ບໍ່ມີຄວາມຄືບໜ້າ ນາງ ເກດແກ້ວ ທີ່ຫາຍສາບສູນ ຢູ່ຈີນ

ນັບເປັນເວລາ 2 ເດືອນປາຍແລ້ວ ທີ່ຄວາມພຍາຍາມຊ່ອຍເຫຼືອ ນາງເກດແກ້ວ ໄຊຍະວົງ ອາຍຸ 26 ປີ, ຢູ່ບ້ານນາອູມ ເມືອງພຽງ ແຂວງໄຊຍະບູຣີ ຫາຍສາບສູນຢູ່ຈີນ ເມື່ອວັນທີ 23 ເດືອນກຸມພາ 2022 ທີ່ຜ່ານມາ ຍັງບໍ່ມີຂ່າວຄາວຄວາມຄືບໜ້າ ວ່າເປັນຕາຍຮ້າຍດີແນວໃດ ພາຍຫຼັງທີ່ທາງຄອບຄົວ ໄດ້ຍື່ນຂໍຄວາມຊ່ອຍເຫຼືອ ໄປຍັງພາກສ່ວນທີ່ກ່ຽວຂ້ອງຕ່າງໆ.

ນາງ ເກດແກ້ວ ໄຊຍະວົງ ອາຍຸ 26 ປີ ທີ່ຫາຍສາບສູນຫຼັງຈາກແຕ່ງດອງ ກັບຄົນຈີນ ໄປຢູ່ເມືອງອີ້ຊຸນ ມົລທົລຈຽງຊີ, ເດືອນມີນາ ປີ 2022. ຮູບພາບຈາກ: ພີ່ນ້ອງຂອງນາງເກດ ແກ້ວ ໄຊຍະວົງ

ມາຮອດປັດຈຸບັນ ນັບເປັນເວລາ 2 ເດືອນປາຍແລ້ວ ທີ່ຄວາມ​ຍາຍາມຊ່ອຍເຫຼືອ ນາງເກດແກ້ວ ໄຊຍະວົງ ຫຼື ຊື່​ຫຼິ້ນວ່າ ນາງແກ້ວອາຍຸ 26 ປີຢູ່ບ້ານນາອູມ ເມືອງພຽງ ແຂວງໄຊຍະບູຣີ ຫາສາບສູນຢູ່ຈີນ ​ເມື່ອວັນທີ 23 ເດືອນກຸມພາ 2022 ທີ່ຜ່ານມາ ຍັງບໍ່ມີຂ່າວຄາວຄວາມຄືບໜ້າ ວ່າເປັນຕາຍຮ້າຍດີແນວໃດ ພາຍຫຼັງທີ່ທາງຄອບຄົວ ໄດ້ຍື່ນຂໍຄວາມຊ່ອຍເຫຼືອ ໄປຍັງພາກສ່ວນທີ່ກ່ຽວຂ້ອງຕ່າງໆ ຕັ້ງແຕ່ກ່ອນປີໃໝ່ລາວ ມາຮອດມື້ນີ້ ກໍຍັງບໍ່ໄດ້ຮັບຄໍາຕອບຍັງເລີຍ ຈາກພາກສ່ວນຕ່າງໆ ທີ່ກ່ຽວຂ້ອງນັ້ນເທື່ອ.

ດັ່ງເອື້ອຍ ຂອງນາງແກ້ວ ຢູ່ແຂວງໄຊຍະບູຣີ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 20 ມິຖຸນາ ນີ້ວ່າ:

“ໄດ້ 2-3 ເດືອນມານີ້ ໄລຍະເຮົາແລ່ນບັດແລ່ນເບີມານີ້ກະມິດຊື່ໆເນ່ ກະບໍ່ມີຂ່່າວຫຍັງ ເຂົາກະບໍ່ໃຫ້ຄໍາຕອບແມ່ນຫຍັງ ແຊັດໄປຫາເຂົາ ເຂົາບໍ່ໃຫ້ຄໍາຕອບ ບໍ່ເວົ້າຫຍັງເລີຍ, ແຊັດໄປຫາເຈົ້າໜ້າທີີ່ ການຄ້າມະນຸດນີ້ແຫຼະວ່າ ແຊັດໄປຫາຂະເຈົ້າ ເຂົາເຈົ້າກະມິດຊື່ໆ ກະບໍ່ມີຄໍາຕອບຫຍັງ ມີແຕ່ເພິ່ນບອກແຕ່ວ່າ ບໍ່ໃຫ້ໃຈຮ້ອນ ໃຫ້ໃຈເຢັນໆ ໃຫ້ແຕ່ລໍຖ້າ ລໍຖ້າມາກະດົນເຫິງມາແລ້ວນ່າ ເຮົາກໍຢາກຮູ້ຢາກຍິນແດ່ ຢ່າງຂີ້ຮ້າຍກະ 2-3 ອາທິດໃດ ກະສົ່ງຂ່າວເຮົາດ້າມເລັກດ້າມໜ້ອຍ ເຮົາກະພໍດີໃຈ ອັນນີ້ກະມິດເລີຍ ຄວາມຮູ້ສຶກແທ້ ໃນໃຈແທ້ ຄິດແຕ່ວ່າ ຢ້ານບໍ່ມີຊີວິດຢ່າງດຽວຫັ້ນແຫຼະ ມັນດົນມັນເຫິງມາ ມັນມິດງຽບແນວນີ້ເລີຍນະ ຄິດໄປຫຼາຍເທື່ອຫຼາຍແນວ ກະບໍ່ຮູ້ແນວຊິວ່າ ແຫ່ງອຸກແຫ່ງອັ່ງຫັ້ນແຫຼະ ທີ່ຜ່ານມາເຮົາກໍຍັງວ່າ ໄດ້ເລັ່ງໄດ້ແລ່ນບັດແລ່ນເບີ ວ່າ ມີຜແນກນັ້ນຊ່ວຍ ຜແນກນີ້ຊ່ວຍເຮົາກະຍັງບົງຍັງບາງເນາະ ແລ້ວມາຕອນນີ້ ວ່າງຽບໄປເມິດເຮົາກະແຫ່ງຄິດອີກ ບໍ່ຮູ້ແນວຊິໄດ້ໄປທາງໃດຊໍ້າ ບໍ່ຮູ້ຊິງົມໄປທາງໃດ ມືດ 8 ດ້ານເລີຍ ດຽວນີ້ນ່າ ບໍ່ຮູ້ວ່າຊິໃດແຫຼະ ຈັ່ງວ່າຄຶດມາ ຕິດຕໍ່ຫາພວກເຈົ້າອີກນີ້ນ່າ.”

ນາງກ່າວຕື່ມວ່າ ພາຍຫຼັງທີ່ ຕິດຕໍ່ຫາຜແນກໃດ ກໍມິດງຽບ ບໍ່ມີໃຜໂທມາແຈ້ງຫຍັງໃຫ້ຮູ້  ລາວກໍໄດ້ຂໍໃຫ້ໝູ່ຂອງນາງແກ້ວ ທີ່ຢູ່ຈີນ ຊ່ອຍຣາຍງານຄວາມຄືບໜ້າ ຢູ່ທາງເບື້ອງຈີນ ໃຫ້ຮູ້ວ່າມີຂ່າວຄາວແນວໃດ ກ່ຽວກັບນາງແກ້ວແດ່.

“ຈຸອັນໝູ່ຄູ່ຂອງລາວຫັ້ນ ເຂົາໝູ່ນັ້ນຢູ່ພຸ້ນຫັ້ນແທ້ ເຂົາຕິດຕໍ່ມາຢູ່ ເຂົາກະບໍ່ຮູ້ຂ່າວຄາວຫຍັງເນາະ ລະມີໄລຍະນຶ່ງແທ້ ເຂົາກະວ່າ ຮູ້ຂ່າວວ່າ ຈຸກົງລາວ ສຸນຢູ່ຈີນ (ຈຸ ກົງສຸນລາວຢູ່ຈີນ) ຫັ້ນເນາະ ເຂົາໄດ້ເຂົ້າໄປຫາຜົວຂອງນາງແກ້ວ ເທື່ອນຶ່ງແລ້ວວ່າຊັ້ນ ເຂົ້າໄປແລ້ວກະບໍ່ວ່າຫຍັງ ແຕ່ຄ່ານັ້ນມາກະມິດເລີຍ ກະບໍ່ເວົ້າບໍ່ວ່າຫຍັງ.”

