ໜ່ວຍປາບຢາເສພຕິດຕ້ອງ ຊໍານານ
2015.02.11
ທ່ານ ເພີ້ມພົງ ເຊົາວະລິດ ເລຂາທິການ ຄນະ ກັມມະການ ປ້ອງກັນ ແລະ ປາບປາມ ຢາເສບຕິດ ຂອງໄທ ກ່າວວ່າ ບັນດາ 8 ປະເທດ ໃນ ເອເຊັຽ ເຂັ່ນ: ສປປລາວ, ກັມພູຊາ, ຈີນ, ໄທ, ວຽດນາມ, ພະມ້າ, ອິນເດັຽ ແລະ ເກົາຫລີ ໃຕ້ ຕ້ອງໄດ້ ຝຶກອົບຮົມ ເຈົ້າໜ້າທີ່ ຕ້ານ ຢາເສບຕິດ ຂອງຕົນ ໃຫ້ ມີຄວາມ ຊໍານານ ໃນການ ກວດສອບ ສານ ປຸງແຕ່ງ ຢາເສບຕິດ ທີ່ ອາດຖຶກ ລັກ ນໍາເຂົ້າມາ ໃນປະເທດ, ເນື່ອງຈາກ ໃນ ບາງ ປະເທດ ຍັງຂາດ ເຈົ້າໜ້າທີ່ ຜູ້ຊ່ຽວຊານ ດ້ານນີ້ ດັ່ງ ທ່ານ ກ່າວວ່າ:
“ທ່ານວ່າ ການ ອົບຮົມ ປະເທດ ທີ່ ມີ ປະສົພການ ຫລາຍກວ່າ ຈະຖ່າຍທອດ ໃຫ້ ປະເທດ ທີ່ ມີ ປະສົພການ ນ້ອຍກ່ວາ ເຮົາຈະຈັດ ໃຫ້ ມີການ ເຮັດວຽກ ຕົວນີ້ ຂື້ນມາ ເພາະວ່າ ການ ເຮັດວຽກ ສຶບສວນ ຫາ ສານ ປຸງແຕ່ງ ຢາເສບຕິດ ຈະ ແຕກຕ່າງ ກັບ ການສຶບ ສວນ ຫາ ຜູ້ຄ້າ ຢາເສບຕິດ ທົ່ວໄປ ເພາະ ຈໍາເປັນ ຕ້ອງມີ ເຄື່ອງມື ໃຊ້ ກວດກາ”.
ທ່ານ ເພີ້ມພົງ ກ່າວ ຕື່ມວ່າ ຕໍ່ໄປ ນີ້ ແຕ່ລະ ປະເທດ ຈໍາເປັນ ຕ້ອງມີ ເຈົ້າໜ້າທີ່ ຜູ້ມີ ຄວາມຮູ້ ກ່ຽວກັບ ການ ກວດສອບ ສານ ປຸງແຕ່ງ ຢາເສບຕິດ ໂດຍ ສະເພາະ. ຖ້າຫາກ ບໍ່ມີສານ ປຸງແຕ່ງ ທີ່ ຫລົງເຫລືອ ຢູ່ ເລີຍ ພວກ ຄ້າຢາ ກໍບໍ່ ສາມາດ ຜລິດ ຢາເສບຕິດ ໄດ້ ເຖິງວ່າ ພວກເຂົາ ຈະມີ ວັດຖຸ ດິບແລະ ສ່ວນ ປະກອບ ອື່ນໆ ກໍຕາມ.
ໃນ ເບື້ອງຕົ້ນ ທາງ ປະເທດ ຈີນ ໄດ້ສເນີ ໃຫ້ ມີການ ແລກປ່ຽນ ດ້ານ ເຄື່ອງມື ເຕັກນິກ ທີ່ ຈະ ສາມາດ ໃຊ້ ກວດກາ ຫາ ສານ ປຸງແຕ່ງ ນັ້ນ ນໍາ. ແລະວ່າ ການ ລັກລອບ ຂົນສົ່ງ ສານ ປຸງແຕ່ງ ເຂົ້າມາ ໃນ ປະເທດ ຕ່າງໆນັ້ນ ສ່ວນໃຫຍ່ ຈະ ຂົນສົ່ງ ຜ່ານ ທາງເຮືອ ຕລອດ ຮອດ ສະຖານີ ຂົນສົ່ງ ແລະ ສນາມບິນ, ສະນັ້ນ ໃນແຕ່ລະ ປະເທດ ຕ້ອງມີ ເຈົ້າໜ້າທີ່ ສະເພາະກິຈ ຕິດຕາມ ແລະ ກວດກາ ຢູ່ ຕລອດ.
ນອກຈາກ ທີ່ ກ່າວມາ ນີ້ແລ້ວ ໃນ ກອງປະຊຸມ ໄດ້ຂໍ ຄວາມ ຮ່ວມມື ໃຫ້ ແຕ່ລະ ປະເທດ ຫລຸດ ຜ່ອນ ປະຣິມານ ການໃຊ້ ສານເຄມີ Psedoephedrine ສໍາລັບ ຜລິດ ຢາແກ້ ຫວັດ ທາງການ ແພດ ເນື່ອງຈາກ ພົບວ່າ ຢາແກ້ ຫວັດ ຂອງ ບາງ ປະເທດ ເປັນຕົ້ນ ອິນເດັຽ ມີສານ ດັ່ງກ່າວ ໃນ ປາຣິມານ ສູງ ເຖີງ (120 mg).