ຫຼວງພຣະບາງ ຄົນຕິດຢາເພີ້ມ


2013.03.14
f-drug ຢາເສພຕິດ ທໍາລາຍ ທຸກຢ່າງ ອະນາຄົດ ແລະຊີວິດ
Narcotic control

ແຂວງ ຫລວງພະບາງ ມີຜູ້ຕິດ ຢາເສບຕິດ ຫລາຍຂື້ນ ທາງການ ຢາກຂຍາຍ ສູນປິ່ນປົວ ບຳບັດ ຜູ້ຕິດຢາ ແຕ່ກໍຂາດ ງົບປະມານ.

ປັດຈຸບັນ ສູນບໍາບັດ ທີ່ມີຢູ່ ກໍແອອັດ ບໍ່ສາມາດ ຮັບເອົາ ຜູ້ຕິດ ຢາເສບຕິດ ຕື່ມໄດ້, ເຈົ້າໜ້າທີ່ ຫ້ອງການ ຕ້ານ ຢາເສບຕິດ ແຂວງ ຫລວງພຣະບາງ ຜູ້ນຶ່ງ ເວົ້າວ່າ:

“ດຽວນີ້ ປະມານ 70 ແຕ່ວ່າມັນຍັງ ບໍ່ພຽງພໍ ຢາກຂຍາຍ ສະຖານທີ່ ໃຫ້ມັນກວ້າງ ອອກດຽວນີ້ ນະ ແລ້ວກໍເປັນ ທີ່ພັກຂອງ ພວກຕິດຢາ ຖ້າຄົນມາຕື່ມ ເຮົາກໍຮັບຕື່ມ ແຫລະ ເພາະມັນບໍ່ມີ ບ່ອນຮັບແລ້ວ.”

ເຈົ້າໜ້າທີ່ ຕ້ານຢາເສບຕິດ ຜູ້ນີ້ ເວົ້າອີກວ່າ ປັດຈຸບັນ ແຂວງ ຫລວງພຣະບາງ ມີຜູ້ຕິດຢາ ເສບຕິດ ທັງໝົດເຖິງ 5,000 ຄົນ ຊຶ່ງສ່ວນຫລາຍ ເປັນຊາວໜຸ່ມ ໄວລຸ້ນ ທີ່ຕິດຢາບ້າ; ອີກສ່ວນນຶ່ງ ຕິດຝິ່ນ ແລະ ກັນຊາ. ໃນຂະນະນີ້ ຜູ້ຕິດຢາ ເສບຕິດ ເກືອບທັງໝົດ ອາສັຍຢູ່ ກັບພໍ່ແມ່ ສ່ວນນຶ່ງ ກໍ່ຄວາມວຸ້ນວາຍ ຂື້ນໃນສັງຄົມ.

ຜ່ານມາ ທາງການ ແຂວງ ຫຼວງພຣະບາງ ໄດ້ຮ້ອງຂໍ ໃຫ້ຣັຖບານ ແລະ ອົງການສາກົນ ໃຫ້ເງິນຊ່ວຍເຫລືອ ເພື່ອຂຍາຍສູນ ບຳບັດ ໃຫ້ກວ້າງຂວາງອອກ ແຕ່ຈົນຮອດ ປັດຈຸບັນ ກໍຍັງບໍ່ທັນໄດ້ ຮັບຕອບ ສນອງ ແຕ່ຢ່າງໃດ ເທື່ອ. ເຈົ້າໜ້າທີ່ ຕ້ານ ຢາເສບຕິດ ທ່ານນີ້ ອະທິບາຍວ່າ ແຂວງຫລວງພຣະບາງ ຕັ້ງຢູ່ພາກ ເໜືອຂອງລາວ ເປັນທາງຜ່ານ ເສັ້ນສຳຄັນ ຂອງການຄ້າ ຢາເສບຕິດ; ປະຊາຊົນ ໃນແຂວງ ພາກັນເສບຕິດ ແລະ ຄ້າຂາຍ. ທາງການ ແຂວງ ຕ້ອງການ ຂຍາຍສູນ ບຳບັດ ບໍ່ພຽງແຕ່ ເພື່ອບຳບັດ ພວກທີ່ຕິດ ຢາເສບຕິດ ເທົ່ານັ້ນ ແຕ່ຍັງຢາກ ຝຶກອົບຮົມ ວິຊາອາຊີບ ໃຫ້ແກ່ ພວກເຂົາເຈົ້າ ນັ້ນນຳ.
ຫ້ອງການ ຢາເສບຕິດ ແລະ ອາສຍາກັມ ສະຫະປະຊາຊາດ ຣາຍງານວ່າ ທົ່ວ ປະເທດລາວ ມີຜູ້ຕິດ ຢາເສບຕິດ ທັງໝົດ ເຖິງ 55,000 ຄົນ ແລະ ຈະເພິ້ມຂື້ນ ເລື້ອຍໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.