ຢາບ້າສົ່ງຜົນກະທົບ ໄປທຸກແຫ່ງຫົນ
2013.02.25
ຜົລກະທົບ ຈາກ ໜຸ່ມນ້ອຍລາວຕິດຢາບ້ານີ້ ບໍ່ພຽງແຕ່ສ້າງຄວາມ ຢ້ານກົວ ໃຫ້ແກ່ ປະຊາຊົນ ໃນຕົວເມືອງໃຫຍ່ເທົ່ານັ້ນ, ແຕ່ຍັງສົ່ງ ຜົລກະທົບ ຕໍ່ປະຊາຊົນ ໃນເຂດຊົນນະບົດ ເຊັ່ນດຽວກັນ ໃນເມື່ອ ການລະບາດ ຂອງ ຢາບ້າ ໄດ້ແຜ່ລາມ ໄປທົ່ວ… ໂດຍບໍ່ຈຳກັດ ສະຖານທີ່ ຈະເຣີນສຸຂ ມີຣາຍງານ ມາສເນີທ່ານ.
ຊາວລາວ ໂດຍທົ່ວໄປ ນັບຕັ້ງແຕ່ ຕົວເມືອງໃຫຍ່ ໄປຈົນເຖິງ ເຂດຊົນນະບົດ ຕ່າງກໍຄວາມຢ້ານກົວ ໃນການດຳຣົງຊີວິດ ແຕ່ລະມື້ ແລະ ບໍ່ຮູ້ວ່າ ເຄາະຮ້າຍ ຈະເກີດຂຶ້ນ ກັບຕົວເອງ ເມື່ອໃດ ເນື່ອງຈາກວ່າ ໜຸ່ມນ້ອຍລາວ ໃນທຸກມື້ນີ້ ຕິດຢາເສບຕິດ ຢ່າງຫລວງຫລາຍ, ໂດຍສະເພາະ ແມ່ນປະເພດ ຢາບ້າ ທີ່ຫາຊື້ໄດ້ງ່າຍ ຕາມທ້ອງຖນົນ ແລະ ສະຖານທີ່ບັນເທີງ ຕ່າງໆ ຢ່າງເປີດແປນ.
ເຫດການ ຄວາມວຸ້ນວາຍ ທາງສັງຄົມ ຫລື ທີ່ບັນດາເຈົ້າໜ້າທີ່ ຣັຖບານລາວ ມັກເອີ້ນກັນວ່າ ປະກົດການຫຍໍ້ທໍ້ນັ້ນ ຮວມທັງ ການປຸ້ນຈີ້, ລັກຊັພ, ທຳຮ້າຍຮາງກາຍ ເພື່ອຊີງຊັບ ແລະ ອື່ນໆ ບໍ່ໄດ້ໝາຍຄວາມວ່າ ຈະເກີດຂຶ້ນ ແຕ່ໃນຕົວເມືອງ ບ່ອນທີ່ ເຊື່ອກັນວ່າ ມີແຕ່ຜູ່ມີຖານະ ຫລື ຮັ່ງມີ ອາສັຍຢູ່ ເທົ່ານັ້ນ, ແຕ່ເຫດການ ດັ່ງກ່າວ ຍັງໄດ້ແຜ່ລາມໄປເຖິງ ເຂດຊົນນະບົດ ອີກດ້ວຍ ໃນຂະນະທີ່ ຢາບ້າ ແຜ່ລະບາດ ອອກໄປ ໂດຍບໍ່ມີຂອບເຂດ. ແລະ ໃນເມື່ອຢາບ້າ ດັ່ງກ່າວ ແຜ່ໄປຮອດບ່ອນໃດ ກໍສ້າງຄວາມເດືອນດຮ້ອນ ໄປເຖິງບ່ອນນັ້ນ ຢ່ງຫລີກລ້ຽງບໍ່ໄດ້. ກ່ຽວກັບ ຄວາມຢ້ານກົວ ດັ່ງກ່າວ ຊາວລາວ ໃນເຂດຊົນນະບົດ ທາງພາກໃຕ້ ທ່ານນຶ່ງ ເລົ່າສູ່ຟັງວ່າ:
“ຄັນເຮົາ ໄປຢູ່ຜູ່ດຽວ ກະຢ້ານເຂົາ ມາປຸ້ນມາຈີ້ລະ ພວກຫິວຢານ໋າ (ຢູ່ຫັ້ນ ກະເປັນແບບນັ້ນເບາະ) ເອີກະເປັນແລ້ວ. ຣົດຈັກ ຂ້ອຍກະເສັຍລະເດ໋… ຣົດຈັກຂ້ອຍກະເສັຽລະເບາະ ມີກາຍນີ້. ກະຍ້ອນ ພວກຢາບ້າ ຢາຫຍັງນິລ໋ະ ເຜີບໍ່ໄດ້ຈັກດີ້. ຣົດຈັກ ຢູ່ເຮືອນ ເຂົາກະຍັງມາເອົາ.. ເສັຽລະ. (ໄດ້ໄປແຈ້ງ ຢູ່ເບາະລະ) ແຈ້ງໝົດແລ້ວ ເຈົ້າໜ້າທີ່ ແຈ້ງກະບໍ່ໄດ້ດອກ ບໍ່ເຫັນດອກ. ເສັຽລະ ກະແລ້ວ, ຫລາຍຄົນເສັຽ. ຜູ່ຊິເສັຍຈັກເຮືອກະມີ, ຜູ່ຊິເສັຽ ອິຫຍັງກະມີ ດຽວນີ້ນະ ສຸມປຸ໋ສຸມປຸ໋ຍກັນນາ ດຽວນີ້ນະ ຈັກເປັດຈັກໄກ່ ຈັກອີ່ຫຍັງແຫລະ ຫລາບແນວຫັ໋ນແລ້ວ. ມີແຕ່ວ່າ ຮັກສາເອົາໃຜເອົາມັນຫັ໋ນແລ້ວ. ໄດ້ເສັຍແລ້ວ ກະຈຳເປັນລະ.”
