ແມ່ຍິງລາວ ຜູ້ຕົກເປັນເຫຍື່ອ ເປີດເຜີຍຂະບວນການ, ລາຍລະອຽດ ກ່ຽວກັບການແຕ່ງດອງ ກັບຜູ້ຊາຍຈີນ

ແມ່ຍິງລາວ ຜູ້ທີ່ເຄີຍຕົກເປັນເຫຍື່ອ ຖືກນາຍໜ້າຄົນລາວ ຕົວະໃຫ້ໄປແຕ່ງດອງ ກັບຜູ້ຊາຍຈີນ ຂໍຝາກຄຳເຕືອນ ຄວາມເປັນຫ່ວງ ໄປຫາເດັກນ້ອຍແມ່ຍິງ ແລະ ແມ່ຍິງລາວ ຜູ້ທີ່ກໍາລັງຄິດວ່າ ຈະໄປແຕ່ງດອງກັບຄົນຈີນນັ້ນ ວ່າ ໃຫ້ສຶກສາລາຍລະອຽດໃຫ້ດີ ກ່ອນຈະໄປ.

ຮູບພາບປະກອບ: ເຈົ້າໜ້າທີ່ລາວ ສືບສວນ-ສອບສວນ ຜູ້ເກືອບຕົກເປັນເຫຍື່ອ ໄປເອົາຜົວຢູ່ຈີນ. ວັນທີ 13 ເດືອນມັງກອນ ປີ 2025. ຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ

ໃນວັນທີ 13 ເດືອນມັງກອນ 2025 ທີ່ຜ່ານມາ, ຫ້ອງຕໍາຫຼວດການສະກັດກັ້ນ ແລະຕ້ານການຄ້າມະນຸດ ນະຄອນຫຼວງວຽງຈັນ ໄດ້ຊ່ອຍເຫຼືອແມ່ຍິງລາວ 5 ຄົນ ທີ່ຖືກສັນນິຖານວ່າ ໄດ້ຕົກເປັນເຫຍື່ອ ຂອງກຸ່ມຄ້າມະນຸດ ທີ່ພ້ອມຈະເດີນທາງ ໄປປະເທດຈີນ ຢູ່ສະໜາມບິນສາກົນ ວັດໄຕ. 

ຈາກການສອບປາກຄຳແມ່ຍິງລາວ ທັງ 5 ຄົນ ຈຶ່ງລະບຸໄດ້ວ່າ ເປັນແມ່ຍິງ 3 ຄົນ ທີ່ຢູ່ໃນໄວອາຍຸ 20 ປາຍປີນັ້ນ ແມ່ນຜູ້ທີ່ຈະຖືກເອົາໄປປະເທດຈີນ ສ່ວນອີກ 2 ຄົນ ແມ່ນນາຍໜ້າຄົນລາວນຳກັນ ທີ່ຈະເປັນເຈົ້າການພາໄປ. 


ຂ່າວ ກ່ຽວກັນ

ຍ້ອນຄວາມທຸກຍາກ ເຮັດໃຫ້ແມ່ຍິງ ເຂົ້າສູ່ຂະບວນການ ຮັບຈ້າງຖືພາ ໃຫ້ຄົນຈີນ

ຂະບວນການ ຮັບຈ້າງ ຖືພາແທນ ໃຫ້ພໍ່ແມ່ຊາວຈີນ ໃນລາວ ກັບມາອີກແລ້ວ

ຕໍາຫຼວດລາວ ຊ່ອຍເຫຍື່ອຄ້າມະນຸດ, ຈັບນາຍໜ້າ ຄາສະໜາມບິນ ວັດໄຕ


ກ່ຽວກັບເລື່ອງນີ້ ແມ່ຍິງລາວ ຜູ້ທີ່ເຄີຍຕົກເປັນເຫຍື່ອ ຖືກນາຍໜ້າຄົນລາວ ຕົວະໃຫ້ໄປແຕ່ງດອງກັບຜູ້ຊາຍຈີນ ຢູ່ຈີນ ຫວ່າງ 2-3 ປີ ຜ່ານມານີ້ ກໍ່ຂໍຝາກຄຳເຕືອນ ຄວາມເປັນຫ່ວງ ໄປຫາ ເດັກນ້ອຍແມ່ຍິງ ແລະ ແມ່ຍິງລາວ ຜູ້ທີ່ກໍາລັງຄິດວ່າ ຈະໄປແຕ່ງດອງກັບຄົນຈີນນັ້ນ ວ່າ ຢ່າດ່ວນຕັດສິນໃຈ. ດັ່ງນາງໄດ້ເວົ້າ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 5 ກຸມພາ 2025 ນີ້ວ່າ:

“ແບບວ່າ ຢາກໃຫ້ຄິດວ່າ ກ່ອນຊິມາເນາະ ໃຫ້ຄຶດ ແລະສຶກສາ ບໍ່ແມ່ນວ່າ ບໍ່ສຶກສາ ລະບໍ່ຮູ້ອິຫຍັງລະມາຫັ້ນນ່າ ລະຂ້ອຍຫັ້ນຖືກແລ້ວ ເປັນແລ້ວ ລະຂ້ອຍຢາກບອກວ່າ ກ່ອນຊິມາ ໃຫ້ຕັດສິນໃຈ ສຶກສາໃຫ້ດີ ຖ້າວ່າຜູ້ບ່າວບໍ່ໄປລາວ ບໍ່ເຮັດເອກກະສານ ລະຢ່າມາ ຢ່າຫຼົງເຊື່ອ ນາຍໜ້າວ່າ ມາຮອດຈີນແລ້ວ ຊິເຮັດເອກກະສານໃຫ້ນໍາຫຼັງ ບໍ່ມີຄໍາວ່ານໍາຫຼັງ ເຊື່ອຂ້ອຍໂລດ ຂຶ້ນຊື່ວ່າ ນາຍໜ້າ ບໍ່ມີຄໍາວ່ານໍາຫຼັງ ລະຄືບໍ່ໄດ້ເງິນເນາະ (ເງິນຄ່າດອງ) ບໍ່ໄດ້ເງິນລະບໍ່ຕ້ອງມາ ມັນບໍ່ມີຄໍາວ່າ ມາຮອດແລ້ວໄດ້ຜົວລະຊິເອົາເງິນໃຫ້.”

ນາງ ຍັງໄດ້ເວົ້າເຖິງ ການຕັດສິນໃຈໄປຈີນ ຂອງນາງ ໃນຕອນນັ້ນ ໃຫ້ຟັງວ່າ:

“ກ່ອນຊິມາຫັ້ນ ກະລົມກັນກະບໍ່ໄດ້ຄັກແນ່ຫັ້ນແຫຼະ ກະຍ້ອນວ່າ ຄວາມຕື່ນເຕັ້ນຢາກມາ ບໍ່ຮູ້ເທົ່າເຖິງການແດ່ ລະກະຢາກສະບາຍຄືເພິ່ນວ່າ ໄດ້ຜົວຈີນ ກະຊິໄດ້ດີໄດ້ສະບາຍ ໄດ້ຢູ່ສະບາຍ ມີເງິນມີຄໍາຈ່າຍຫັ້ນນ່າ ກ່ອນຊິມາເຂົາກະບໍ່ໄດ້ເວົ້າ ວ່າ ຕ້ອງເອົາເງິນເອົາຄໍາ ເອົາເຮືອນ ເອົາຫຍັງເຮົາໄປຄໍ້າປະກັນ ເອົາເງິນຄ່າດອງຂອງໂຕເອງຫັ້ນນ່າ ທີ່ແລກ ແຕ່ 2 ປີກ່ອນຫັ້ນ ໄດ້ເງິນຄ່າດອງຫັ້ນ ໄດ້ 60 ລ້ານ (ກີບ) ແຕ່ເງິນ 60 ລ້ານຫັ້ນກະຍັງບໍ່ໄດ້ເທື່ອ.”

ນອກຈາກນີ້ ນາງ ຍັງໄດ້ເວົ້າເຖິງລາຍລະອຽດ ກ່ຽວກັບການໄດ້ຄ່າດອງ ຂອງນາງ ຈາກນາຍໜ້ານັ້ນ ໃຫ້ຟັງນໍາວ່າ:

“ຖ້າວ່າເຮົາຫັ້ນລັກໜີ ພາຍໃນ 1 ປີ ຕ້ອງໄດ້ສົ່ງຄ່າດອງຄືນ ຖ້າວ່າຢາກໄດ້ຄ່າດອງ ຕ້ອງເອົາເຮືອນໄປຈໍາ ແຕ່ບາດນີ້ຫັ້ນ ມັນບໍ່ມີໃຜເຫັນດີ ໃຫ້ໄປຈໍາດອກເນາະ ເງິນ 60 ລ້ານ (ກີບ) ກັບເຮືອນເປັນຫຼັງ ມັນບໍ່ກຸ້ມຄ່າກັນຫັ້ນນ່າ ລະກະບໍ່ໄດ້ຈໍາ ກະເອີ່ອົດຢູ່ (ຢູ່ຈີນ) ເພາະວ່າ ຄົນບ້ານໃກ້ເຮືອນຄຽງກັນ ກະຊິບໍ່ຕົວະບໍ່ຕົ້ມກັນດອກ ລະໄປໆມາໆ ລະໄດ້ເງິນແຕ່ເຄິ່ງດຽວ ລະບາດນີ້ ຂ້ອຍລະກັບລາວ ກັບລາວ ລະເຂົາບໍ່ຢາກຈ່າຍ ບໍ່ຢາກຈ່າຍເງິນຫັ້ນ ທັງໆທີ່ຜູ້ບ່າວຫັ້ນເຂົາກະບໍ່ໄດ້ສົ່ງເງິນຄືນດອກ ຜູ້ບ່າວຫັ້ນ ກະເສຍເງິນຫັ້ນໃຫ້ນາຍໜ້າ 190,000 ຢວນ ບໍ່ໄດ້ຄືນຈັກກີບ ເຂົາກະບໍ່ໄດ້ວົນ ບໍ່ໄດ້ວາຍອີກ ແຕ່ວ່ານາຍໜ້າ ຄົນທີ່ພາໄປນີິ່ ເຂົາບໍ່ຍອມໃຫ້ຊີ້ນ່າ (ພານາງໄປຈີນ).” 

ໃນຂະນະດຽວກັນ ກໍຍັງມີແມ່ຍິງລາວ ອີກຄົນໜຶ່ງ ທີ່ເຄີຍຖືກນາຍໜ້າຕົວະ ໄປເອົາຜົວຢູ່ຈີນ ເວົ້າປະສົບການທີ່ພົບພໍ້ ໃຫ້ຟັງວ່າ:

“ຂໍເບີກເງິນອິຫຍັງກະບໍ່ໄດ້ ເຮົາພັດໂຊກດີ ທີ່ວ່າ ເຮົາເປັນຄົນເວົ້າຈີນໄດ້ເນາະ ເວົ້າຈີນໄດ້ ຢູ່ປະມານ 3 ມື້ ມີຜູ້ບ່າວມາເບິ່ງ ລະເອີ່ ຕົກລົງຜູ້ບ່າວຫັ້ນມັກ ແຕ່ເຮົານີ້ບໍ່ມັກດອກ ແຕ່ວ່າເຮົາຈໍາເປັນຕ້ອງໃຊ້ເງິນ ເຮົາກະຕ້ອງເອົາ ເຮົາກະຖາມຫັ້ນແຫຼະວ່າ ເປັນຈັ່ງໃດ ຖາມນາຍໜ້ານ່າ ເອີ່ເປັນຈັ່ງໃດ ບໍ່ຕ້ອງເລືອກຫຼາຍເດີ້ ແບບວ່າ ບໍ່ໃຫ້ເຮົາເລືອກຫັ້ນນ່າ ບໍ່ໃຫ້ເຮົາມີສິດເລືອກຫຍັງເລີຍ ເອົາເງິນຄ່າດອງເຂົາ ລະກະຢູ່ນໍາເຂົາ ປີໜຶ່ງ ຢູ່ນໍາເຂົາ 5-6 ເດືອນ ປີໜຶ່ງ ລະກະໜີ ໜີມາ ລະຊິພາໄປເອົາຜົວໃໝ່ ເອົາຄ່າດອງໃໝ່ ວ່າຊັ້ນ.”

ນາງ ຍັງເວົ້າເຖິງກົນອຸບາຍ ຂອງນາຍໜ້າ ທີ່ເຂົາໃຊ້ຫຼອກລໍ້ ຈອບອອຍ ໃຫ້ເດັກນ້ອຍແມ່ຍິງລາວ ຫຼົງເຊື່ອນັ້ນ ໃຫ້ຟັງນໍາ ວ່າ:

“ມີເດັກນ້ອຍ 16-17 ປີ ເດັກນ້ອຍບາງຄົນ ມັນກະຊິແບບ ຂ້ອນຂ້າງບໍ່ທັນໂລກເນາະ ລະຄໍາສວຍຫຼູ ທີ່ນາຍໜ້າຕົວະນີ້ເດີ້ ເຮົາຊິເວົ້າໃຫ້ຟັງ ເຂົາຊິກ່ອມວ່າ ເອີ່ ໄປ ໄປລະ ທາງຜົວນີ້ ຊິຊື້ໂທລະສັບໃຫ້, ຊື້ເສື້ອພົງ ເສື້ອຜ້າໃຫ້ໃໝ່, ຊື້ເກີບ ຊື້ຫຍັງໃຫ້ໃໝ່ໃດ໋ ລະກະມີເງິນເດືອນໃຫ້ ສົ່ງໃຫ້ພໍ່ ເດືອນລະ 2,000-3,000 ຢວນ ກະຍັງມີວ່າຊັ້ນ ກະຍັງດີ ທາງເດັກນ້ອຍກະຊິຄິດວ່າ ເອີ່ ຢາກໄດ້ໂທລະສັບໃໝ່ ຢາກໄດ້ເສື້ອຜ້າໃໝ່ ໃຈໜຶ່ງກະຄິດວ່າ ຢາກສະບາຍຫັ້ນລະໄປ໋ ຢາກໃຫ້ຊີວິດການເປັນຢູ່ ຂອງໂຕເອງ ສະບາຍຂຶ້ນຫັ້ນແຫຼະ ຄືຂ້ອຍຫັ້ນແຫຼະ ບາງຄົນ ພໍ່ແມ່ເປັນໜີ້ ກະຢາກໃຊ້ໜີ້ ໃຫ້ພໍ່ໃຫ້ແມ່ ແຕ່ຂ້ອຍນີ້ ເປັນໜີ້ດ້ວຍໂຕເອງນີ້ແຫຼະ ກະເລີຍອ່າ ຕັດສິນໃຈໄປ.”

ກ່ຽວກັບເຫດການດັ່ງກ່າວນີ້ ໃນວັນທີ 6 ກຸມພາ 2025 ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ສອບຖາມໄປຍັງ ເຈົ້າໜ້າທີ່ ຫ້ອງຕໍາຫຼວດການສະກັດກັ້ນ ແລະຕ້ານການຄ້າມະນຸດ ຢູ່ນະຄອນຫຼວງວຽງຈັນ ເຊິ່ງທ່ານ ກໍໄດ້ແນະນໍາແມ່ຍິງລາວ ຢູ່ຈີນ ທີ່ຕ້ອງການຄວາມຊ່ອຍເຫຼືອ ແມ່ນສາມາດຕິດຕໍ່ ຜ່ານທາງສາຍດ່ວນໄດ້, ດັ່ງທ່ານກ່າວວ່າ:

“ກໍລະນີ ທີໜຶ່ງ ລະແມ່ນສາມາດໂທແຈ້ງກະໄດ້ເດີ້ 1300 ສາຍດ່ວນຫັ້ນນ່າ ໂທສາຍດ່ວນ ຫຼືວ່່າ ໃຫ້ພໍ່ໃຫ້ແມ່ໂທກະໄດ້ ຄັນວ່າ ຕິດຕໍ່ພໍ່ແມ່ໄດ້ຫັ້ນນ່າ ໃຫ້ຂໍ້ມູນວ່າ ດຽວນີ້ ຜູ້ກ່ຽວຫັ້ນຢູ່ໃສ, ເມືອງໃດ ຕ້ອງການຂໍຄວາມຊ່ອຍເຫຼືອແນວໃດ ລະມັນຈະມີທາງຝ່າຍໂທລະສັບຫັັ້ນ ປະສານຫາ ໜ່ວຍງານຊ່ອຍເຫຼືອ ຜູ້ຖືກເຄາະຮ້າຍຫັ້ນ ປະສານຫາ ສະຖານທູດຈີນຫັ້ນ ໃຫ້ເພິ່ນຄົ້ນຄວ້າຊ່ອຍເຫຼືອຫັ້ນນ່າ.”

ການຄ້າມະນຸດ ໃນຮູບແບບ ການແຕ່ງດອງ ກັບຄົນຈີນນີ້ ກຳລັງມີຫຼາຍຂຶ້ນເລື້ອຍໆ ຍ້ອນສ່ວນໃຫຍ່ ກໍແມ່ນການດີ້ນຮົນ ເພື່ອຢູ່ລອດ, ຖານະຄອບຄົວທຸກຈົນ, ເຂົ້າຍາກໝາກແພງ ຈຶ່ງຕັດສິນໃຈ ແບບຮູ້ວ່າສ່ຽງ ກໍຍອມໄປ ແຕ່ເມື່ອບາດໄປເຖິງຈີນແລ້ວ ສະພາບການຢູ່ ຢູ່ຈີນ ແຮ່ງໜັກໜ່ວງກວ່າເກົ່າ ເຂົາໃຊ້ແບບຂ້າທາດ ບໍ່ແມ່ນແບບເປັນເມຍເຂົາ ຫຼາຍຄົນກໍຖືກຂາຍຕໍ່.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org