ທາງການລາວຍັງບໍ່ຮູ້ເຣື້ອງ ແມ່ຍິງ ລາວ ຖືກຈັບ
2015.12.22
ທາງການ ລາວ ກ່າວວ່າ ທາງການ ໄທ ຍັງບໍ່ໄດ້ ແຈ້ງການ ກ່ຽວກັບ ເຣື້ອງ ແມ່ຍິງລາວ 43 ຄົນ ຖຶກຈັບ ຢູ່ຮ້ານ ຄາຣາໂອເກະ ຫຼາຍ ແຫ່ງ ຢູ່ເມືອງໂຂງ ແຂວງ ອຸບົນ ຂອງໄທ ເມື່ອວັນທີ 16 ທັນວາ 2015 ນັ້ນ, ໃນ ຂໍ້ຫາ ຂາຍ ບໍຣິການ ທາງເພດ ແລະ ເຂົ້າເມືອງ ຜິດກົດໝາຍ, ຊຶ່ງ ໃນນັ້ນມີ ແມ່ຍິງ ບາງຄົນ ອາຍຸ ບໍ່ເຖິງ 18 ປີ ຈຶ່ງຖືວ່າ ເຂົ້າໃນເຄຶ່ອຂ່າຍ ການ ຄ້າມະນຸດ. ດັ່ງ ເຈົ້າໜ້າທີ່ ໜ່ວຍ ປ້ອງກັນ ແລະ ປາບປາມ ການ ຄ້າມະນຸດ ນະຄອນຫຼວງ ວຽງຈັນ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ວ່າ:
“ຍັງແຫຼະ ເຮົາກໍຕ້ອງ ເບິ່ງກວດຣະອຽດ ອີກແຫຼະ ເຂົ້າ ເຄືອຂ່າຍໃດ ມີນາຍໜ້າ ຫຍັງຕ່າງໆ ມັນ ກໍຕ້ອງຕາມ ຂະບວນການ ນະ, ຕາມ ຂັ້ນຕອນ ຂອງລາວ ຣະບຸ ຕົວອີກ ມີຫຍັງຕ່າງໆ ຜ່ານການ ດໍາເນີນການ ຂອງໄທ ສໍາເຣດ ຜ່ານການ ອັນຫຍັງ ຕ່າງໆ ຂອງໄທ ຣຽບຮ້ອຍ ໝົດແລ້ວ ເນາະ ເຂົາກໍ ປະສານ ມາ ຈັບແລ້ວ ປະສານງານ ມາເລີຍນະ”.
ກ່ຽວກັບ ເຣື້ອງນີ້ ທາງ ວິທຍຸ ເອເຊັຽເສຣີ ກໍ ໄດ້ຕິດຕໍ່ ໄປຍັງ ສະຫະພັນ ແມ່ຍິງ ແຂວງ ຈໍາປາສັກ ຊື່ງ ເປັນນຶ່ງ ໃນແຂວງ ທີ່ເປັນ ພູມລໍາເນົາ ຂອງແມ່ຍິງ ທີ່ຖຶກຈັບນັ້ນ, ແຕ່ໄດ້ຮັບ ຄໍາຕອບ ຈາກ ເຈົ້າໜ້າທີ່ ວ່າບໍ່ໄດ້ ຮັບແຈ້ງການ ໃດໆເທືອ ຈຶ່ງ ບໍ່ສາມາດ ບອກໄດ້ວ່າ ຈະຊ່ວຍເຫລືອ ແນວໃດ. ດັ່ງ ນາງ ກ່າວວ່າ:
“ບໍ່ເຈົ້າ ບໍ່ຮູ້ເດີ ບໍ່ເຫັນເພິ່ນ ແຈ້ງມາ ອັນນັ້ນ ເພິ່ນກໍຕ້ອງ ອິງຕາມ ເພາະວ່າຖ້າ ວ່າເພີ່ນ ມີອັນນັ້ນ ແຈ້ງການມາ ທາງເຮົາ ກໍຈະຊ່ວຍ ແຕ່ຖ້າເພິ່ນບໍ່ ບໍ່ມີແຈ້ງການ ມາທາງເຮົາ ກໍບໍ່ຮູ້ນະ ເພາະວ່າ ມັນຕ້ອງມີ ແຈ້ງການ ມາກ່ອນ ວ່າໃຫ້ເຮົາ ຊ່ວຍ ດ້ານໃດ ອີຫຍັງນະ”.
ປັຈຈຸບັນ ແມ່ຍິງລາວ 43 ຄົນ ທີ່ ຖືກຈັບນັ້ນ ຖືກແຍກເປັນ ສອງກຸ່ມ ກຸ່ມນຶ່ງ ກັກໄວ້ ຢູ່ສະຖານີ ຕໍາຣວດ ເມືອງໂຂງຈຽມ ເພາະ ຖືກ ຕັ້ງຂໍ້ຫາ ຂາຍ ບໍຣິການ ທາງເພດ ສ່ວນອີກ ກຸ່ມນຶ່ງ 14 ຄົນ ຖຶກສົ່ງໄປ ຢູ່ໃນຄວາມ ຄຸ້ມຄອງ ຂອງ ສໍານັກງານ ພັທນາ ສັງຄົມ ແລະ ຄວາມໝັ້ນຄົງ ຂອງ ມະນຸດ ເພື່ອລໍຖ້າ ການພິສູດ ອາຍຸ ຍ້ອນສົງໄສວ່າ ເອກສານ ທີ່ໃຊ້ນັ້ນ ອາດເປັນ ເອກສານ ປອມ.