ເຫດການ ປຸ້ນຈີ້-ຊີງຊັພ ທີ່ວ່າ ນີ້, ໃນນະຄອນຫລວງວຽງຈັນ ກໍເກີດຂຶ້ນ ຢູ່ເລື້ອຍໆ ຮວມທັງ ເກີດຂຶ້ນ ທີ່ບ້ານເຮືອນ ແລະ ຕາມສະຖານທີ ສາທາຣະນະ, ຊຶ່ງເມື່ອບໍ່ນານມານີ້ ຊາວລາວ ທີ່ນະຄອນຫລວງວຽງຈັນ ບອກໃຫ້ຮູ້ ວ່າ ຢູ່ຕາມຮ້ານຂາຍເຄື່ອງຍ່ອຍ ແລະ ຮ້ານເສີມສວຍ ໃນບາງແຫ່ງ ໄດ້ອັດປະຕູ ໃສ່ກະແຈໄວ້ ໃນຕອນແລງ ທັ້ງໆທີ່ ຍັງບໍ່ທັນໄດ້ປິດຮ້ານເທື່ອ ແລະ ຈະເປີດປະຕູ ໃນເວລາ ທີ່ລູກຄ້າ ທີ່ຮູ້ໜ້າ ເຂົ້າມາໃຊ້ ບໍຣິການ ແລະ ຈະບໍ່ໃຫ້ບໍຣິການ ລູກຄ້າແປກໜ້າ ເນື່ອງຈາກ ວ່າ ເຄີຍມາເຫດການ ທີ່ ຄົນແປກໜ້າ ເຂົ້າໄປປຸ້ນເອົາເງິນ, ໂທຣະສັບ ແລະ ແມ໋ນແຕ່ ເຄື່ອງໃຊ້ເລັກໆນ້ອຍໆ ເທົ່ານັ້ນ. ນອກຈາກນັ້ນ, ກໍຍັງມີເຫດການ ລັດຣົດຕາມແຄມທາງ ເພື່ອຈີ້ເອົາຊັພສິນ ແລະ ສ້າງຄວມວຸ້ນວາຍ ຕາມທ້ອງຖນົນ ເປັນຕົ້ນແມ່ນ ຖນົນ 450 ປີ. ກ່ຽວກັບ ບັນຫາ ດັ່ງກ່າວ ເຈົ້າໜ້າທີ່ ຮັກສາຄວາມສງົບ ກໍຍອມຮັບ ວ່າ ເກີດຂຶ້ນແທ້ ແລະ ກໍມີ ມາຕການ ປາບປາມ ເຊັ່ນດຽວກັນ:
“ມີບາງສ່ວນ ແບບພວກກິນຢາບ້າ ຢາຫຍັງ ຫັ໋ນ ເຂົາໄປອາລະວາດ ເຂົ້າໄປຢູ່ຫັ້ນ ບາງເທື່ອ ພວກນັກເລງ ພວກເດກນ້ອຍ ພວກແຂ່ງຣົດ ພວກອີ່ສັງ ບາງຄັ້ງບາງຄາວ ພວກເຮົາ ກະກຳລັງ ລົງກວດກາ ແກ້ໄຂ.”
