ຊຶ່ງບອກວ່າ ເປັນການຍາກທີ່ຈະຊອກຫາຄົນງານລາວ ໃນພະມ້າ ເພາະພວກເຂົາ ເຂົ້າມາຢ່າງຜິດກົດໝາຍ ແບບບໍ່ມີໜັງສືຜ່ານແດນ.”
ແຕ່ໄວຣຸ້ນລາວ ບອກວິທຍຸເອເຊັຽເສຣີວ່າ ພວກເຂົາຖືກປ່ອຍໂຕ ຍ້ອນໄດ້ຮັບການຊ່ວຍເຫຼືອຈາກທະຫານພະມ້າ ຊຶ່ງອາດໝາຍເຖິງ ທະຫານກະຣ່ຽນ ທີ່ເປັນກຳລັງຄວບຄຸມໃນພື້ນທີ່.
ພວກທີ່ໄດ້ຮັບເຄາະຮ້າຍ ແລະນັກຊ່ຽວຊານດ້ານສິດທິມະນຸດ ເວົ້າວ່າ ການຄ້າມະນຸດ ໄດ້ຮັບການຊ່ວຍເຫຼືອ ຈາກເຈົ້າໜ້າທີ່ທຸກຝ່າຍ ຈາກທຸກປະເທດທີ່ກ່ຽວຂ້ອງ. ມັນເປັນເຣື່ອງທີ່ໜ້າເສົ້າໃຈ ທີ່ໃນທົ່ວເອເຊັຍຕາເວັນອອກສ່ຽງໃຕ້ ມີການສໍ້ຣາສບັງຫຼວງຫຼາຍ, ການບັງຄັບໃຊ້ກົດໝາຍ ກໍອ່ອນແອ ແລະເຈົ້າໜ້າທີ່ ກໍເມີນເສີຍຕໍ່ບັນຫາດັ່ງກ່າວ.
ເດັກນ້ອຍໄວຣຸ້ນລາວຫຼາຍສິບຄົນ ຍັງຕິດຄ້າງຢູ່ພະມ້າ ໃນນັ້ນມີເດັກນ້ອຍ ຈາກແຂວງຫຼວງນ້ຳທາຄົນນຶ່ງ ອາຍຸພຽງ 14 ປີ.
ຜູ້ເປັນແມ່ຂອງເດັກນ້ອຍຄົນນີ້ ໄດ້ຕິດຕໍ່ ຂໍຮຽກຮ້ອງໃຫ້ທາງການລາວ ຊົດຊ່ວຍລູກຂອງນາງຫຼາຍເທື່ອ. ຕຳຣວດພະມ້າ ກໍຮູ້ວ່າ ພວກເຂົາຢູ່ໃສ ແຕ່ເປັນຫຍັງ ບໍ່ຊ່ວຍເຫຼືອ. ເດັກນ້ອຍລາວອີກຄົນນຶ່ງ ຂຽນເຖິງວິທຍຸເອເຊັຽເສຣີວ່າ ເວລາເຂົາຖືກສົ່ງໄປໂຮງກາສິໂນ ຢູ່ລາວ ເຈົ້າໜ້າທີ່ຕຳຣວດ ແລະທະຫານລາວ ກໍຮູ້ເຫັນ. ເຈົ້າໜ້າທີ່ຕຳຣວດໄທຍ ກໍເຊັ່ນດຽວກັນ ຮັບເງິນສິນບົນ ຈາກພວກຄ້າມະນຸດ ທີ່ເປັນຄົນຈີນ. ສລຸບແລ້ວ ເຈົ້າໜ້າທີ່ຈາກປະເທດໃດກໍຕາມ ຮູ້ວ່າ ພວກເຂົາຢູ່ໃສ ແຕ່ບໍ່ຍອມໃຫ້ການຊ່ວຍເຫຼືອ.
ທີ່ທ່ານໄດ້ຮັບຟັງສີ້ນສຸດ ລົງໄປນັ້ນ ແມ່ນບົດສລຸບ ຂອງຣາຍງານ ການຄ້າມະນຸດ ໃຊ້ແຮງງານເດັກນ້ອຍ ທີ່ຖືກຕົວະຍົວະໄປເຮັດວຽກ ຢູ່ໂຮງກາຊິໂນຂອງຈີນ ໃນປະເທດພະມ້າ ເປັນປະສົບການຈິງ ຂອງເດັກນ້ອຍລາວ ຈໍານວນນຶ່ງ ທີ່ຖືກຂາຍໄປພະມ້າ ພາຍຫຼັງຈາກທີ່ ມີຄົນຊັກຊວນໄປເຮັດວຽກ ໂດຍອ້າງວ່າ ຈະໄດ້ເງິນເດືອນສູງ ແລະເຮັດວຽກສະບາຍ ແຕ່ສຸດທ້າຍ ພັດຖືກຂາຍຕໍ່ ແລະຖືກບັງຄັບໃຫ້ເຮັດວຽກ ເພື່ອຕົວະຕົ້ມເອົາເງິນຄົນອື່ນ ທາງອິນເຕີເນັດ ຖ້າເຮັດວຽກໃຫ້ເຂົາບໍ່ໄດ້ ກໍຖືກລົງໂທດ ຖືກທຸບຕີ ຖືກທໍຣະມານ ຖືກເອົາໃຊ້ໄຟຟ້າຊ໊ອດ ແລະ ບໍ່ໃຫ້ອົດເຂົ້າ ອົດນໍ້າ ຫຼາຍມື້ ກໍມີ. ສະບາຍດີ