ສາວ​ລາວ ລັກໜີ ຈາກ​ສາ​ມີ ຈີນ: ສັມ​ພາດ (ຕໍ່)

ມະນີຈັນ
2018.04.18
F-Yunnan ຊີວິດປະຈໍາວັນຂອງແມ່ຍິງ ໃນແຂວງຢູນານ ສປຈີນ ພາກເໜືອຂອງແຂວງຫຼວງນໍ້າທາ ສປປ ລາວ
RFA/BK

ນາງ ນ້ອຍ (ນາມສົມມຸດ) ເປັນເດັກນ້ອຍແມ່ຍິງລາວ ຈາກແຂວງຫຼວງນໍ້າທາ,  ອາຍຸ 17 ປີ, ທີ່ຮູ້ເທົ້າບໍ່ເຖິງການ ແລ້ວຕັດສິນໃຈ ແຕ່ງດອງ ກັບ ຜູ້ຊາຍຈີນ ເມື່ອ 3 ປີກ່ອນ ໂດຍຫວັງໃຫ້ພໍ່ແມ່ ມີຢູ່ມີກິນນັ້ນ ສາມາດລັກໜີ ຈາກສາ​ມີ ກັບຄືນບ້ານເກີດ ທີ່ແຂວງຫຼວງນໍ້າທາ ເມື່ອທ້າຍປີ 2017 ພາຍຫລັງ ທີ່ຕ້ອງໄດ້ ທົນທຸກທໍຣະມານ ຢູ່ຈີນ ເຖິງ 3 ປີ.

ນ້ອຍ ໃຫ້ສັມພາດ ວິ​ທ​ຍຸ ເອ​ເຊັຽ ເສ​ຣີ (RFA) ວ່າ ໃນມື້ຕໍ່ມາ ຂອງມື້ແຕ່ງດອງ ນາງກໍ ໄດ້ເດີນທາງໄປຈີນ ກັບສາ​ມີ ຜ່ານດ່ານປາງໄຮ ໂດຍໃຊ້ໜັງສືຜ່ານແດນ ນັກທ່ອງທ່ຽວ ທີ່ສາມາດຕໍ່ຢູ່ ຕື່ມໄດ້ ໃນແຕ່ລະປີ. ແລະຕອນທີ່ລັກກັບຄືນມາບ້ານ ທີ່ລີ້ຢູ່ທ້າຍຣົດຂົນສົ່ງ ຂອງຄົນລາວ ແມ່ນຜ່ານດ່ານ ມັອມ ທີ່ບໍ່ມີຄົນຜ່ານຫລາຍ ໃນທ້າຍປີ 2017.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.