ທ.ສົມພອນຈະຟ້ອງນາຍຈ້າງ

ອະວາຣີ
2015.07.30
F-Somphone ທ້າວສົມພອນ ພູເຮືອງຫົງ ທີ່ຖືກຕົກເປັນເຫຍື່ອ ຂອງພວກກົດຂີ່ແຮງງານ ໃນເຮືອປະມົງ ຂອງໄທ
LPN

ທ້າວ ສົມພອນ ພູເຮືອງຫົງ ຄົນເມືອງ ປາກກະດິງ ແຂວງ ບໍຣິຄຳໄຊ ເປັນນຶ່ງ ໃນ ຈຳນວນ ຄົນ ລາວ, ທີ່ ຖືກຂາຍ ແລ້ວ ຖືກບັງຄັບ ໃຫ້ໄປນໍາ ເຮືອຫາປາ ຢູ່ ກາງທະເລ ໃນ ອິນໂດນີເຊັຽ ເປັນເວລາ ເຖິງ 6 ປີ, ແລ້ວຖືກ ຊົດຊ່ວຍ ຈຶ່ງໄດ້ກັບມາ ຢູ່ບ້ານ ເມື່ອ ບໍ່ດົນມານີ້.

ເມື່ອ 2 ມື້ກ່ອນ ທ້າວ ສົມພອນ ໃຫ້ ສຳພາດ ກັບ ວິທຍຸ ເອເຊັຽ ເສຮີ ຂອງ ພວກເຮົາວ່າ, ປັດຈຸບັນ ເຂົາກຳລັງ ລໍຖ້າ ການ ຊ່ວຍເຫລືອ ຈາກ ເຈົ້າໜ້າທີ່ ໄທ ທີ່ ຈະຊ່ວຍຟ້ອງ ນາຍຈ້າງ ທີ່ ເປັນ ຄົນໄທ, ເພື່ອ ຮຽກ ຄ່າແຮງງານ ແລະ ຄ່າ ເສັຽຫາຍ. ທ້າວ ສົມພອນ ໃຫ້ ຣາຍລະອຽດ ກ່ຽວກັບ ເຣື່ອງນີ້ ຕື່ມວ່າ:

“ໃຫ້ທາງ ເຈົ້າໜ້າທີ່ ເຮົາ ເດີນເອົາ ເງິນກັບ ເຖົ້າແກ່ໃຫ້ ຖືວ່າໄປ 6 ປີ, ຍັງບໍ່ທັນ ໄດ້ເງິນ ທາງສູນ ເພິ່ນກະວ່າ ເພິ່ນ ຮັບປາກ ຊິເດີນ ໃຫ້, ແຕ່ກໍຍັງ ບໍ່ຮູ້ ເທື່ອ ແລະ ກະໂທໄປ ຫາ ທາງໄທ ທີ່ເຄີຍ ເດີນເຣື່ອງ ໄວ້ກັບເພິ່ນ, ຂໍຄວາມ ຊ່ວຍເຫລືອ ເພິ່ນ, ເພິ່ນບອກວ່າ ດຽວນີ້ເພິ່ນ ພຍາຍາມ ປະສານ ເຂົ້າມາ  ທາງ ເຈົ້າໜ້າທີ່ ທາງລາວ ເຮົາ.”

ທ້າວ ສົມພອນ ເລົ່າ ໃຫ້ຟັງວ່າ ເຂົາໄປ ທຸຣະ ຢູ່ຝັ່ງໄທ ແລ້ວຄົນໄທ ຜູ້ນຶ່ງ ຊວນໄປ ເຮັດວຽກ ຢູ່ ບາງກອກ, ແຕ່ເວລາ ໄປເຖິງ ຄົນໄທ ຜູ້ນັ້ນກໍ ຂາຍເຂົາ ໃຫ້ເຮືອ ຫາປາ ໃນ ຣາຄາ 3 ໝື່ນ ບາດ, ແລ້ວ ກໍບັງຄັບ ໃຫ້ຂື້ນເຮືອ ທັນທີ. ໃນ ຊ້ວງທີ່ຢູ່ ໃນເຮືອ ຫາປາ ເປັນເວລາ ຫົກປີ ນັ້ນ, ເຂົາ ທຸກຍາກ ລຳບາກ ຫລາຍ ຖືກ ທຳຮ້າຍ ຮ່າງກາຍ ຖືກຫົດ ດ້ວຍ ນ້ຳຮ້ອນ ເລື້ອຍໆ; ເວລາເຈັບປ່ວຍ, ນາຍຈ້າງ ກໍໃຫ້ກິນ ແຕ່ຢາແກ້ ປວດ; ປັດຈຸບັນ ໄດ້ກັບມາ ຢູ່ເຮືອນ ຢູ່ບ້ານ ແລ້ວ, ທໍາມາ ຫາກິນ ດ້ວຍການ ເຮັດນາ.

ຖ້າໄດ້ ເງິນ ຄ່າ ແຮງງານ ແລະ ຄ່າ ເສັຽຫາຍ ເຂົາຈະເອົາ ເງິນ ໄປຕັ້ງຕົ້ນ ຊີວິດ ໃໝ່, ແລະ ຕໍ່ໄປຈະ ບໍ່ຂໍໄປ ເຮັດວຽກຢູ່ ຕ່າງ ປະເທດ ອີກແລ້ວ. ສ່ວນ ເຈົ້າໜ້າທີ່ ມູນນິທິ ເຄື່ອຂ່າຍ ເພື່ອ ຄຸນນະພາບ ຊີວິດ ແຮງງານ ຂອງໄທ ກຳລັງ ຕິດຕໍ່ ກັບ ທາງການ ລາວ ແລະ ຈະຫາ ທະນາຍຄວາມ ໃຫ້ ແກ່ຜູ້ ເຄາະຮ້າຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.