ບັນຫາ ໜຸ່ມນ້ອຍລາວ ຕິດຢາບ້ານີ້ ແມ່ນມີມາ ເປັນເວລາຫລາຍປີແລ້ວ, ແຕ່ ໃນເມື່ອກ່ອນ ການອອກຂ່າວດັ່ງກ່າວ ໃນສປປລາວ ຍັງຈຳກັດ ຢູ່. ແຕ່ຕົກມາ ໃນລະຍະຫລັງໆນີ້ ກໍປາກົດ ວ່າ ມີການອອກຂ່າວ ກ່ຽວກັບ ການປຸ້ນຈີ້ ແລະ ວັຍໜຸ່ມລາວ ຕິດຢາບ້າ ພໍສົມຄວນ, ເນື່ອງຈາກວ່າ ຜົລກະທົບ ຈາກການຕິດຢາບ້າ ຂອງວັຍໜຸ່ມລາວ ໄດ້ສ້າງບັນຫາ ໃຫ້ສັງຄົມ, ໂດຍສະເພາະ, ການ ປຸ້ນຈີ້ ແລະ ລັກຊັພ ໃນເວລາ ທີ່ພວກຂະເຈົ້າ ເກີດອາການຫິວຢາ ຂຶ້ນມາ ແລະ ບໍ່ມີເງິນ ທີ່ຈະໄປຊື້ຢາ ມາເສບ, ແລະ ເປັນວິທີດຽວ ເທົ່ານັ້ນ ທີ່ພວກຂະເຈົ້າ ຈະຫາເງິນໄດ້ ຢ່າງໄວວາ ໂດຍທາງລັດ.
“ເດັກນ້ອຍວັຍຣຸ້ນນີ້ນ໋າ ຈັກບ້ານໃດຕໍ່ບ້ານໃດ ອຶກກະທຶກລຶກນຶງ ແຖວນີ້ ມັນແຜ່ຫລາຍເດ໋ ປະເພດຢາ. (ມັນຫລາຍປານໃດ ພວກເດັກນ້ອຍ ຕິດຢານິ໋) ຫ໋ວຍ ກະຢາກວ່າ ຫລາຍຫັ໋ນແລ້ວ ກະຍັງວ່າ ເດັກນ້ອຍວັຍຣຸ້ນເອີ໋ຍ… (ຢູ່ບ້ານນອກ ເຂົາໄປເອົາມາແຕ່ໃສ) ໂອ໋ຍ ມັນແຫ່ງແຜ່ຫລາຍດຽວນີ້. ຄັນວ່າ ລູກຜູ່ໃດ ບອກບໍ່ໄດ້ບໍ່ຟັງ ກະຕິດຢາໄປ ຊັ໋ນແຫລະ, ກະເລ້ລ່ອນໄປຊັ໋ນແຫລະ. ສ່ວນຫລາຍກະແມ່ນເດັກນ້ອຍບ້ານນອກແຫລະ ມັນບໍ່ຮູ້ທີບຮູ້ແດນຫັ໋ນນະ ມັນໄດ້ກິນໄດ້ຕິດລະ ບໍ່ຮູ້ຫຍັງເດ໋ (ພໍ່ແມ່ເຂົາວ່າ ຈັ່ງໃດ ພວກເດັກນ້ອຍຕິດຢາ) ກະຮູ້ຫັ໋ນແຫລະ ຮູ້ມັນກບອກບໍ່ໄດ້ຫັ໋ນເດ ຊັ໋ນນະ ບອກມັນກະ ເຂົາໄປຫລິ້ນກາງຄ່ຳກາງຄືນ ພໍ່ແມ່ ກະບໍ່ຮູ້ຈັກຫຍັງນຳແລ້ວ. ເຂົາກະບໍ່ແມ່ນຊິເຮັດໃຫ້ຜູ່ໃຫຍ່ເຫັນ ເຂົາລັກເຮັດ ຢູ່ປ່າຢູ່ດົງ.
ໄປບ່ອນອື່ນບ່ອນໄກນ໋າ.”
ບັນຫາ ໜຸ່ມນ້ອຍ ຕິດຢາບ້າ ເປັນເຣື້ອງທີ່ໜັກໃຈ ໃຫ້ແກ່ ພໍ່ແມ່ ແລະ ຜູ່ປົກຄອງ, ຊຶ່ງເຮັດໃຫ້ ພວກຂະເຈົ້າ ຕ້ອງໄດ້ຫັນຄວາມສົນໃຈ ມາຕິດຕາມ, ບອກສອນ ແລະ ຄອຍເວົ້າລະວັງ ການເຄື່ອນໄຫວ ຂອງລູກໆພວກຕົນ ເພາະວ່າ ຈະອາໃສແຕ່ ນາຍຄຣູ, ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແລະ ພາກຣັຖ ກໍໄດ້ພຽງແຕ່ ຣະດັບນຶ່ງເທົ່ານັ້ນ.
