ໂຮງຮຽນຕ້ອງເປັນບ່ອນ ປອດຢາເສພຕິດ


2013.04.23
F-drug-use ຢາບ້າ ທີ່ກໍາລັງ ສ້າງບັນຫາ ໃຫ້ກັບ ເຍົາວະຊົນ ໃນສປປລາວ ແລະ ໃນປະເທດ ເພື່ອນບ້ານ
irinnews.org

ທາງການລາວ ເລີ້ມອອກ ປາບປາມ ການໃຊ້ ຢາເສພຕິດ ຕາມໂຮງຮຽນ ຕ່າງໆ.

ເຈົ້າຫນ້າທີ່ ການສຶກສາ ສປປ ລາວ ໄດ້ເລີ້ມປາບປາມ ການໃຊ້ ຢາເສບຕິດ ຕາມໂຮງຮຽນ ຕ່າງໆ ໃນເຂດ ນະຄອນຫລວງ ວຽງຈັນ ຊຶ່ງເປັນແຂວງ ທີີ່ມີການ ໃຊ້ ຢາເສບຕິດ ໃນໂຮງຮຽນ ຫລາຍຂຶ້ນ ກວ່າປີ ທີ່ຜ່ານມາ.

ທ່ານ ຫົງແກ້ວ ທັມມະວົງ ຈາກຫ້ອງການ ນະຄອນຫລວງ ວຽງຈັນ ເປັນຫົວຫນ້າ ໃນໂຄງການ ປາບປາມ ພິເສດ ດັ່ງກ່າວ ໃນໂຮງຮຽນ ກຸ່ມທີ່ສ່ຽງ ຈຳນວນ 143 ໂຮງຮຽນ ປະຖົມ ແລະ ມັທຍົມ ທີ່ຮ່ວມທັງ ໂຮງຮຽນ ເອກຊົນ ແລະ ຣັຖບານ ເພື່ອເຮັດ ໃຫ້ ເປັນສະຖານທີ່ ປອດ ຢາເສພຕິດ.

ຈຸດປະສົງ ໃນການ ປາບປາມ ກໍເພື່ອໃຫ້ ບັນລຸ ເປົ້າຫມາຍ ໃນການລົບລ້າງ ຢາເສບຕິດ ປະເພດຕ່າງໆ ໃນກຸ່ມ ນັກຮຽນ ໃຫ້ໄດ້ ໃນປີ  2015 ອິງຕາມ ແຜນການ ທີ່ຮ່າງຂື້ນ ດ້ວຍຄວາມຮ່ວມມື ຂອງ ຫນ່ວຍງານ ຜແນກ ທີ່ກ່ຽວຂ້ອງ ຕ່າງໆ ແລະ ອົງການ ຊ່ອຍເຫລືອ ຈາກປະເທດ ສວີເດນ ຜູ້ທີ່ມີ ປະສົພການ ໃນການ ແກ້ໄຂບັນຫາ ຢາເສບຕິດ ໃນ ກຸ່ມໄວລຸ້ນ.

ໃນສົກການ ສຶກສາ ປີນີ້ ມີ 15 ໂຮງຮຽນ ໃນເຂດ ນະຄອນຫລວງ ວຽງຈັນ ໄດ້ຮັບ ໃບປະກາດ ວ່າເປັນໂຮງຮຽນ ປອດຢາເສບຕິດ ຮ່ວມເຂົ້າໃນ ໂຮງຮຽນ ຈຳນວນ ທີ່ປອດຢາ ແລ້ວ 40 ໂຮງຮຽນ ແລະ ຄາດວ່າອີກ 50 ໂຮງຮຽນ ຈະໄດ້ໃບ ປະກາດ ດັ່ງກ່າວ ໃນປີນີ້.

ອິງຕາມ ບົດລາຍງານ ຈາກ ຄນະກັມມາທິການ ປາບປາມ ຢາເສບຕິດ ແຫ່ງຊາດ ປັດຈຸບັນ ມີການຂຍາຍໂຕ ເພີ້ມຂື້ນ ຂອງການຄ້າ ຢາເສບຕິດ ໃນລາວ ແລະ ກໍມີ ຄວາມສ່ຽງສູງ ຕໍ່ການຕິດຢາ ຂອງ ກຸ່ມໄວລຸ້ນ ຕາມໂຮງຮຽນ ຕ່າງໆ ໃນລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.