ກອງປະຊຸມບັນຫາຢາເສພຕິດ
2015.02.10

ໃນ ວັນທີ 9 ກຸມພາ ປີ 2015 ກອງ ປະຊຸມ ກ່ຽວກັບ ການ ປາບປາມ ແລະ ຄວບຄຸມ ການຜລິດ ຢາເສບຕິດ ທີ່ ບາງກອກ ໂດຍ ມີຜູ້ແທນ ຈາກ ສປປລາວ ກຳພູຊາ ຈີນ ອິນເດັຽ ເກົາຫລີ ໃຕ້ ພະມ້າ ວຽດນາມ ແລະ ໄທ ເຂົ້າຮ່ວມ ເພື່ອ ແລກປ່ຽນ ຂໍ້ມູນ ແລະ ຫາທາງ ກໍາຈັດ ການ ຜລິດ ແລະ ຄ້າ ຢາເສບຕິດ ໃນ ຂົງເຂດ.
ທ່ານ ເພີ້ມພົງ ເຊົາວະລິດ ເລຂາ ທິການ ແລະ ຄນະ ກັມມະການ ປ້ອງກັນ ແລະ ປາບປາມ ຢາ ເສບຕິດ ຂອງໄທ ກໍໄດ້ ໃຫ້ ສຳພາດ ຕໍ່ ນັກຂ່າວ ເອເຊັຽ ເສຣີ ກ່ອນ ຈະເຂົ້າ ປະຊຸມ ວ່າ ສະຖານະ ການ ປັດຈຸບັນ ການ ລັກລອບ ຂົນສົ່ງ ຢາເສບຕິດ ຣະຫວ່າງ ລາວ-ໄທ ໄດ້ເພີ້ມຂຶ້ນ ຢ່າງ ຕໍ່ເນື່ອງ ໂດຍ ສະເພາະ ຣະຫວ່າງ ແຂວງ ພາກເຫນືອ ຂອງລາວ ແລະ ໄທ ເປັນຈຸດ ທີ່ ຕ້ອງໃຫ້ ຄວາມ ສຳຄັນ ຫລາຍ ໃນ ທີ່ປະຊຸມ. ດັ່ງທ່ານ ກ່າວວ່າ:
"ເຣື້ອງຂອງ ຢາເສບຕິດ ກໍຈະມີ ການ ລຳລຽງ ມາ ທາງ ພາກເຫນືອ ບາງເທື່ອ ກໍຈາກ ພາກເຫນືອ ລົງມາ ພາກ ອິສານ ເບິ່ງຕາມ ສະຖານະການ ແລ້ວ ມັນກໍ ເພີ້ມຂຶ້ນ ຫລາຍ ແຕ່ເຮົາ ຍັງເບີ່ງວ່າ ພາກເຫນືອ ເປັນຈຸດ ທີ່ ສຳຄັນ".
ທ່ານກ່າວ ຕໍ່ໄປວ່າ ຫລັງຈາກ ທາງການ ລາວ ໄທ ພະມ້າ ແລະ ຈີນ ໄດ້ຮ່ວມກັນ ລາຕເວັນ ຕາມ ລຳ ແມ່ນ້ຳຂອງ ຈົນ ເຮັດໃຫ້ ຂະບວນການ ຄ້າ ຢາເສບຕິດ ຈາກລາວ ຕ້ອງປ່ຽນ ເສັ້ນທາງ ຂົນສົ່ງ ຢາເສບຕິດ ເຂົ້າໄທ ໂດຍ ທາງນ້ຳ ອີກ ແຕ່ກັບ ຂົນໄປ ທາງບົກ ຕາມ ຊາຍແດນ ລາວ-ໄທ ທາງ ພາກເຫນືອ ຊື່ງ ເປັນ ບັນຫາ ທີ່ ທາງການ ລາວ ແລະ ໄທ ຕ້ອງຕຣຽມ ຮັບມື.
ໃນກອງ ປະຊຸມ ຄັ້ງນີ້ ມີ ເຈົ້າຫນ້າທີ່ ຈາກ ສະຖານທູດ ລາວ ປະຈຳ ບາງກອກ ຮັບຫນ້າທີ່ ເຂົ້າຮ່ວມ ຕາງໜ້າ ຣັຖບານ ລາວ ແຕ່ ກໍ ປະຕິເສດ ທີ່ ຈະຕອບ ຄຳຖາມ ຂອງ ສື່ມວລຊົນ.