ເດັກຍິງ 4 ຄົນ ເກືອບເປັນເຫຍື່ອ ການຄ້າມະນຸສ

ຈຳປາທອງ
2023.12.28
ເດັກຍິງ 4 ຄົນ ເກືອບເປັນເຫຍື່ອ ການຄ້າມະນຸສ 1 ໃນເດັກນ້ອຍແມ່ຍິງ ພ້ອມກັບຈົດໝາຍປອມ ຄອບລາພໍ່ແມ່ ທີ່ເກືອບຕົກເປັນເຫຍື່ອ ຂະບວນການຄ້າມະນຸສ, ແຕ່ຖືກຊ່ອຍໄວ້ ໄດ້ທັນເວລາ
Credit photos: ນັກຂ່າວພົລເມືອງ

ເດັກນ້ອຍແມ່ຍິງ 4 ຄົນ ອາຍຸລະຫວ່າງ 13 ຫາ 14 ປີ ຢູ່ບ້ານຫົວຊຽງ, ເມືອງໄຊທານີ ນະຄອນຫຼວງວຽງຈັນ ຫາຍສາບສູນໄປ ພາຍຫຼັງເລີກໂຮງຮຽນ ໃນວັນທີ 25 ທັນວາ ນີ້, ຊຶ່ງພາບຈາກກ້ອງ ວົງຈອນປິດ ໃຫ້ເຫັນວ່າ ເດັກນ້ອຍແມ່ຍິງ ທັງ 4 ຄົນນັ້ນ ໄດ້ຍ່າງໄປຂຶ້ນຣົຖເກັງ ສີຟ້າຄັນນຶ່ງ ທີ່ມາຈອດລໍຖ້າ ຢູ່ວັດຫົວຊຽງ.

ທາງຄອບຄົວ ບໍ່ສາມາດຕິດຕໍ່ຫາໄດ້, ແຕ່ພວກເດັກນ້ອຍແມ່ຍິງ ທັງ 4 ຄົນນັ້ນ, ໄດ້ປະຈົດໝາຍ ລາຄອບຄົວໄວ້ ໂດຍມີເນື້ອໃນ ຄ້າຍຄືກັນວ່າ ຈະອອກໄປເຮັດວຽກ ຫາເງິນເອງ ເປັນເວລາ 2-3 ປີ ແລະ ບໍ່ໃຫ້ຄອບຄົວ ອອກຕາມຫາ.

ແຕ່ໂຊກດີ ທີ່ເຈົ້າໜ້າທີ່ຕຳຣວດ ສາມາດຈັບແມ່ຍິງ ນາງນຶ່ງ ທີ່ເປັນຜູ້ນຳພາເດັກນ້ອຍ ແລະ ຄົນຂັບຣົຖແທັກຊີ້ ອີກນາງນຶ່ງ ໃນຕອນເຊົ້າ ຂອງວັນທີ 26 ທັນວາ ແລະ ໄດ້ສົ່ງພວກເດັກນ້ອຍ ທັງ 4 ຄົນນັ້ນ ໃຫ້ຄອບຄົວ ຂອງພວກເຂົາເຈົ້າແລ້ວ. ດັ່ງທີ່ນ້າສາວ ຂອງເດັກນ້ອຍແມ່ຍິງ ນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 27 ທັນວານີ້ວ່າ:

“ເຂົາເຈົ້າອັນ ເອົາຣົຖແທັກຊີ້ມາຮັບ ແລ້ວເຂົາເຈົ້າ ຖ້າຢູ່ວັດນີ້ນ່າ ແລ້ວເຂົາເຈົ້າ ມາຂຶ້ນຣົຖຢູ່ວັດ, ແຕ່ວ່າ ຂຽນຈົດໝາຍໄວ້ ລັກສະນະດຽວກັນເໝິດ ວ່າຊິໄປຫາເງິນ ປະມານ 2-3 ປີ ກໍຊິມາຢ້ຽມຢາມ. ຖ້າວ່າມາຮຽກ ຊິບໍ່ມາເລີຍ, ຊີ້ນ່າ. ກະຊິແມ່ນ ອັນລັກສະນະດຽວກັນເໝິດ, ແຕ່ວ່າ ຈັກຊິແມ່ນເຂົາເຈົ້າ ແຕ່ງໄວ້ບໍ່ ຫຼືວ່າຈັ່ງໃດ ເຮົາກໍ່ບໍ່ຮູ້. ຈັບນົກຕໍ່ໄດ້ ຜູ້ນຶ່ງ, ແຕ່ວ່າ ເຮົາຍັງບໍ່ຮູ້ ເພາະວ່າຕຳຣວດ ເຂົາເຈົ້າວ່າ ເຂົາເຈົ້າຊິຍັງສືບຕໍ່ຢູ່.”

