ສູນບຳບັດຢາເສບຕິດຫຼວງນ້ຳທາ ຂາດ ງົບປະມານ


2014.05.18
F-Somsanga-drug ພວກຊາວໜຸ່ມລາວ ຕິດຢາບ້າ ທີ່ເຂົ້າຮັບ ການປິ່ນປົວ ບໍາບັດ ໃນສູນສົມສງ່າ ນະຄອນຫຼວງ ວຽງຈັນ ກໍາລັງເບີ່ງ ວີດີໂອ ທີ່ສົ່ງເສີມ ໃຫ້ທຸກຄົນ ເຊົາໃຊ້ ອອກຫ່າງ ຢາເສພຕິດ. ສນັບສນູນ ໂດຍດາຣາ ນັກຮ້ອງ ປ໊ອບ ແລະ ແຣັບ ມິວສິຄ ເພື່ອເປັນແຮງ ຊຸກຍູ້. (ຮູປຖ່າຍ 29 ກັນຍາ 2010)
Prince Roy

ເຈົ້າຫນ້າທີ່ ກ່ຽວຂ້ອງ ທ່ານນຶ່ງ ເວົ້າວ່າ ແຜນການ ສ້າງ ສູນບຳ ບັດ ແລະ ປິ່ນປົວ ຜູ້ເສບ ຢາເສບຕິດ ຢູ່ ແຂວງ ຫລວງນ້ຳທາ ຍັງຄ້າງຄາ ບໍ່ຄືບ ຫນ້າເລີຍ ສາເຫດ ຫລັກ ກໍຍ້ອນ ບໍ່ມີ ງົບປະ ມານ ພຽງພໍ. ດັ່ງນັ້ນ ບັນຫາ ທີ່ ຈະແກ້ໄຂ ຜູ້ຕິດ ຢາເສບຕິດ ໃນແຂວງ ດັ່ງກ່າວ ຍາກທີ່ຈະ ປະສົບ ຜົລ ສຳເຣັດ:

"ເຮົາແທ້ ສເນີ ຕຣອດ ທຸກໆປີ ເບື້ອງຣັຖ ເຮົາກະ ງົບປະມານ ກະຄືວ່າ ຫັ້ນແຫລະ ຈະກັດເນາະ ເພາະວ່າ ຊ່ວງນີ້ ຣັຖເຮົາ ກໍຈຳກັດ ທີ່ສຸດ".

ທ່ານກ່າວ ຕື່ມວ່າ  ນອກຈາກ ຂາດ ງົບປະມານ ໃນການ ສ້າງ ແລ້ວນັ້ນ ກໍຍັງ ບໍ່ມີ ອົງກອນ ຕ່າງຊາດ ໃດໆ ສົນໃຈ ໃຫ້ເງິນ ຊ່ອຍເຫລືອ ໃນການ ສ້າງສູນ ດັ່ງກ່າວ ເລີຍ ເຖິງແມ່ນວ່າ ທາງ ການ ແຂວງ ຈະ ພຍາຍາມ ຮຽກຮ້ອງ ຄວາມ ຊ່ອຍເຫລືອ ຈາກ ນານາ ຊາດ ຫລາຍ ປານໃດ ກໍຕາມ.

ທ່ານວ່າ ປັດຈຸບັນ ປະຊາຊົນ ລາວ ຜູ້ຕິດ ຢາເສບຕິດ ໃນແຂວງ ຫລວງນ້ຳທາ ຍັງມີ ຫລາຍຢູ່ ຫາກບໍ່ມີ ສູນບຳບັດ ບັນຫາ ການຕິດ ຢາເສບຕິດ ໃນ ແຂວງນີ້ ກໍຈະເພີ້ມ ຂຶ້ນ ເລື້ອຍໆ ແລະ ກໍເປັນພັຍ ຕໍ່ສັງຄົມ ແລະ ສຸຂພາບ ຂອງ ພວກ ຂະເຈົ້າ.

ປັດຈຸບັນ ໃນລາວ ມີສູນ ບຳບັດ ຜູ້ເສບ ແລະ ຕິດ ຢາເສບຕິດ ບໍ່ຫລາຍ ປານໃດ ແຕ່ການ ແພ່ລາມ ຂອງ ຢາເສບຕິດ ເພີ້ມຂື້ນ ເລື້ອຍໆ. ສູນ ບຳບັດ ຢາເສບຕິດ ທີ່ ມີຢູ່ ປັດຈຸບັນ ກໍແມ່ນ ທີ່ ນະຄອນ ຫລວງ ວຽງຈັນ ແຂວງ ຫລວງ ພຣະບາງ  ອຸດົມໄຊ ແລະ ແຂວງ ຈຳປາສັກ ທຸກແຫ່ງ ຕ່າງ ກໍມີ ບັນຫາ ທາງດ້ານ ງົບປະມານ ໃນການ ປີ່ນປົວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.