ແມ່ຍິງ ຊົນນະບົດຖືກ ຕົວະຍົວະ

ມະນີຈັນ
2017.07.20
f-bokeo-spa ໂຮງອາບອົບນວດ ຢູ່ໃນເຂດຄາສີໂນ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ
RFA/AS

ແມ່ຍິງລາວຢູ່ເຂດຊົນນະບົດ ຫ່າງໄກ ຖືກຕົວະຍົວະຫລອກລວງ ໄປຂາຍ ບໍຣິການທາງເພດ ແລະ ເຮັດວຽກຕ່າງໆ ຢູ່ໂຮງຄາສິໂນ ຫລື ບ່ອນຫລິ້ນການພະນັນ ໃນເຂດເສຖກິດພິເສດ ຢູ່ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ. ພວກຂະເຈົ້າ ບໍ່ສາມາດອອກນອກ ໂຮງຄາສິໂນ ນັ້ນໄດ້ ເຖິງແມ່ນວ່າ ຈະບໍ່ຢາກເຮັດວຽກ ໃນນັ້ນກໍຕາມ. ຕາມການເປີດເຜີຍ ຂອງເຈົ້າໜ້າທີ່ ຕ້ານການຄ້າມະນຸດ ໃນມື້ວັນທີ 19 ກໍຣະກະດາ ນີ້:

"ຈະມີແມ່ເລົ້າຕົວະ ແມ່ຍິງ ແລ້ວກໍໄປເຮັດວຽກ ຢູ່ຫັ້ນແລ້ວອອກໄປບໍ່ໄດ້ ກໍມີເຕັມໄປໄດ໋ ຊາວບ້ານຂະເຈົ້າຮູ້ ຈົນເປັນເຣື່ອງ ທັມມະດາ ໄປເລີຍ ແລະບາງຄົນ ກຸ່ມຂະເຈົ້າກໍຮູ້ ແລະບອກຄືກັນວ່າ ແມ່ຍິງທີ່ຢູ່ເຂດນອກ ຖືກຕົວະເຂົ້າມາເຮັດວຽກ ຢູ່ໃນຄາຊີໂນ ຫັ້ນນະ ແລ້ວ ກໍອອກໄປບໍ່ໄດ້ ຈັ່ງຊີ້ນະ ອັນນີ້ກໍເປັນ ກໍຣະນີ ທີ່ດຽວນີ້ຫັ້ນ ຫລາຍຄົນລົມກັນເນາະ".

ທ່ານເວົ້າວ່າ ແມ່ຍິງທີ່ຖືກຕົວະຍົວະ ມານັ້ນມີຮວມທັງຊົນເຜົ່າ, ນາຍໜ້າທີ່ເປັນຄົນລາວ ຕົວະພວກເຂົາເຈົ້າ ທີ່ທຸກຍາກ ຢາກໄດ້ເງິນມາ ລ້ຽງຄອບຄົວ ນັ້ນວ່າ ຈະພາໄປເຮັດວຽກຢູ່ ແຂວງບໍ່ແກ້ວ, ວຽກສະບາຍ, ໄດ້ເງິນຫລາຍ. ແຕ່ເມື່ອມາເຖິງ ນາຍໜ້າ ກໍສົ່ງໃຫ້ຜູ້ອື່ນ ໃນ ໂຮງຄາສິໂນ ທີ່ເປັນຄົນຄັດເລືອກ ວ່າຜູ້ໃດເໝາະສົມ ກັບວຽກອັນໃດ.

ທ່ານເວົ້າຕື່ມວ່າແມ່ຍິງຄົນໃດ ໜ້າຕາຈົບງາມ ກໍຈະຖືກຈັດໃຫ້ໄປ ຂາຍບໍຣິການທາງເພດ ຫລືເປັນຄົນເສີບ ໂນໂຮງຄາສິໂນ ທີ່ມີຄົນເຂົ້າ ມາຫລິ້ນຫລາຍ, ແຕ່ສ່ວນໃຫຍ່ ກໍເປັນຄົນຕ່າງປະເທດ:

"ຕົວຄາຊີໂນຢູ່ຫັ້ນແລ້ວ ອັນທີ່ນີ້ແມ່ຍິງ ທີ່ຖືກຕົວະ ເຂົ້າມາເຮັດວຽກ ຢູ່ໃນຄາຊີໂນ ຫັ້ນນະ ຈະເຂົ້າໄປຢູ່ໃນ ບໍຣິເວນນັ້ນ ຫລາຍຫັ້ນນະ ເຮັດອາຊີບ ເປັນນັກເສີບ ຢູ່ຄາຊີໂນ ບໍ່ຫລືວ່າຫັນໄປ ເປັນຍິງສາວ ຂາຍບໍຣິການ ຈັ່ງຊີ້ຫັ້ນນ່າໄປຫັ້ນນະ ແລ້ວອອກໄປ ບໍ່ໄດ້ ຄົນໄທ ນີ້ຂ້າມມາຫລາຍ ເຮົາໄດ້ຍິນຜູ້ໃຫຍ່ໆຫັ້ນນ່າ ໄປຫັ້ນນະ ຫລາຍທີ່ສຸດ ກໍຄືຈະເປັນຄົນຈີນ ຄົນໄທເດີ".

ປັດຈຸບັນເຈົ້າໜ້າທີ່ຫ້ອງການ ຕ້ານການຄ້າມະນຸດ ບໍ່ສາມາດເປີດເຜີຍໄດ້ ໃນຕອນນີ້ວ່າ ຈະເຮັດຫຍັງຕໍ່ໄປ ເພື່ອແກ້ໄຂ ບັນຫາ ດັ່ງກ່າວ. ສ່ວນວ່າເຈົ້າໜ້າທີ່ ໂຮງຄາສິໂນນັ້ນແມ່ນບໍ່ໃຫ້ RFA ສຳພາດ ກ່ຽວກັບເຣຶ່ອງນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.