ນາງເວົ້າຕື່ມວ່າ ຮູ້ສຶກໂລ່ງໃຈຫຼາຍ ທີ່ລູກຫຼານ ໄດ້ຖືກຊ່ອຍເຫຼືອ ໃຫ້ກັບຄືນບ້ານ ຢ່າງປອດພັຍ. ນາງກັງວົນຫຼາຍ ຢ້ານພວກເດັກນ້ອຍ ທັງ 4 ຄົນ ຈະຕົກເປັນເຫຍື່ອ ຂອງຂະບວນການ ຄ້າມະນຸສ ຢູ່ໃນເຂດເສຖກິຈພິເສດ 3 ຫຼ່ຽມຄຳ ແຂວງບໍ່ແກ້ວ ຫຼືໃນປະເທດອ້ອມຂ້າງ ເຊັ່ນ ປະເທດຈີນ ຫຼື ພະມ້າ, ເຊິ່ງປະກົດເປັນຂ່າວມາແລ້ວ ກ່ອນໜ້ານີ້.

ແລະ ແມ່ຂອງເດັກນ້ອຍແມ່ຍິງ ອີກນາງນຶ່ງ ກໍເວົ້າວ່າ ຮູ້ສຶກດີໃຈຫຼາຍ ທີ່ໄດ້ລູກຄືນມາ ຍ້ອນວ່າ ມີຫຼາຍກໍຣະນີກ່ອນນີ້ ບໍ່ສາມາດນຳລູກ ກັບຄືນມາໄດ້. ຜູ້ປົກຄອງ ຂອງພວກເດັກນ້ອຍ ຕ່າງກໍພາກັນຊອກຫາ ແລະ ໃຫ້ຂໍ້ມູນ ແກ່ເຈົ້າໜ້າທີ່ຕຳຣວດ ພາກສ່ວນຕ່າງໆ ແລະ ສື່ສັງຄົມອ໋ອນລາຍນ໌ ອອກຂ່າວ ຕິດຕາມຊ່ອຍເຫຼືອ ຈົນສາມາດຊ່ອຍເຫຼືອມາໄດ້.

“ບໍ່ຄິດວ່າຊິໄດ້ນ່າ ເພາະວ່າ ກະຫຼາຍຄົນ ກະຫາຍໂຕລ່ອງລອຍ ໄປກັນຫຼາຍ. ທີ່ເຂົາເຈົ້າ ເຂົ້າມາຄອມເມ້ນ ແລະ ກະໂທຫາວ່າ ເຈົ້າເຮັດຈັ່ງໃດ ເຖິງໄດ້ລູກກັບຄືນ. ພວກຂ້ອຍບອກວ່າ ພວກຂ້ອຍຫັ້ນສູ້ ແລະ ກະນຳ, ນຳທີ່ສຸດເລີຍ. ແລ້ວກະໃຫ້ເບາະແສ ປ້ອນຂໍ້ມູນ ໃຫ້ເຈົ້າໜ້າທີ່ ຄືຊ່ອຍກັນໝົດທຸກທາງ ກະຈາຍກັນໄປເລີຍ ບໍ່ມີໃຜນິ້ງນອນໃຈ. ແມ່ນໆ, ພວກເຮົາແບບ ສູ້ສຸດຊີວິຕເລີຍນ່າ, ສູ້ສຸດຊີວິດເລີຍ. ຕຳຣວດບາງພາກສ່ວນ ເພິ່ນກະບໍ່ຢາກຊ່ອຍ ແຕ່ພວກເຮົາກະ, ບໍ່ຊ່ອຍ ກະບໍ່ເປັນຫຍັງ. ບໍ່ຊ່ອຍ ກະໄປຫາອັນ ພາກສ່ວນອື່ນ. ຜົລດີ ກໍ່ຄືອາຈຍັງມີ, ຊີ້ນ່າ.”

ນາງເວົ້າຕື່ມວ່າ ທີ່ຜ່ານມາ, ມີແມ່ຍິງຄົນນຶ່ງ ໄດ້ເຂົ້າມາຕີສນິດ ພວກເດັກນ້ອຍແມ່ຍິງ ຕາມງານວັດ ງານບຸນຕ່າງໆ ເພື່ອຕົວະຍົວະ ໃຫ້ໄປເຮັດວຽກນຳເຂົາ ໂດຍໄດ້ສວຍໃຊ້ ຄວາມນ້ອຍອົກນ້ອຍໃຈ ຂອງເດັກນ້ອຍແມ່ຍິງ ທີ່ມີຕໍ່ພໍ່ແມ່ ແລະ ຄວາມທຸກຍາກ ຂອງຄອບຄົວ ໃນສະພາບ ເສຖກິຈຝືດເຄືອງ ເປັນແຮງຍູ້ດັນ ໃຫ້ພວກເດັກນ້ອຍ ຕັດສິນໃຈ ໄປນຳເຂົາ.

