ຫົວໜ້າຄ້າຂອງເຖື່ອນບໍ່ຖືກ ຈັບ

ສິດນີ
2015.01.09
F-Pany ຍານາງປານີ ຢາທໍຕູ ປະທານສະພາແຫ່ງຊາດ ສປປລາວ
Courtesy of VN news

 

ຍານາງ ປານີ ຢາທໍ່ຕູ່ ປະທານ ສະພາ ແຫ່ງຊາດ ລາວ ກ່າວຕໍ່ ກອງປະຊຸມ ປະຈຳປີ ຂອງ ຫ້ອງການ ອັຍການ ສູງສຸດ ສປປລາວ ວ່າ, ເທົ່າ ເຖິງ ປັດຈຸບັນ ທາງການລາວ ສາມາດ ຈັບກຸມໄດ້ ແຕ່ ກຸ່ມ ຄ້າ ຢາເສບຕິດ ຣາຍຍ່ອຍ ເທົ່ານັ້ນ ແຕ່ ໜ້າເສັຽໃຈ ທີ່ ຫົວ ໜ້າກຸ່ມ ຄ້າ ຢາເສບຕິດ ຣາຍໃຫຍ່ ສາມາດ ຫລົບຫລີກ ການຈັບ ກຸມ ແລະ ລົງໂທດ ໄດ້.

ນາງວ່າ ພວກເຮົາ ມີຄວາມ ສຳເຮັດ ໃນການ ຈັບກຸມ ກຸ່ມ ຄ້າຢາ ເສບຕິດ ຣາຍຍ່ອຍ ເທົ່ານັ້ນ ແຕ່ກຸ່ມທີ່ ຂາຍ ຢາເສບຕິດ ເປັນ ຈຳນວນ ຫລວງຫລາຍ ນັ້ນ ບໍ່ຖືກຈັບ ແລະ ຖືກດຳເນີນ ຄະດີ.

ສຳລັບ ກຸ່ມລັກຄ້າ ໄມ້ທ່ອນ ໃນລາວ ນາງເວົ້າວ່າ ຝ່າຍ ອັຍການ ຕ້ອງເນັ້ນ ຄວາມ ພຍາຍາມ ໃນການ ຈັບກຸມ ໃສ່ ກຸ່ມຄົນ ຜູ້ທີ່ ລ່ວງລ້ຳ ເຂົ້າມາລັກ ຕັດໄມ້ ໃນເຂດ ປ່າໄມ້ ຂອງ ລາວ ກຸ່ມ ດັ່ງກ່າວ ອາດເປັນ ຄົນລາວ ຫລື ຄົນ ຕ່າງຊາດ ຈາກ ປະເທດ ເພື່ອນບ້ານ ທີ່ເປັນ ອາຊຍາກອນ ຂ້າມຊາດ.

ນາງວ່າ ການຕັດໄມ້ ແບບຜິດ ກົດຫມາຍ ຂອງ ຄົນລາວ ທີ່ຮ່ວມມື ກັບ ຄົນ ຕ່າງຊາດ ເປັນ ອາຊຍາກັມ. ກຸ່ມ ດັ່ງກ່າວ ຮ່ວມກັນ ທຳ ລາຍ ຊັພຍາກອນ ທັມມະຊາດ ອັນລ້ຳຄ່າ ຂອງ ລາວ ແລະ ສ້າງຄວາມ ເສັຽຫາຍ ຕໍ່ ສະພາບ ແວດລ້ອມ ຊື່ງ ເປັນບັນຫາ ທີ່ ໂລກ ເປັນຫ່ວງ.

ນາງ ເວົ້າວ່າ ນາງ ໄດ້ເຫັນ ຄ້າຍ ຂອງກຸ່ມ ຕັດໄມ້ທ່ອນ ທີ່ ຜິດ ກົດຫມາຍ ໃນລາວ ດ້ວຍຕາ ຂອງ ນາງເອງ ໃນຊ່ວງທີ່ ເດີນທາງ ດ້ວຍ ເຮືອບິນ HELICOPTER ຜ່ານເຂດ ປ່າໄມ້ ໃນ ຫລາຍ ພື້ນທີ່ ຂອງ ລາວ. ນາງໄດ້ ຮຽກຮ້ອງ ໃຫ້ ຫ້ອງການ ອັຍການ ລາວ ໃຊ້ ມາຕການ ຢ່າງ ເຂັ້ມງວດ ໃນການ ປາບປາມ ກຸ່ມ ດັ່ງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.