ລາວ ຂໍໃຫ້ໄທ ຈັບ ທ. ໄຊຊະນະ

ສິດນີ
2017.01.23
f-drug (ຊ້າຍ)ພົນຕຳຣວດໂທ ສົມຫມາຍ ກອງວິໄສສຸກ ຜູ້ບັນຊາການ ຕຳຣວດ ປ້ອງກັນ ແລະປາບປາມ ຢາເສບຕິດຂອງໄທ ເປີດເຜີຍ ການຈັບກຸມ ທ້າວ ໄຊຊະນະ ເຈົ້າພໍ່ ຄ້າຢາເສບຕິດ ຄົນລາວ ຢູ່ໄທ
RFA/TP

ພົນຕຳຣວດໂທ ສົມໝາຍ ກອງວິໄສສຸກ ຜູ້ບັນຊາການ ຕຳຣວດ ປ້ອງກັນ ແລະ ປາບປາມ ຢາເສບຕິດ ຂອງໄທ ເປີດເຜີຍ ເຖິງສາເຫດ ທີ່ຕ້ອງຈັບ ທ້າວ ໄຊຊະນະ ເຈົ້າພໍ່ ຄ້າຢາເສບຕິດ ຄົນລາວ ຢູ່ໄທ ວ່າຍ້ອນແຜນການ ປະຕິບັດງານ ຮ່ວມກັນ ກັບ ທາງການລາວ ຊຶ່ງ ທາງການລາວ ໄດ້ສເນີໃຫ້ ທາງ ປປສ ໄທ ຊ່ອຍຈັບ. ດັ່ງ ຄຳເວົ້າຂອງທ່ານ ໃນວັນທີ 20 ມົກກະຣາ 2017 ນີ້ວ່າ:

"ຈິງໆແລ້ວ ຄວາມສຳເຣັດນີ້ ຕ້ອງຍົກປະໂຫຍດ ໃຫ້ເຈົ້າຫນ້າທີ່ລາວ ທີ່ຊ່ອຍເຮົາມາກເລີຍ. ຖ້າບໍ່ມີ ປະເທດລາວ ເຮົາບໍ່ໄດ້ ຂໍ້ມູນຫຼາຍ ຂນາດນີ້ຈິງໆ ເພາະ ຊັບສົມບັດຂອງເຂົາ ຢູ່ທາງຝັ່ງນັ້ນ ຫຼາຍ ຣັຖບານລາວ ເວົ້າກັບເຮົາວ່າ ຖ້າເຮົາ ບໍ່ຈັບຢູ່ນີ້ ທາງນັ້ນ ເຮັດວຽກບໍ່ໄດ້ ທ່ານບໍ່ຮູ້ວ່າ ເປັນຍ້ອນຫຍັງ".

ທ່ານອະທິບາຍ ຕໍ່ໄປວ່າ ການທີ່ໄທ ສາມາດ ຈັບຕົວພໍ່ຄ້າ ຢາເສບຕິດ ຣາຍໃຫຍ່ ຄົນລາວ ຄົນນີ້ໄດ້ ສຳເຣັດນັ້ນ ເປັນຜົລມາຈາກ ທີ່ ທາງການລາວ ຊ່ອຍສົ່ງ ເບາະແສ ແລະຂໍ້ມູນຂອງ ທ້າວ ໄຊຊະນະ ມາໃຫ້ ຊຶ່ງທີ່ຜ່ານມາ ທາງການລາວ ກໍຢາກຈັບ ພໍ່ຄ້າຢາຄົນນີ້ ດ້ວຍຕົນເອງ ແຕ່ເນື່ອງຈາກວ່າ ເຂົາມີຊັບສິນ ເງິນທອງຫຼາຍ ແລະເປັນເຈົ້າຂອງ ທຸຣະກິດ ໂຮງເລື່ອຍ ໂຮງແຮມ ແລະອື່ນໆ ອາດຈະມີ ກຸ່ມອິດທິພົນ ຮ່ວມນຳ ທາງການລາວ ຈຶ່ງຈຳເປັນຕ້ອງ ໃຫ້ ປປສ ຂອງໄທ ເປັນຜູ້ດຳເນີນ ການຈັບກຸມ.

