ຜູ້ບາດເຈັບຕ້ອງການຄ່າປິ່ນປົວ

ຍາດພີ່ນ້ອງ ຂອງ ຜູ້ເສັຍຊີວິດ ຈາກ ອຸບັດຕິເຫດ ເດີນທາງ ມາຂໍຮັບ ສົບ, ສ່ວນຜູ້ທີ່ ບາດເຈັບ ນັ້ນຍັງ ຕ້ອງການ ຄວາມ ຊ່ອຍເຫລືອ ໃນຄ່າ ປິ່ນປົວ.

ຄົນງານລາວ ຜູ້ບາດເຈັບ ກໍາລັງຮັບ ການປິ່ນປົວ ຢູ່ໂຮງໝໍຈັງຫວັດ ບູຣີຣັມ RFA

 

ຍາດພີ່ນ້ອງຂອງຜູ້ເສັຍຊີວິດ ຈາກອຸບັດຕິເຫດ ເດີນທາງມາຂໍຮັບສົບ ສ່ວນຜູ້ທີ່ບາດເຈັບຍັງຕ້ອງການ ຄວາມຊ່ອຍເຫລືອ  ໃນ ຄ່າປິ່ນປົວ. ກໍຣະນີການເກີດອຸບັດຕິເຫດ ຣົດກະບະຕໍາຕົ້ນໄມ້ຢູ່ເຂດອໍາເພີ ບ້ານດ່ານ ຈັງຫວັດບູຣີຣັມ ໃນວັນທີ 7 ຕຸລາ ຜ່ານມາ ມີຜູ້ເສຍຊີວິດທີ່ເປັນ ຄົນລາວ 19 ຄົນ ແລະບາດເຈັບ 6 ຄົນ.

ອີງຕາມການລາຍງານຫລ້າສຸດຂອງທີມງານ ວິທຍຸເອເຊັຍເສຣີ ພົບວ່າມາຮອດ ວັນທີ 10 ຕຸລາ ນີ້ມີຍາດພີ່ນ້ອງມາຂໍຮັບສົບແລ້ວ 14 ສົບ. ສ່ວນອີກ 5 ສົບ ຍັງບໍ່ທັນມີຍາດພີ່ນ້ອງມາຂໍຮັບສົບເທື່ອ ໂດຍເຈົ້າໜ້າທີ່ໄດ້ແຈ້ງວ່າ ຖ້າຜ່ານໄປ ປະມານ 1 ອາທິດ ຫາກຍາດພີ່ນ້ອງຍັງບໍ່ ມາຮັບເອົາສົບ ທາງໂຮງໝໍ ຈະນໍາໄປຊາປະນະກິດສົບເອງ ແລ້ວໃຫ້ຍາດພີ່ນ້ອງ ເຂົາເຈົ້າມາຮັບເອົາກະດູກຕາມພາຍຫລັງ.

ໃນຂນະທີ່ຜູ້ບາດເຈັບ 6 ຄົນ ກໍາລັງຮັບການປິ່ນປົວຢູ່ ໂຮງໝໍຈັງຫວັດ ບູຣີຣັມ ໃນນັ້ນ 2 ຄົນທີ່ຊື່ວ່າ ທ້າວສັນອາຍຸ 29 ປີ (ບໍ່ຮູ້ທີ່ຢູ່) ແລະ ທ້າວວຽງແກ້ວ ຄໍາສະຫວ່າງອາຍຸ 27 ປີ (ບໍ່ຮູ້ທີ່ຢູ່) ທັງສອງກໍ່ອອກຈາກຫ້ອງ ໄອຊີຢູ່ ICU ແລ້ວ ແຕ່ຍັງບໍ່ສາມາດເວົ້າໄດ້ເທື່ອ. ປັດຈຸບັນ ເຂົາເຈົ້າຕ້ອງ ການຄວາມຊ່ວຍເຫລືອໃນການປິ່ນປົວ ເພາະຍ້ອນວ່າຕອນນີ້ ເຂົາເຈົ້າບໍ່ມີເງິນເລີຍ. ດັ່ງທ້າວພູອ່ຽມວົງລັດອາຍຸ 30 ປີ ນຶ່ງໃນ ຜູ້ບາດເຈັບເວົ້າວ່າ:

“ຢາກໃຫ້ເພີ່ນ ຮັບຜິດຊອບທາງຄ່າໃຊ້ຈ່າຍ ຢູ່ໂຮງພຍາບານ ໃຫ້ເຂົາຊ່ວຍແດ່ຕອນນີ້ ເຮົາບໍ່ມີຫຍັງໃຫ້ ປະສານຕິດຕໍ່ທາງບ້ານ ໃຫ້ຮັບຊາບ ກ່ອນ”.

ສ່ວນວ່າ ລາຍລະອຽດ ການຊ່ວຍເຫລືອນັ້ນ ຖ້າຜູ້ຟັງທ່ານໃດ ຕ້ອງການໃຫ້ຄວາມຊ່ວຍເຫລືອ ແກ່ຜູ້ບາດເຈັບ ກໍສາມາດຕິດຕໍ່ໄດ ທີ່ໂຮງໝໍ ຈັງຫວັດ ບູຣີຣັມ ທີ່ ເບີໂທ: O44615002 ຫລືຈະຕິດຕໍ່ມາທາງວິທຍຸເອເຊັຍເສຣີ ຕາມທີ່ຢູ່ທາງເວັບໄຊຕ໌ ກໍໄດ້ ພວກເຮົາຈະຊ່ວຍເປັນ ສື່ ກາງໃຫ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org