ການບໍາບັດຄົນຕິດຢາບໍ່ແມ່ນ ເຣື້ອງ ຮີບດ່ວນ
2014.06.04

ຣັຖບານ ລາວ ຕ້ອງການ ງົບປະມານ 72 ລ້ານ ໂດລາ ສະຫະຣັຖ ເພື່ອໃຊ້ ເຂົ້າໃນ ວຽກງານ ຫລຸດຜ່ອນ ບັນຫາ ຢາເສບຕິດ ແຕ່ປີ 2009 ຫາ 2013 ໂດຍແຍກ ເປັນພູດ ສ່ວນ ເພື່ອບໍາບັດ ປີ່ນປົວ ແລະ ສຶກສາ ອົບຮົມ 16 ລ້ານໂດລາ. ຕາມຂ່າວ ອານ ຊາຊີຣາ ຣາຍງານ ວັນທີ 30 ພຶສພາ 2014.
ແຕ່ມາຮອດ ເດືອນ ຕຸລາ 2013 ຣັຖບານ ລາວ ຂົນຂວາຍໄດ້ ຈາກ ຕ່າງປະເທດ ທີ່ ໃຫ້ການ ຊ່ວຍເຫລືອ ແລະ ຫ້ອງການ ສະຫະ ປະຊາຊາດ ດ້ານ ຢາເສບຕິດ ແລະ ອາສຍາກັມ ຢູເອັນໂອດີຊີ 20 ລ້ານໂດລາ ເທົ່ານັ້ນ. ຕາມຣາຍງານ ຍຸທສາດ ຄວບຄຸມ ຢາເສບຕິດ ຣະຫວ່າງ ປະເທດ ປະຈໍາ ປີ 2014 ຂອງ ກະຊວງ ການ ຕ່າງ ປະເທດ ສະຫະຣັຖ ອະເມຣິກາ.
ສປປລາວ ມີການເຕີບໂຕ ທາງ ເສຖກິດ ແຂງແຮງ ເມື່ອຫລັງໆ ມານີ້ ຊຶ່ງຮວມຍອດ ຜົລຜລິດ ແຫ່ງຊາດ ແຕ່ລະປີ ສູງກວ່າ 7.5 ເປີເຊັນ ໃນຣະຍະ 5 ປີ ຜ່ານມາ. ແຕ່ ຄວາມ ບໍ່ໂປ່ງໄສ ຂອງ ຣັຖບານ ລາວ ເຮັດໃຫ້ ຍາກ ທີ່ຈະເຫັນ ໄດ້ວ່າ ຜົລ ປະໂຫຍດນັ້ນ ໄປຢູ່ໃສ ກັນແທ້ ຂະນະທີ່ ການບໍາບັດ ຄົນຕິດຝີ່ນ ປາກົດວ່າ ບໍ່ເປັນ ບັນຫາ ບຸຣິມະສິດ.
ແລະ ໃນຂະນະທີ່ ທາງເລືອກ ບໍາບັດ ມີໜ້ອຍ ແຕ່ຄວາມ ຕ້ອງການ ຂອງຜູ້ຕິດຝິ່ນ ຍັງຫລາຍຢູ່ ແລະ ກໍ່ບໍ່ສາມາດ ປູກຝິ່ນ ໄດ້ເອງນັ້ນ ພວກ ທີ່ສູບຝີ່ນ ຄືກັນກັບ ທ້າວ ທີ ນັ້ນ ກໍຕ້ອງໄດ້ ຫັນໜ້າ ເພິ່ງພາ ຄອບຄົວ ຂອງ ພວກເຂົາ. ຜູ້ເປັນເມັຽ ແລະລູກໆ ກໍຕ້ອງແບກ ຄວາມ ຮັບຜິດຊອບ ຫລາຍຂຶ້ນ ໃນການ ຫາຣາຍໄດ້ ມາຈຸນເຈືອ ຄອບຄົວ.
ຢ່າງໃດກໍຕາມ ຄະນະ ກັມການ ຄວບຄຸມ ແລະ ກວດກາ ຢາເສບຕິດ ແຫ່ງຊາດ ຂອງລາວ ຊຶ່ງເປັນ ອົງການ ຣັຖບານ ລາວ ທີ່ຮັບ ຜິດຊອບ ເຣື່ອງການ ແກ້ໄຂ ບັນຫາ ການຄ້າ ແລະ ການໃຊ້ ຢາເສບຕິດ ນັ້ນ ປະຕິເສດ ທີ່ຈະໃຫ້ ຄໍາເຫັນ ຕໍ່ ບົດຄວາມ ດັ່ງກ່າວ.