ສາເຫດທີ່ວ່າ ເປັນຫຍັງຈຶ່ງໃຊ້ ເວລາຮອດ 5 ປີ ຈຶ່ງສາມາດ ຈັບເຂົາໄດ້ນັ້ນ ທ່ານເວົ້າວ່າ ຜ່ານມາ ລາວແລະໄທ ຍັງບໍ່ມີ ເຫດຜົລ ທີ່ຈະຈັບເຂົາ ເນື່ອງຈາກເຂົາ ບໍ່ມີ ປະຫວັດ ຄ້າຢາເສບຕິດ ເຂົາຈະໃຫ້ ລູກນ້ອງ ດຳເນີນການ ຕຣອດ ຈຶ່ງບໍ່ສາມາດ ຈັບເຂົາໄດ້:

"ເພາະວ່າເຮົາບໍ່ມີ ເຫດຜົລ ທີ່ຈະຈັບເຂົາໄດ້ ຖ້າເຮົາ ຈະທຳງານ ໃນເຊີງ ຄຸນນະພາບ ເຮົາແຕະ ເປົ້າຫມາຍບໍ່ໄດ້ ເພາະຖ້າເຮົາ ແຕະປຸບ ເຂົາຮູ້ຕົວເລີຍ ກໍຈັບເຂົາ ບໍ່ໄດ້ ເພາະສະນັ້ນ ຄວາມອົດທົນ ເທົ່ານັ້ນ ເບິ່ງ ພືດຕິກັມ ເຂົາ ພໍເຮົາເຊື່ອວ່າ ເຂົາຮູ້ຕົວແລ້ວ ເຖິງຈະຈັບ".

ສ່ວນຄວາມຄືບຫນ້າ ກ່ຽວກັບ ການຈັບ ທ້າວ ໄຊຊະນະ ນັ້ນ ເຈົ້າຫນ້າທີ່ ປປສ ໄທ ໄດ້ຄຸມຕົວເຂົາ ແລະພັກພວກ ທີ່ຖືກຈັບ ພ້ອມກັນ ອີກ 3 ຄົນ ໃນວັນນັ້ນໄປ ສານອາຍາ ເພື່ອ ຂໍອຳນາດສານ ຝາກຂັງ ເປັນເວລາ 12 ວັນ ໃນຣະຍະ ທຳອິດ ເລີ້ມຕັ້ງແຕ່ ວັນທີ 23 ມົກກະຣາ ຫາ ວັນທີ 3 ກຸມພາ ໃນຖານະ ຜູ້ຄ້າ ຢາເສບຕິດ ຈາກນັ້ນ ກໍຈະຄຸມຕົວໄປ ສອບສວນຕື່ມ ເພື່ອ ສລຸບໂທດ ຕໍ່ໄປ ໂດຍຈະບໍ່ ອະນຸຍາດ ໃຫ້ປະກັນຕົວ ເນື່ອງຈາກ ເປັນຂໍ້ຫາ ຮ້າຍແຮງ. ປັດຈຸບັນ ສານອາຍາ ໄດ້ສົ່ງ ຜູ້ຕ້ອງຫາ ທັງ 4 ຄົນ ໄປຝາກຂັງ ຊົ່ວຄາວ ຢູ່ຄຸກກາງ ຄອງເປຣມ.

ເອເຊັຽເສຣີ ກໍໄດ້ພຍາຍາມ ໂທຣະສັບ ໄປຫາ ຫຼາຍຫນ່ວຍງານ ແລະ ເຈົ້າຫນ້າທີ່ ກ່ຽວຂ້ອງ ໃນ ສປປລາວ ເພື່ອຢາກຮູ້ ຣາຍລະອຽດ ແຕ່ບໍ່ມີ ຫນ່ວຍງານໃດ ຮັບສາຍ ບາງຫນ່ວຍງານ ບອກວ່າ ໃຫ້ຕີດຕາມ ຂ່າວໄທ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.