ຂ.ຫົວພັນບໍ່ຮູ້ເຣື້ອງກຸ່ມຄ້າຢາ 4 ຄົນ
2015.08.18

ທາງການ ແຂວງ ຫົວພັນ ບໍ່ຮູ້ເຣື້ອງ ກ່ຽວກັບ ແຂວງ ທັນຮົວ ປະເທດ ວຽດນາມ, ວ່າໄດ້ ສົ່ງ ຜູ້ຕ້ອງຫາ ຄ້າ ຢາເສບຕິດ ຊາວລາວ 4 ຄົນ ກັບມາ ໃຫ້ ທາງແຂວງ ດຳເນີນ ຄະດີ, ຕາມທີ່ ຫນັງສືພີມ ວຽດນາມ ອອກຂ່າວ ເມື່ອ ສັປດາ ຜ່ານມາ.
ເຈົ້າຫນ້າທີ່ ຣະດັບ ຊັ້ນ ນາຍພັນ ທີ່ ແຂວງ ຫົວພັນ ຜູ້ທີ່ບໍ່ ປະສົງ ອອກຊື່ ແລະ ສຽງ ໄດ້ຢືນຢັນ ເຖິງຂ່າວ ນັ້ນວ່າ, ບໍ່ຮູ້ ກ່ຽວກັບ ເຣື້ອງນີ້ເລີຍ ແລະ ກໍບໍ່ເຫັນ ວຽດນາມ ສົ່ງ ຜູ້ຕ້ອງຫາ ຄົນໃດ ມາໃຫ້ ດຳເນີນ ຄະດີ ໃນແຂວງ ແຕ່ຢ່າງໃດ.
ເຖິງຢ່າງໃດ ກໍຕາມ ເມື່ອ ຖາມໄປຍັງ ຫ້ອງການ ຢາເສບຕິດ ແຂວງ ຫົວພັນ, ເຈົ້າຫນ້າທີ່ ຢູ່ທີ່ນັ້ນ ກໍບໍ່ຮູ້ ກ່ຽວກັບ ຂ່າວນີ້ ເຊັ່ນກັນ, ແຕ່ ຍອມຮັບ ວ່າ ບັນຫາ ຢາເສບຕິດ ໃນເຂດ ຊາຍແດນ ຣະຫວ່າງ ແຂວງ ຫົວພັນ ກັບ ແຂວງ ທັນຮົວ ຍັງ ເກີດຂື້ນ ຢ່າງ ຕໍ່ເນື່ອງ, ໂດຍສະເພາະ ການລັກລອບ ຄ້າຂາຍ ແລະ ເສບ ຢາເສບຕິດ. ດັ່ງທ່ານ ກ່າວວ່າ:
"ເຮົາ ກະບໍ່ຢາກ ຮູ້ດີ ປານໃດ ໂຕນີ້ນະ, ຮູ້ຢູ່ ແຂວງ ຫົວພັນ ນະ ກະມີຕ້ອງ ພົວພັນ ກັບ ບັນຫາ ຢາເສບຕິດ ເທົ່ານັ້ນ ເນາະ, ເຣື້ອງຄ້າ ເຣື້ອງຂາຍ ເຣື້ອງເສພ, ເຣື້ອງ ສິນຄ້າ ຕ້ອງຫ້າມ ເທົ່ານັ້ນ ດອກ ກະຫຼາຍຢູ່ ແຕ່ວ່າ ທາງເຮົາ ກະແກ້ໄຂ ໄປຫຼາຍເຕີບ ແລ້ວ ແຕ່ວ່າຍັງ ຄ້າງ ຈຳນວນນຶ່ງ ເນາະ ບໍ່ທັນໄດ້ ແກ້ໄຂ".
ທ່ານກ່າວ ຕື່ມວ່າ ໃນຣະຍະ ທີ່ຜ່ານມາ ເຈົ້າຫນ້າທີ່ ສາມາດ ຈັບກຸມ ພວກຄ້າ ຢາເສບຕິດ ຕາມ ແນວ ຊາຍແດນ ກັບ ວຽດນາມ ຈຳນວນ ນຶ່ງ, ທີ່ໄດ້ ດຳເນີນ ຄະດີ ໃນ ແຂວງ ແຕ່ເຣື້ອງ ເຈົ້າຫນ້າທີ່ ວຽດນາມ ຈັບ ແລ້ວສົ່ງມາ ໃຫ້ ດຳເນີນ ຄະດີ ໃນແຂວງນັ້ນ ທີ່ ຜ່ານມາ ບໍ່ມີ, ແຕ່ ຈະຕິດຕາມ ຣາຍລະອຽດ ເພີ້ມຕື່ມ.
ໃນອາທິດ ທີ່ ຜ່ານມາ ສື່ມວນຊົນ ວຽດນາມ ຣາຍງານວ່າ, ເຈົ້າຫນ້າທີ່ ຊາຍແດນ ທີ່ ແຂວງ ທັນຮົວ, ໄດ້ສົ່ງ ຜູ້ຕ້ອງຫາ ຄ້າ ຢາເສບຕິດ ຄົນລາວ 4 ຄົນ ທີ່ ມີຢາບ້າ ກວ່າ 39 ພັນ ເມັດ ແລະ ເຮຣໂອິນ 200 ກຣາມ ຢູ່ ໃນຄອບຄອງ, ໃຫ້ ເຈົ້າຫນ້າທີ່ ແຂວງ ຫົວພັນ ດຳເນີນ ຄະດີ. ແຕ່ ທາງການ ແຂວງ ຫົວພັນ ປະຕິເສດ ວ່າ ບໍ່ຮູ້ ກ່ຽວກັບ ເຣື້ອງນີ້.