ເອື້ອຍຂອງນາງແກ້ວ ຍັງກ່າວຕື່ມອີກວ່າ 2-3 ອາທິດທີ່ຜ່ານມານີ້ ລາວໄດ້ຕິດຕໍ່ຫາຜູ້ເປັນນາຍໜ້າ ທີ່ພານາງແກ້ວໄປຈີນ ເພື່ອຖາມຫານາງແກ້ວ ເຊິ່ງຜູ້ເປັນນາຍໜ້າ ເວົ້າວ່າຕອນທີ່ລາວ ໄປຢ້ຽມຜົວຂອງລາວ ຢູ່ທີ່ສະຖານີຕໍາຣວດ ລາວເຫັນຮູບຂອງນາງແກ້ວ ຕິດຢູ່ສະຖານນີຕໍາຣວດ ແລະວ່າ ນາງແກ້ວຖືກຈັບ ແລ້ວລາວຢາກໃຫ້ທາງຄອບຄົວ ຂອງນາງແກ້ວ ໂອນເງິນໄປໃຫ້ລາວ 2,000 ຢວນ ຫຼືປະມານ 4 ລ້ານປາຍກີບ ເພື່ອທີ່ນາຍໜ້າຜູ້ນີ້ ຈະໄປພົວພັນຫານາງແກ້ວ ຢູ່ທີ່ສະຖານນີຕໍາຣວດໃຫ້ ເຊິ່ງທາງຄອບຄົວ ກໍບໍ່ໝັ້ນໃຈວ່າ ນາງແກ້ວ ຖືກເຈົ້າໜ້າທີ່ຕໍາຣວດຈີນຈັບແທ້ ຫຼືບໍ່ ຢ້ານແຕ່ຜູ້ເປັນນາຍໜ້ານີ້ ຕົວະເອົາເງິນ 2 ພັນຢວນໄປລ້າໆ.

“ຄັນຖືກຈັບແທ້ ເຂົາຕ້ອງແຈ້ງມາໃຫ້ເຮົາຍັງວ່າ ນີ້ເຂົາກະບໍ່ແຈ້ງບໍ່ເວົ້າຫຍັງ ກະມິດຊື່ໆ ເຮົາຢາກໂທຢາກພົວພັນກັບກົງສຸນລາວຢູ່ຫັ້ນ ພົວພັນເບິ່ງ ວ່າມີແທ້ຫຼືບໍ່ນ່າ ຢາກຕິດຕໍ່ຫາຂະເຈົ້າເບິ່ງ ລະເຮົາກະຕິດຕໍ່ຫາເຂົ້າບໍ່ໄດ້ແດ່ ແຕ່ວ່າເຂົາກະບໍ່ຮັບສາຍນ່າ ຢາກຖາມເບິ່ງຫັ້ນນ່າ ແມ່ນຄວາມນາຍໜ້າເວົ້າແທ້ບໍ່ ວ່ານາງແກ້ວນີ້ຖືກຈັບແລ້ວ ຄັນຖືກຈັບເຂົາຕ້ອງສົ່ງຂ່າວ ມາຫາພວກພໍ່ແມ່ພີ່ນ້ອງເນາະ ນີ້ເຂົາກະບໍ່ສົ່ງ ບໍ່ເວົ້າຫຍັງເດ້.”

ໃນຂະນະດຽວກັນ ວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ຫາໝູ່ຂອງນາງແກ້ວຢູ່ຈີນ ເພື່ອຖາມເຖິງຄວາມຄືບໜ້າ ວ່າພວກເຂົາເຈົ້າ ໄດ້ຮູ້ເຫັນຂ່າວຫຍັງ ກ່ຽວກັບນາງແກ້ວຫຼືບໍ່ ແຕ່ໝູ່ຂອງນາງແກ້ວ ຕອບວ່າ ທຸກມື້ນີ້ມິດງຽບ ບໍ່ເຫັນມີຂ່າວຫຍັງ ກ່ຽວກັບນາງແກ້ວເລີຍ.

ໃນມື້ດຽວກັນນີ້ ວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຍັງ ຜແນກກົງສຸນລາວຢູ່ຈີນ ເພື່ອຖາມເຣື່ອງຄວາມຄືບໜ້າ ໃນການຊ່ອຍເຫຼືອນາງແກ້ວ ເພາະທາງຄອບຄົວຂອງນາງແກ້ວ ເປັນຫ່ວງລາວຫຼາຍ ປະກົດວ່າ ໂທຫຼາຍຄັ້ງ ຕິດທຸກຄັ້ງ ແຕ່ບໍ່ມີຄົນຮັບສາຍ, ແຕ່ກ່ອນໜ້ານີ້ ເມື່ອວັນທີ່ 12 ພຶສພາ ຜ່ານມາ ເຈົ້າໜ້າທີ່ກົງສຸນລາວຢູ່ຈີນ ທ່ານນຶ່ງ ໄດ້ຕອບ ກ່ຽວກັບເຣື່ອງນີ້ ຕໍ່ວິທຍຸເອເຊັຽເສຣີວ່າ:

“ພວກເຮົາກະຈະປະຕິບັດຕາມໜ້າທີ່ ພາລະບົດບາດຂອງພວກເຮົາແຫຼະ ໃນການຊ່ອຍເຫຼືອ ແລະປົກປ້ອງສິດຜົລປໂຍດ ຂອງພົລເມືອງລາວຢູ່ຈີນ ລະກະຄອບຄົວເພິ່ນເປັນຫ່ວງ ກະໃຫ້ເພິ່ນ ໄປປະສານ ທາງກະຊວງການຕ່າງປະເທດຕື່ມ ເພື່ອໃຫ້ອັນນ່າ ພວກເຮົາ ກໍຈະມີຂັ້ນຕອນ ພາຍໃນຂອງພວກເຮົາ ສໍາລັບຂໍ້ມູນອື່ນໆ ບໍ່ສະດວກເປີດເຜີຍເຈົ້າ.”

ນອກຈາກນີ້ ວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຍັງເຈົ້າໜ້າທີ່ ຜແນກຕ້ານການຄ້າມະນຸສ ແຂວງໄຊຍະບູຣີ ເພື່ອສອບຖາມ ເຣື່ອງຄວາມຄືບໜ້າ ຂອງການຊ່ອຍເຫຼືອນາງແກ້ວ ປະກົດວ່າ ໂທໄປຕິດສຽງດັງ ແຕ່ບໍ່ມີຄົນຮັບສາຍ.

ຫຼັງຈາກນັ້ນ ວິ​ຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ສອບຖາມເຣື່ອງດັ່ງກ່າວນີ້ ໄປຍັງເຈົ້າໜ້າທີ່ ຕ້ານການຄ້າມະນຸສ ຢູ່ຜແນກພົວພັນການຕ່າງປະເທດ ແຂວງໄຊຍະບູຣີ ໂດຍເຈົ້າໜ້າທີ່ທ່ານນຶ່ງ ທີ່ບໍ່ປະສົງອອກຊື່ແລະສຽງ ໄດ້ກ່າວກ່ຽວກັບເຣື່ອງນີ້ວ່າ: ທາງພວກເຮົາ ກໍໄດ້ເຮັດໜັງສືຫາກົມກົງສຸນ ກະຊວງການຕ່າງປະເທດ ເພິ່ນກໍເຮັດໜັງສືໄປທາງສະຖານທູດແລ້ວເນາະ ຍັງລໍຖ້າຄໍາຕອບຈາກເພິ່ນເນາະ ເພິ່ນກະຍັງດໍາເນີນການຕິດຕາມຫາຢູ່ເນາະ ສ່ວນວ່າ ເຣື່ອງທີ່ເອື້ອຍຂອງນາງແກ້ວ ເວົ້າວ່າ ໄດ້ຮັບຂ່າວຈາກຜູ້ເປັນນາຍໜ້າ ທີ່ພານາງແກ້ວໄປຈີນ ແລ້ວເວົ້າວ່າ ນາງແກ້ວຖືກຈັບນັ້ນ ໂຕນີ້ກະຄືຈະບໍ່ເປັນຫຍັງເນາະ ເພາະວ່າທາງນັ້ນ ເພິ່ນກໍຮູ້ແລ້ວວ່າ ເອີ່ດຽວນີ້ ນາງແກ້ວ ລາວຖືກຕົວະໄປຂາຍ ຫຼືເປັນແນວໃດ ຂະເຈົ້າກະຕ້ອງສືບຖາມຂໍ້ມູນແມ່ນຫຍັງນີ້ນ່າ ຖ້າເປັນແນວໃດ ຫຼືມີແມ່ນຫຍັງ ເຂົາເຈົ້າກະຕ້ອງມີຂັ້ນຕອນຂອງເຂົາເຈົ້າ ໃນການຊ່ອຍເຫຼືອເນາະ ເຮົາກະຕ້ອງໃຊ້ເວລາແດ່ໜ້ອຍນຶ່ງ.

ເຖິງຢ່າງໃດຕາມ ໃນກໍຣະນີ ນາງເກດແກ້ວ ໄຊຍະວົງ ນີ້ ຖ້າຫາກວ່າ ໄດ້​ຮັບການຊ່ອຍເຫຼືອ ຈາກເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແລະມີຂ່າວຄາວຄືບໜ້າແນວໃດເພີ່ມຕື່ມ ແລ້ວວິຍຸເອເຊັຽເສຣີ ຈະມີຣາຍງານໃນຂັ້ນຕໍ່ໄປ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org