ຜູ້ເຄາະຮ້າຍຈາກເຮືອປະໂມງ ຂອງໄທ
2016.04.21
ຄົນງານລາວ ໃນເຮືອປະມົງ ຂອງໄທ 4 ຄົນ ຜູ້ທີ່ຕົກ ເປັນເຫຍື່ອ ຂອງການ ຄ້າມະນຸດ ແລ້ວຕໍ່ມາ ຖືກ ຊ່ອຍເຫລືອ ອອກຈາກ ເກາະ ທີ່ ອິນໂດເນເຊັຽ ຈະເຂົ້າພົບ ກັບ ເຈົ້າຫນ້າທີ່ ສະຖາທູດລາວ ຢູ່ ບາງກອກ ໃນມື້ວັນທີ 23 ເມສາ ນີ້ ເພື່ອຂໍໃຫ້ ທາງການ ຮັບຮູ້ ແລະ ຊ່ອຍ ປະສານງານ ຂໍຄວາມ ເປັນທັມ ຈາກນາຍຈ້າງ. ດັ່ງ ຄຳໃຫ້ການ ຂອງທ່ານ ສມັກ ທັບທານີ ເຈົ້າຫນ້າທີ່ ມູນນິທິ ເຄືອຄ່າຍ ສົ່ງເສີມ ຄຸນ- ນະພາບ ຊີວິດ ແຮງງານ ຂ້າມຊາດ ໃນວັນທີ 19 ເມສາ ຕໍ່ ເອເຊັຽ ເສຣີ ວ່າ:
"ທາງສະຖານທູດ ທີ່ຝັ່ງໄທ ກັບ ສະຫະພັນ ແມ່ຍິງລາວ ແລະ ຣັຖບານລາວ ກໍໄດ້ຮ່ວມກັນ ກັບ ມູນນິທິ ໃນການເຮັດ ຄຳຮ້ອງ ຜ່ານ ເຂົ້າມາ ທາງ ສະຖານທູດ ແລ້ວກໍໄປ ຍື່ນທີ່ ກະຊວງ ແຮງງານ ຂອງ ປະເທດໄທ ເພື່ອ ທີ່ຈະໃຫ້ ນາຍຈ້າງ ຮັບຜິດຊອບ ເຣື້ອງ ຄ່າ ແຮງງານ ກ່ອນ, ໃນສ່ວນ ການ ຄ້າມະນຸດ ຈະເປັນຫນ້າທີ່ ຂອງ ຕຳຣວດ ເປັນຜູ້ດູແລ ທີ່ລາວ ຈະ ດຳເນີນການ".
ຄົນງານລາວ 4 ຄົນ ທີ່ຖືກຊ່ອຍ ອອກມານີ້ ທາງ ມູນນິທິ ໄດ້ຊ່ອຍເຣື້ອງ ອາຫານ ການກິນ ກວດສຸຂພາບ ພາໄປພິສູດ ສັນຊາດ ແລະ ພາໄປ ຣາຍງານຕົວ ຕໍ່ ຣັຖບານໄທ ຮ່ວມທັງ ຈະພາໄປ ພົບກັບ ສະຖານທູດລາວ ໃນໄທ ເພື່ອຕີດຕໍ່ ຫາ ຍາດພີ່ນ້ອງ ໃນລາວ ວ່າຕົນ ຍັງມີຊີວິດຢູ່.
ຄົນງານລາວ 4 ຄົນ ນີ້ ມີຊື່ວ່າ ທ້າວ ສົມພອນ ພູເມືອງຫົງ ອາຍຸ 32 ປີ, ທ້າວ ຈອມ ແສງຕະວັນ ອາຍຸ 25 ປີ, ທ້າວ ລັ່ງ ອາຍຸ 39 ປີ ແລະ ທ້າວ ອະດີ້ ອາຍຸ 27 ປີ ທັງຫມົດ ຖືກຕົ້ວຍົ້ວ ໃຫ້ໄປເຮັດວຽກ ຢູ່ເຮືອປະມົງ ຂອງໄທ ເປັນເວລາ 3 ເຖິງ 6 ປີ ໂດຍບໍ່ໄດ້ ຮັບຄ່າ ຈ້າງ ແລະ ເຮັດວຽກ ແບບຂ້າທາດ ຈົນມູນນິທິ ເຄືອຂ່າຍ ສົ່ງເສີມ ຄຸນນະພາບ ແຮງງານ ທີ່ ປະເທດໄທ ເຂົ້າໄປຊ່ອຍ ອອກມາ. ທ່ານ ສມັກ ເວົ້າວ່າ ການເຂົ້າພົບ ເຈົ້າຫນ້າທີ່ ສະຖານທູດລາວ ເທື່ອນີ້ ກໍເພື່ອຂໍ ຄວາມຮ່ວມມື ທາງດ້ານ ກົດຫມາຍ ໃນການ ປະສານງານ ກັບ ຫນ່ວຍງານ ໄທແລະລາວ ໃນ ບັນຫານີ້.