ນັກຮຽນຍັງພົວພັນກັບຢາ ເສພຕິດ

ມະນີຈັນ
2014.07.21
f-drug-use ບັນຫາ ຢາເສບຕິດ ຢູ່ ພະມ້າ ແລະ ປະເທດ ເພື່ອນບ້ານ ທີ່ກໍາລັງ ແພ່ຂຍາຍ ໃນກຸ່ມວັຍລຸ້ນ
irin news

 

ການແກ້ໄຂ ບັນຫາ ຢາເສພຕິດ ໃນ ໂຮງຮຽນ ບໍ່ປະສົບ ຜົນສໍາ ເຣັດ ເທົ່າທີ່ຄວນ ເຖິງ ແມ່ນວ່າ ກະຊວງ ສຶກສາ ທິການລາວ ຈະ ພຍາຍາມ ກວດກາ ແລະ ແກ້ໄຂ ລົບລ້າງ ຕລອດມາ. ເວົ້າສະ ເພາະ ໂຮງຮຽນ ໃນແຂວງ ຫລວງນໍ້າທາງ ກໍຍັງພົບ ນັກຮຽນ ໃນ ໂຮງຮຽນ ຫລາຍ ແຫ່ງ ຕິດ ຢາເສບຕິດ ຢ່າງໜ້ອຍ ໂຮງຮຽນ ລະ 2-3 ຄົນ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ກ່ຽວຂ້ອງ ທ່ານໜຶ່ງ ທີ່ ບໍ່ ປະສົງອອກ ຊື່:

"ມັນກໍມີ ຢາບ້າ ຢາບ້າ ເຮົາກວດ ກໍມີແຕ່ກວດ ນໍ້າປັສວະ ຕາມແຕ່ ລະ ໝວດ ໂຮງຮຽນ ກໍໂຮງຮຽນ ກໍ 2-3 ຄົນ ຈັດຕັ້ງ ປະຕິບັດ ຢູ່ໝວດ ໂຮງຮຽນ".

ທ່ານເວົ້າວ່າ ກຸ່ມຜູ້ ຕິດ ຢາເສບຕິດ ທີ່ ພົບເຫັນ ໃນໂຮງຮຽນ ສ່ວນຫລາຍ ເປັນນັກຮຽນ ຊັ້ນມັທຍົມ ຕອນປາຍ ສາເຫດ ສ່ວນໃຫຍ່ ຄື ເສພນໍາ ໝູ່ເພື່ອນ ຫລື ມີຄົນໃກ້ຊິດ ສເນີໃຫ້ເສພ ແລ້ວກໍຕິດ ຊຶ່ງ ເຈົ້າໜ້າທີ່ ກໍໄດ້ເອົາ ນັກຮຽນ ພວກນີ້ ໄປສຶກສາ ອົບຮົມ ຮວມທັງ ສົ່ງໄປ ບໍາບັດ ເພື່ອໃຫ້ ເຊົາເສພ.

ປັຈຈຸບັນ ສະພາບ ຢາເສພຕິດ ໃນພາກເໜືອ ຂອງລາວ ຍັງໜ້າ ເປັນຫ່ວງ ເພາະຕົວເລກ ຄະດີ ຢາເສພຕິດ ເພີ້ມຂຶ້ນ. ເມື່ອບໍ່ດົນ ມານີ້ ເຈົ້າໜ້າທີ່ ໄດ້ກ່າວ ຕໍ່ ເອເຊັຍ ເສຣີ ວ່າ ຕັ້ງແຕ່ປີ 2012 ຫາ 2014 ທາງ ພາກເໜືອ ຄື ແຂວງ ຫລວງພຣະບາງ ບໍ່ແກ້ວ ໄຊຍະບູຣີ ຫລວງນໍ້າທາ ອຸດົມໄຊ ຫົວພັນ ແລະ ແຂວງ ຜົ້ງສາລີ ມີການຈັບ ຜູ້ຕ້ອງຫາ ຢາເສພຕິດ  ມາດໍາເນີນ ຄະດີ ທັງໝົດ 50 ກວ່າຣາຍ ຊຶ່ງ ເປັນຄະດີ ສະເພາະ ຜູ້ຂາຍ ຍັງບໍ່ນັບ ຜູ້ມີ ຢາເສບຕິດ ໄວ້ເພື່ອເສພ ຊຶ່ງຄາດວ່າ ຈະມີຫລາຍ ເຊັ່ນກັນ.

ທ່ານເວົ້າ ຕື່ມວ່າ ການແກ້ໄຂ ບັນຫາ ຢາເສພຕິດ ໃນໂຮງຮຽນ ຈະຫວັງເພິ່ງ ພຽງ ເຈົ້າໜ້າທີ່ ຫ້ອງການ ປ້ອງກັນ ຢາເສພຕິດ ເທົ່ານັ້ນ ແມ່ນເປັນໄປ ບໍ່ໄດ້ ເພາະ ເຈົ້າໜ້າທີ່ ບໍ່ພຽງພໍ ຄຣູ ແລະ ນັກຮຽນ ຕ້ອງຊ່ວຍກັນ ຕິດຕາມ ຕັກເຕືອນ ແລະ ໃຫ້ການ ອົບຮົມ ຈຶ່ງຈະໝົດ ໄປຈາກ ໂຮງຮຽນ ໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.