ນາງເວົ້າຕໍ່ໄປວ່າ ຂໍຂອບໃຈ ຜູ້ໃຊ້ສື່ສັງຄົມອ໋ອນລາຍນ໌ ທີ່ຊ່ອຍແຜ່ກະຈາຍຂ່າວ ແລະ ຊ່ອຍໃຫ້ ເຈົ້າໜ້າທີ່ຕຳຣວດ ສາມາດຈັບຄົນຮ້າຍ ແລະ ນຳເອົາລູກຫຼານ ກັບຄືນມາໄດ້ ຢ່າງປອດພັຍ.

ເພື່ອຂໍຮູ້ຣາຍລະອຽດ ແລະ ຄວາມຄືບໜ້າ ຂອງການສອບສວນ ໃນຄະດີນີ້, ວິທຍຸເອເຊັຽເສຣີ ໄດ້ພະຍາຍາມ ຕິດຕໍ່ໄປຫາ ເຈົ້າໜ້າທີ່ຕຳຣວດ ກອງບັນຊາການ ປ້ອງກັນຄວາມສງົບ ເມືອງໄຊທານີ, ແຕ່ບໍ່ສາມາດຕິດຕໍ່ໄດ້.

ແຕ່ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທ່ານນຶ່ງ ຢູ່ເມືອງໄຊທານີ ກໍເວົ້າວ່າ ຕຳຣວດ ພວມສອບສວນ ຄົນຮ້າຍຢູ່ ແລະ ຍັງບໍ່ທັນຮູ້ວ່າ ຄົນຮ້າຍກ່ຽວຂ້ອງ ກັບຂະບວນການ ຄ້າມະນຸສ ຫຼືບໍ່ ແລະ ວ່າ ຕຳຣວດ ເມືອງໄຊທານີ ສາມາດລໍ້ຈັບຄົນຮ້າຍ ລະຫວ່າງທີ່ນາງ ກຳລັງຈະມາຮັບເອົາ ເດັກນ້ອຍແມ່ຍິງ ອີກນາງນຶ່ງ ໃນຕອນເຊົ້າ ຂອງວັນທີ 26 ທັນວາ ວ່າ:

“ຍັງບໍ່ຮູ້ເລີຍ ມັນເປັນຂອງຕຳຣວດ ເມືອງໄຊທານີ ເປັນຜູ້ສອບສວນເນາະ, ເຮົາຍັງບໍ່ທັນໄດ້ຮູ້ ຂໍ້ມູນຫຍັງ. ຈັບໄດ້ຢູ່ຫົວຊຽງ ນີ້ແຫຼະ. ບໍ່, ເຂົາເຈົ້າເອົາໄປແລ້ວ 4 ຄົນຫັ້ນບໍ, ແລ້ວເຂົາຊິຄືນມາເອົາອີກ. ຕຳຣວດຂຶ້ນຫົວຊຽງ ເຮົາກະເລີຍ ຂຶ້ນແຜນຈັບ, ລໍ້ຈັບ. ບໍ່ມີແຕ່ເຮົານ່າ ມັນມີຫຼາຍໆບ້ານ ເຮົາບໍ່ຮູ້ເນາະ, ມັນບໍ່ຂຶ້ນກັບບ້ານເຮົາ ເລີຍບໍ່ຮູ້ເຣື່ອງ. ຊິວ່າໄປເຮັດງານ ເສີມສວຍຫັ້ນແຫຼະ, ໄດ້ເງິນເດືອນ ທໍ່ນັ້ນທໍ່ນີ້.”

ຂະນະທີ່ ຊາວບ້ານ ຜູ້ນຶ່ງ ຢູ່ເມືອງຈັນທະບູຣີ ນະຄອນຫຼວງວຽງຈັນ ກໍກ່າວໃນມື້ດຽວກັນນີ້ວ່າ ລູກສາວຂອງຕົນ ຄົນນຶ່ງ ອາຍຸ 24 ປີ ກໍຫາຍສາບສູນໄປ 2-3 ມື້ແລ້ວ, ມີຄວາມເປັນຫ່ວງຫຼາຍ ຍ້ອນກັງວົນ ຢ້ານລູກສາວ ຂອງຕົນ ຕົກເປັນເຫຍື່ອ ຂອງຂະບວນການ ຄ້າມະນຸສ ເຊັ່ນດຽວກັບ ກໍຣະນີອື່ນໆ ທີ່ຜ່ານໆມາ.

