ແມ່ຍິງລາວຖືກຫຼອກໄປ ມາເລເຊັຽ

ສິດນີ
2017.08.30
f-ht ເດັກນ້ອຍແມ່ຍິງລາວ ທີ່ຕົກເປັນເຫຍື່ອ ຂອງນັກຄ້າມະນຸດ ບັງຄັບທາລຸນ ໃຊ້ແຮງງານເດັກນ້ອຍ ໃນປະເທດເພື່ອນບ້ານ
Screen captured RFA video

ປັດຈຸບັນ ຍັງມີແມ່ຍິງລາວ ໂດຍສະເພາະ ຈາກເຂດພາກໃຕ້ ຕົກເປັນເຫຍື່ອ ຂອງກຸ່ມຄ້າມະນຸດ ຕາມສະຖານທີ່ ບໍຣິການ ທາງເພດ ໃນ ປະເທດ ມາເລເຊັຽ ຫລາຍຢູ່ ໃນຂນະທີ່ເຈົ້າຫນ້າທີ່ລາວ ແລະອົງການຕ່າງຊາດ ກໍພຍາຍາມຊອກຫາຂໍ້ມູນ ກ່ຽວກັບບັນຫາ ດັ່ງກ່າວນັ້ນຢູ່. ດັ່ງເຈົ້າຫນ້າທີ່ ສາກົນ ຕ້ານການຄ້າມະນຸດ ໃນລາວ ປະຈຳບາງກອກ ປະເທດໄທ ກ່າວໃນມື້ ວັນທີ 29 ສິງຫາ ນີ້ວ່າ:

"ບໍຣິເວນດ່ານຊາຍແດນສະເດົາ ພື້ນທີ່ຊາຍແດນໄທ ກັບມາເລເຊັຽ ມັນຍັງມີແທ້ ມັນມີນາຍຫນ້າ ຊຶ່ງເຮົາກໍບໍ່ຮູ້ວ່າ ນາຍໜ້າເປັນຄົນໄທ ຫຼື ຄົນລາວ ຊັກຊວນກັນໄປ ເຮັດວຽກຢູ່ ມາເລເຊັຽ ແຕ່ພໍໄປຮອດມາເລ ແລ້ວປາກົດວ່າຕ້ອງຄ້າ ບໍຣິການທາງເພດ ຂ້ອນຂ້າງຮ້າຍແຮງຫຼາຍ ຄັນໄປຕົກຢູ່ ປະເທດມາເລເຊັຽ ໂອກາດ ທີ່ຈະລັກຫນີ ອອກມາກໍຂ້ອນຂ້າງ ຍາກຫລາຍ".

ຍານາງກ່າວຕື່ມວ່າ ແມ່ຍິງລາວ ທີ່ຕົກເປັນເຫຍື່ອ ຂອງການຄ້າມະນຸດ ໃນມາເລເຊັຽ ສ່ວນໃຫຍ່ ອາຍຸ ຈະກາຍ 20 ປີ ສ່ວນໃຫຍ່ ເປັນ ແມ່ຍິງຈາກແຂວງພາກໃຕ້ ບາງຄົນຖືກນາຍຫນ້າ ຕົ້ວະໄປເຮັດວຽກ ຢູ່ມາເລເຊັຽ ໃນເວລາຢູ່ລາວແລະບາງຄົນ ເຄີຍເຮັດວຽກ ຢູ່ໄທ ແລ້ວ ກໍຖືກຕົ້ວະ ໄປເຮັດວຽກຢູ່ ມາເລເຊັຽ ອີກທອດນຶ່ງ.

ຍານາງເວົ້າວ່າ ກຸ່ມນາຍຫນ້າ ຈະພາແມ່ຍິງລາວ ໄປມາເລເຊັຽ ຜ່ານດ່ານ ທັມມະຊາດ ໃກ້ກັບດ່ານສະເດົາ ແຂວງສົງຂາ ປະເທດໄທ ຊຶ່ງ ເປັນຊາຍແດນ ໄທ-ມາເລເຊັຽ. ເມື່ອໄປຮອດ ມາເລເຊັຽ ແລ້ວກໍຈະເອົາໄປ ຂາຍໃຫ້ກັບສະຖານທີ່ ບໍຣິການທາງເພດ ຫຼັງຈາກນັ້ນເຈົ້າຂອງ ບ່ອນບໍຣິການທາງເພດນັ້ນ ກໍຈະກັກຂັງ ແມ່ຍິງກຸ່ມດັ່ງກ່າວ ໄວ້ບໍ່ໃຫ້ໄປໃສ.

ເຈົ້າຫນ້າທີ່ໄທ ທ່ານນີ້ກ່າວຕື່ມວ່າ ໃນຣະຍະ 4-5 ປີຜ່ານມາ ອົງການຂອງພວກທ່ານ ກໍສາມາດຊ່ອຍແມ່ຍິງລາວ ອອກມາໄດ້ ຫຼາຍຄົນ ແຕ່ຍັງມີ ຫລາຍຄົນ ຍັງບໍ່ສາມາດ ຊ່ອຍອອກມາໄດ້ເທື່ອ:

"ສະຖານທູດກໍດຳເນີນການ ໄປຊ່ອຍເຫລືອ ປະມານ 4-5 ປີ ກ່ອນ ກໍມີປະມານ 3-4 ຄົນແລ້ວ ກໍຄັ້ງນີ້ກໍ 3 ຄົນແລ້ວ ກໍມີທີ່ແບບໃຫ້ ຕິດຕາມຫາ ໃນຄຸກອີກ 1 ຄົນ ປະມານ ຕົ້ນປີ".

ຍານາງວ່າ ປັດຈຸບັນ ທາງການລາວ ແລະອົງການສາກົນ ກໍເຜີຍແຜ່ ໃຫ້ລະວັງກຸ່ມຄ້າມະນຸດ ຕາມດ່ານຊາຍແດນລາວ-ໄທ ຮ່ວມທັງ ຊາຍແດນ ໄທ-ມາເລເຊັຽ ເພື່ອໃຫ້ ປະຊາຊົນລາວ ໄດ້ຮູ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.