ເສັ້ນທາງລໍາລຽງຂອງກຸ່ມ ຄ້າຢາ

ສິດນີ
2015.08.25
F-R3A ຖນົນຫຼວງ R3A ເປັນເສັ້ນທາງສຳຄັນ ຂອງ ກຸ່ມ ອັນຕະພານ ຄ້າ ຢາເສພຕິດ
Source: The Office of the Narcotics Control Board

ເຈົ້າຫນ້າທີ່ ປາບປາມ ຢາເສພຕິດ ປະຈຳ ຂົງເຂດ, ກຳລັງ ສິ້ງຊອມ ຈັບຕາ ເບີ່ງ ການຂົນສົ່ງ ສິນຄ້າ ຕາມ ເສັ້ນທາງ R3A, ຊຶ່ງ ໃນ ປັດຈຸບັນ ບໍ່ເປັນ ຄວາມລັບ ອີກແລ້ວ, ເພາະ ທາງສາຍນີ້ ເປັນ ເສັ້ນທາງ ທີ່ກຸ່ມ ອັນຕະພານ ຄ້າ ຢາເສພຕິດ ໃຊ້ ຂົນ ຢາເສພຕິດ, ແທນທີ່ ຈະເປັນ ເສັ້ນທາງ ເພື່ອ ຍົກຣະດັບ ການຄ້າ ແລະ ການ ທ່ອງທ່ຽວ ຕາມ ແຜນການ ທີ່ ໄດ້ວາງໄວ້ ກ່ອນ ຈະສ້າງ.

ຖນົນຫຼວງ R3A ມີຄວາມຍາວ ປະມານ 1861 ກິໂລແມັດ, ຈາກ ເມືອງ ຊຽງຂອງ ແຂວງ ຊຽງຮາຍ ຂອງໄທ ໄປຫາ ເມືອງ ຂຸນຫມິງ ແຂວງ ຢູນານ ຂອງຈີນ, ຜ່ານລາວ ສ້າງຂຶ້ນ ເພື່ອ ຂົນສົ່ງ ສິນຄ້າ ແລະ ການ ທ່ອງທ່ຽວ, ເພື່ອ ການ ເຊື່ອມໂຍງ ແຣວ ເສຖກິດ ເໜືອໃຕ້, ເພື່ອ ສ້າງໂອກາດ ແລະ ການພັທນາ ໃນ ຂົງເຂດ.

ແຕ່ທາງ ກົງກັນຂ້າມ ເສັ້ນທາງ ສາຍ ດັ່ງກ່າວ ກັບສ້າງ ຄວາມ ສະດວກ ສະບາຍ ໃຫ້ ກຸ່ມ ຄ້າ ຢາເສພຕິດ ຫຼາຍກວ່າ. ຍ້ອນ ມີການ ລາຕຕະເວັນ ຕາມລຳ ແມ່ນ້ຳຂອງ ກຸ່ມ ອັນຕະພານ ຄ້າຢາ ຈຶ່ງປ່ຽນໃຊ້ ເສັ້ນທາງ ສາຍນີ້ ໃນການ ຂົນສົ່ງ ຢາເສພຕິດ.

ເຈົ້າຫນ້າທີ່ ທ່ານນີ້ ເວົ້າວ່າ ສານເຄມີ ທີ່ ລຳລຽງ ນັ້ນ ສ່ວນໃຫຍ່ ແມ່ນ ສານເຄມີ ທີ່ໃຊ້ ຜລິດຢາບ້າ ແລະ ຢາກະຕຸ້ນ ປະສາດ ປະເພດ ຕ່າງໆ, ແລະວ່າ ໃນເຂດ ເສັ້ນທາງ R3A ທີ່ ສໍາຄັນ ຫຼາຍທີ່ສຸດ ແມ່ນຢູ່ ໃນເຂດ ຂອງ ປະເທດ ລາວ, ທີ່ ບໍ່ມີການ ຕັ້ງປ້ອມ ກວດກາ ສິນຄ້າ ເຂົ້າອອກ ຫຼາຍປານໃດ, ກຸ່ມຄ້າ ຢາເສພຕິດ ຈຶ່ງໃຊ້ສົ່ງ ສານເຄມີ ໄປໃຫ້ ຜູ້ຜລິດ ຢາບ້າ ຢູ່ເຂດ ສາມຫລ່ຽມຄຳ ຊາຍແດນ ຣະຫວ່າງ ລາວໄທ ແລະ ພະມ້າ ທີ່ ຄວບຄຸມ ໂດຍ ກຸ່ມ ປະກອບ ອາວຸດ ຊົນ ກຸ່ມນ້ອຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.