“ຢ້ານຈັ່ງຊີ້ແຫຼະ, ຍັງບໍ່ເຫັນ ຊອກເຫັນ ກະບໍ່ເຫັນວ່າ ຢູ່ທາງໃດ. ຢູ່ນຳໝູ່ບໍ່ ຫຼືວ່າຢູ່ທາງຜູ້ບ່າວບໍ່, ແລ້ວກະເພິ່ນກະແຊັດມາ ເພິ່ນວ່າ ເຮົາໃຫຍ່ແລ້ວ ປ່ອຍເຮົາບໍ່ໄດ້ຫວາ. ເຣື່ອງປ່ອຍ ກະປ່ອຍໄດ້, ແຕ່ວ່າ ຢາກຮູ້ຈຸດໝາຍປາຍທາງ. ລູກຊິເຮັດບ່ອນໃດໆ ຫຼືວ່າເປັນນັ້ນນີ້ມາ ອຸບັດຕິເຫດ, ຖືກເຂົາຂ້າ ເຂົາຫຍັງ ກໍຍັງຊິຮູ້ວ່າເອີ້ ຢູ່ຈຸດນັ້ນ ກະພໍໄດ້ໄປຮັບສົບ ຮັບຫຍັງ. ຄຳເວົ້າລູກວ່າ ຕຣຶງຕຳໃຈ ສາມຄືນລະ ບໍ່ໄດ້ກິນເຂົ້າ ນ້ຳຕາໄຫຼ ຄຳລູກເວົ້າ ແຕ່ລະຄຳ.”

ຕາມປະມວນ ກົດໝາຍອາຍາ ມາດຕຣາ 215 ກໍານົດເອົາໄວ້ ທັງວ່າ ການຄ້າມະນຸສ ການຄ້າມະນຸສ ແມ່ນການຊອກຫາ, ການລັກພາຕົວ, ການເຄື່ອນຍ້າຍ, ການຂົນສົ່ງ ຫຼືນຳສົ່ງ, ຮັບເອົາຄົນ ຢູ່ພາຍໃນ ຫຼືຕ່າງປະເທດ. ສໍາລັບຕໍ່ເດັກ ທີ່ມີອາຍຸ ຕ່ຳກວ່າ 18 ປີ, ພຽງແຕ່ມີການກະທຳ ແລະ ຈຸດປະສົງ ຕາມທີ່ກຳນົດໄວ້, ເຖິງວ່າ ຈະມີການຍິນຍອມ ຫຼືມີຄວາມສມັກໃຈ ກໍຕາມ, ຈະຖືກລົງໂທສ ຕັດອິສຣະພາບ ແຕ່ 15 ປີ ຫາ 20 ປີ ແລະ ຈະຖືກປັບໃໝ ແຕ່ 100,000,000 ກີບ ຫາ 500,000,000 ກີບ.

ທີ່ຜ່ານມາ, ມີເດັກນ້ອຍແມ່ຍິງລາວ ຈຳນວນຫຼາຍ ຕົກເປັນເຫຍື່ອ ຂະບວນການ ຄ້າມະນຸສ ຮວມທັງການໄປແຕ່ງດອງ ຫຼືຖືກລັກພາໂຕ ໄປເປັນເມັຽ ຂອງຄົນຈີນ. ຈໍານວນນຶ່ງ, ກໍຖືກສົ່ງໄປ ບໍຣິການທາງເພດ ແລະ ເຮັດວຽກ ເປັນສະແກມເມີ້ຣ໌ ຢູ່ຕາມກາສິໂນ ຂອງຈີນ ເປັນຕົ້ນ ຢູ່ເຂດເສຖກິຈພິເສດ 3 ຫຼ່ຽມຄຳ ແຂວງບໍ່ແກ້ວ ແລະ ກາສິໂນ ໂກຊາຍ ເມືອງເມັຽວະດີ ຣັຖກະຢີ່ນ ຫຼື ຣັຖກະຫຣ່ຽງ ປະເທດພະມ້າ.

ປັດຈຸບັນ, ກໍຍັງມີເດັກນ້ອຍ ແລະ ແມ່ຍິງລາວ ຫຼາຍຄົນ ຍັງຕົກຄ້າງ ຢູ່ທີ່ນັ້ນ, ບໍ່ສາມາດ ກັບຄືນມາບ້ານໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.