ບັນຫາຢາເສພຕິດໃນໂຮງຮຽນ

ບັນຫາ ຢາເສພຕິດ ໃນ ນະຄອນຫລວງ ວຽງຈັນ ຍັງໜ້າ ເປັນຫ່ວງ ທັງ ໃນຊຸມຊົນ ແລະ ໂຮງຮຽນ.

ບັນຫາ ຢາເສພຕິດ ໃນໂຮງຮຽນ ແລະ ໃນຊຸມຊົນ RFA

 

ປັຈຈຸບັນ ບັນຫາຢາເສພຕິດ ໃນນະຄອນຫລວງວຽງຈັນ ທັງ ໃນຊຸມຊົນ ແລະໃນໂຮງຮຽນ ຍັງໜ້າເປັນຫ່ວງ. ເຖິງທາງການ ຈະມີໂຄງການ ບ້ານປອດຢາເສພຕິດ ແລະໂຮງຮຽນ ປອດຢາເສພຕິດ ແຕ່ກໍຍັງ ບໍ່ສາມາດ ກໍາຈັດບັນຫານີ້ ໃຫ້ ໝົດໄປໄດ້. ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ໃນວັນທີ 7 ກຸມພາ 2014:

"ໂຮງຮຽນ ບ້ານສິເຝົ້າຣະວັງ ກຸ່ມເສພ 0 ເປີເຊັນ ຈັ່ງຊິປະກາດໄດ້ ລົງປະເມີນບ້ານ ໄປເຮັດກິຈກັມແລ້ວ ປະເມີນຮ່ວມ ກັບບ້ານ ຮ່ວມກັບ ໂຮງຮຽນເນາະ ປະເມີນອອກມາແລ້ວ ເຮົາກໍຮູ້ຈັກວ່າ ມັນມີກຸ່ມເສພ ເທົ່າໃດ ມັນລົດລົງ ເທົ່າໃດ ດຽວນີ້ກໍກຸ່ມເສພ ປະກາດບໍ່ໄດ້ ປະກາດລົບລ້າງ".

ນະຄອນຫລວງວຽງຈັນ ມີຄະດີກ່ຽວກັບ ຢາເສພຕິດ ຫລາຍກວ່າ 300 ກໍຣະນີ ມີຜູ້ຕ້ອງຫາ ຄະດີ ຢາເສພຕິດ ຫລາຍກວ່າ 500 ຄົນ ທັງຜູ້ເສພ ແລະຜູ້ຂາຍ ຍຶດຂອງກາງໄດ້ ຫລາຍຊນິດ ທັງຢາບ້າ 4 ແສນເມັດ ເຮໂຣອິນ 3 ກິໂລກຣາມ ຢາໄອສ໌ ຝີ່ນ ກັນຊາ ອຸປກອນ ການເສບ ແລະອຸປກອນ ຂົນສົ່ງ ເປັນຈໍານວນຫລາຍ.

ຜແນກປ້ອງກັນຄວາມສງົບ ແລະຜແນກ ສຶກສາທິການ ນະຄອນຫລວງ ວຽງຈັນ ຮ່ວມມືເຮັດໂຄງການ ເພື່ອລົບລ້າງ ຜູ້ເສພ ຢາເສພຕິດ ໃນ ໂຮງຮຽນແລະຊຸມຊົນ ມາຕັ້ງແຕ່ປີ 2006 ມາຮອດ ປັຈຈຸບັນ ສາມາດລົບລ້າງ ຢາເສພຕິດໄດ້ ແຕ່ບາງພື້ນທີ່ ແຕ່ຍັງບໍ່ສາມາດ ເຮັດໂຄງການ ດັ່ງກ່າວໄດ້ ໃນທຸກໂຮງຮຽນ ແລະໂຮງຮຽນເອກກະຊົນ ບໍ່ເຄີຍໄດ້ຮ່ວມ ໂຄງການນັ້ນ ແຕ່ຢ່າງໃດ.

ທ່ານກ່າວອີກວ່າ ການແກ້ໄຂບັນຫາຢາເສພຕິດ ທີ່ດີທີ່ສຸດ ຄື ຄອບຄົວ ແລະຊຸມຊົນ ຕ້ອງຊ່ວຍກັນເບິ່ງແຍງ ລູກຫລານຂອງຕົນເອງ ຫາກ ພົບວ່າເສພ ຢາເສພຕິດ ຕ້ອງຊ່ວຍແນະນໍາ ແລະພາໄປບໍາບັດ ໃຫ້ເຊົາ ຢູ່ສູນບໍາບັດ ຢາເສພຕິດ. ຖ້າຄອບຄົວພາໄປ ກໍຈະບໍ່ມີການ ລົງໂທດອາຍາ ກັບ ເຍົາວະຊົນ ທີ່ມາບໍາບັດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org