ຄົນຕິດຢາຢູ່ແຂວງ ບໍລິຄຳໄຊ
2017.11.01
ເຈົ້າໜ້າທີ່ແຈ້ງວ່າ ຜູ້ເສພຢາເສພຕິດ ຢູ່ແຂວງບໍລິຄໍາໄຊ ຍັງຫລາຍຄືເກົ່າ ຈາກປີ 2016-2017 ຕົວເລກ ຍັງຢູ່ 4 ພັນປາຍຄົນ ຊຶ່ງສ່ວນ ຫລາຍແມ່ນ ເປັນກຸ່ມວັຍລຸ້ນ ນັກຮຽນນັກສຶກສາ. ດັ່ງເຈົ້າໜ້າທີີ່ ແຂວງບໍລິຄຳໄຊ ຜູ້ບໍ່ປະສົງອອກຊື່ ທ່ານນຶ່ງ ກ່າວໃນວັນທີ 31 ຕຸລາ ວ່າ:
"ດຽວນີ້ ຈຳນວນຜູ້ເສພຜູ້ຫຍັງ ມັນຕົກເກືອບ 5 ພັນ 4 ພັນ ແລ້ວນັກຮຽນນັກສຶກສານີ້ນະ ມີແຕ່ຜູ້ໜຸ່ມ ສ່ວນຫລາຍນະ ເດັກນ້ອຍວັຍໜຸ່ມ ນີ້ແຫລະ ນັກຮຽນນັກສຶກສານະ ຕົວເລກປີນີ້ ຜູ້ເສພນີ້ເກືອບ 4 ພັນກວ່າ 5 ພັນແລ້ວເດ້ ເຈົ້າໜ້າທີ່ ກໍປັດຈຸບັນນີ້ ເວົ້າເລື້ອງໂຕນີ້ ມັນເວົ້າ ເລື້ອງງົບປະມານ".
ທ່ານອະທິບາຍວ່າ ຄົນເສພຢາບ້າສ່ວນຫລາຍອາຍຸແຕ່ 15 ປີຂຶ້ນໄປ ທີ່ມາຈາກຄອບຄົວທຸກຍາກ ແລະຮັ່ງມີ ຍ້ອນວ່າເຂົາເຈົ້າ ຢາກລອງ ແລະເສພຕາມ ການຊັກຊວນຂອງໝູ່. ສຳລັບການແກ້ໄຂບັນຫາ ຜູ້ຕິດຢາ ເຈົ້າໜ້າທີ່ ຈະລົງໂຄສະນາ ໃຫ້ຄວາມຮູ້ ແລະ ລົງປະສານງານ ກັບໂຮງຮຽນ ແລະຮວມທັງອຳນາດ ການປົກຄອງບ້ານ ແລະອຳນາດ ການປົກຄອງເມືອງ, ແຕ່ບັນຫາກໍຄື ຜູ້ທີ່ໄດ້ຮັບ ການບຳບັດແລ້ວ ກໍ ກັບຄືນໄປເສພຄືເກົ່າ. ດັ່ງເຈົ້າໜ້າທີ່ ອີກທ່ານນຶ່ງ ກ່າວວ່າ:
"ເອົາເຂົ້າໄປສູນນີ້ ຄັນຖ້າບໍ່ໜັກແທ້ໆ ກໍບໍ່ເອົາເຂົ້າແລ້ວຕົວນີ້ນະ ເພາະວ່າມັນຮອງຮັບບໍ່ໄດ້ ມັນຫລາຍ ມັນໂອ້ ມັນແອອັດຫລາຍ ແຕ່ວ່າ ມັນຈະຄ່ອຍພັທນາໄປ ແຕ່ວ່າ ບຳບັດອອກໄປ ແລ້ວກໍມັນກັບມາເສພ ຄືເກົ່າຫັ້ນ".
ປັດຈຸບັນ ທາງການແຂວງບໍລິຄຳໄຊ ຍັງຕ້ອງການທຶນ ຈາກອົງການສາກົນ ເຂົ້າມາຊ່ວຍເລື້ອງ ຂະຫຍາຍອາຄານສູນບຳບັດ ແລະປິ່ນປົວ ຜູ້ຕິດຢາ. ເຈົ້າໜ້າທີ່ ທາງການແຂວງ ຈະໃຫ້ອຳນາດ ການປົກຄອງບ້ານ ຕິດຕາມ ຜູ້ທີ່ມາຮັບ ການປິ່ນປົວ ຫລັງຈາກ ທີ່ເຂົາເຈົ້າອອກ ຈາກສູນ ໄປແລ້ວ ວ່າເຂົາເຈົ້າ ກັບໄປເສພຢາ ຄືເກົ່າຫລືບໍ່ນັ້ນ.