“ຫ້າມບໍ່ໄດ້ ມີແຕ່ວ່າ ຄອບຄົວໃຜມັນ ສອນເອົາເອງ ບອກເອົາເອງ ອາໃສພັກຣັຖເພິ່ນ, ເຈົ້າໜ້າທີ່ ເພິ່ນກະບໍ່ໄດ້ລ່ຳໄລນຳປານໃດເດ໋ ຂະເຈົ້າ ກະຄຸມຄອງ ບໍ່ຫລ້ອນລະ. ລູກເຕົ້າໃຜ ລູກເຕົ້າມັນເຕືອນເອົາ. (ຄຸ້ມຄອງແຫລ່ງທີ່ມາແລ້ວ, ຈັ່ງໃດ ຊິກຳຈັດແຫລ່ງທີ່ມາໄດ້) ເອີ໋ ເຂົາ ກະຄ່ອຍກໍາຈັດໄປຊັ໋ນແລ້ວ, ເອົາຕລອດຢູ່ດ໋ອກ ຄືກັນກັບ ເຮົາເບິ່ງຂ່າວ ຢູ່ເມືອງໄທຫັ້ນລະ ບຶດລະຈັບຢູ່ບ່ອນຫັ໋ນບຶດລະຈັບຢູ່ບ່ອນນີ້ ມັນລະບໍ່ໝົດຈັກເທື່ອຫັ໋ນຕິ".
ຜົລກະທົບ ຈາກຢາບ້ານີ້ ບໍ່ໄດ້ ສ້າງຄວາມເດືອນຮ້ອນ ໃຫ້ຄົນອື່ນເທົ່ານັ້ນ, ແຕ່ກັບມາສ້າງຄວາມ ເດືອດຮ້ອນ ແລະ ເປັນອັນຕຣາຍ ຕໍ່ຊີວິດ ແລະ ຊັບສິນ ຂອງສະມາຊິກ ໃນຄອບຄົວດຽວກັນ ອີກດ້ວຍ ຕາມທີ່ຊາວລາວ ຜູ່ທີ່ມີລູກ ຕິດຢາບ້າ ເລົ່າສູ່ຟັງວ່າ ລູກ ຜູ່ທີ່ຕິດຢາບ້ານັ້ນ ຈະມີອາການ ບໍ່ເປັນໂຕຂອງໂຕເອງ ໃນເມື່ອ ຫິວຢາຂຶ້ນມາ. ແລະ ໃນເມື່ອ ຂໍເງິນຈາກ ພໍ່ແມ່ບໍ່ໄດ້ ກໍຈະເອົາມີດ ຂຶ້ນມາ ຂົ່ມຂູ່ ວ່າ ຈະທຳຮ້າຍ ຫລື ເອົາຊີວິດ ເປັນຕົ້ນ. ດັ່ງນັ້ນ ຫລາຍໆຄອບຄົວ ໄດ້ສົ່ງລູກ ໄປເຂົ້າ ສູນບຳບັດຕ່າງໆ ເປັນຕົ້ນແມ່ນ ຢູ່ດອນທ້າວດອນນາງ, ແລະ ບາງຄົນ ກໍສົ່ງລູກຕົນ ໄປບຳບັດ ໃນປະເທດໄທ.
ອິງຕາມຣາຍງານ ຂອງໜັງສືພິມ ວຽງຈັນ ທ໋າມ ເມື່ອເມື່ອຕົ້ນເດືອນກຸມພານີ້ ໂດຍອີງຕາມ ຣາຍງານ ຂອງ ຄະນະກັມມາທິການ ປາບປາມ ຢາເສບຕິດ ແຫ່ງຊາດລາວ, ປັດຈຸບັນ ໃນສປປລາວ ມີ ປະຊາຊົນ 55 ພັນກ່ວາຄົນ ທີ່ສ່ຽງຕໍ່ການຕິດຢາເສບຕິດ ໃນຂະນະທີ່ ສປປລາວ ກາຍເປັນທາງຜ່ານ ໃນການຂົນສົ່ງ ຢາເສບຕິດ ແລະ ພື້ນທີ່ ການປູກຝິ່ນ ກໍມີຫລາຍເພີ້ມຂຶ້ນ. ໃນຈຳນວນ 55 ພັນຄົນນັ້ນ, ສ່ວນຫລາຍແມ່ນ ວັຍໜຸ່ມ, ຊຶ່ງໃນຈຳນວນດັ່ງກ່າວ 80 ສ່ວນຮ້ອຍ ແມ່ນ ຢາບ້າ ແລະ 20 ສ່ວນຮ້ອຍນັ້ນ ແມ່ນ ຢາຝິ່ນ, ເຮໂຣອິນ ແລະ ຢາເສບຕິດປະເພດອື່ນໆ.