ການປາບປາມນາຍໜ້າຄ້າມະນຸດ ໃນລາວ

ການ ກວາດລ້າງ ນາຍໜ້າ ຄ້າມະນຸດ ຢູ່ລາວ ເປັນ ວຽກງານ ທີ່ ທ້າທາຍ ຕໍ່ ເຈົ້າໜ້າທີ່ ປ້ອງກັນ ຄວາມສງົບ ຍ້ອນວ່າ ການ ຄ້າມະນຸດ ມີ ເພີ້ມຂຶ້ນ ເລື້ອຍໆ ແລະ ໃນທຸກ ຮູບແບບ.

ຕົວຢ່າງ ຜູ້ຍິງລາວ ທີ່ ຖືກຫລອກລວງ ໄປຂາຍ ບໍຣິການ ທາງເພສ ແລ້ວຖືກ ຕໍາຣວດໄທ ບຸກເຂົ້າທໍາລາຍ ແລະ ຄວບຄຸມຕົວ 50 ຄົນ screenshot from AS.TV video

ການ ກວາດລ້າງ ນາຍໜ້າ ຄ້າມະນຸດ ຢູ່ລາວ ເປັນ ວຽກງານ ທີ່ ທ້າທາຍ ຕໍ່ ເຈົ້າໜ້າທີ່ ປ້ອງກັນ ຄວາມສງົບ ຍ້ອນວ່າ ການ ຄ້າມະນຸດ ມີ ເພີ້ມຂຶ້ນ ເລື້ອຍໆ ແລະ ໃນທຸກ ຮູບແບບ.

ເຈົ້າໜ້າທີ່ ກະຊວງ ປ້ອງກັນ ຄວາມສງົບ ທ່ານນຶ່ງ ກ່າວວ່າ ການ ກວາດລ້າງ ຄົນລາວ ທີ່ ເປັນ ນາຍໜ້າ ຄ້າມະນຸດ ຕົວະເອົາ ແມ່ຍິງ ລາວ ສົ່ງໄປ ຂາຍ ຢູ່ໄທ ນັ້ນ ຍັງເປັນ ວຽກງານ ທີ່ ຫຍຸ້ງຍາກ ເພາະວ່າ ກຸ່ມຄົນ ດັ່ງກ່າວ ມີການ ພົວພັນ ກັບ ຂະບວນການ ຄ້າມະນຸດ ຢູ່ໄທ ຊຶ່ງ ໃຫ້ການ ຫລົບລີ້. ດັ່ງເຈົ້າໜ້າ ກ່າວວ່າ:

"ພວກຄົນ ລາວ ແມ່ຍິງລາວ ເປັນ ນາຍໜ້າ ຊອກແມ່ຍິງ ຢູ່ບ່ອນນີ້ ບ່ອນຫັ້ນ ແຂວງນີ້ ແຂວງນັ້ນ ໄປຕົວະ ໄປຫຍັງ ກະມີ ຈຳນວນນຶ່ງ ກໍແມ່ນ ພົວພົວ ຢູ່ກັບໄທ ເຂົາກະມີ ກະຫລາຍ ວິທີ ຫລາຍ ເປົ້າໝາຍ ຫລາຍ ຮູບການ ພວກເຮົາ ກະມີ ການ ຕິດຕາມ ການ ຈັບກຸມ ຈຳນວນທີ່ ພວກເຮົາຮູ້ ພວກເຮົາ ກະສິ ສຶກສາ ອົບຮົມ ໝົດ ດຳເນີນ ຄະດີ".

ເຈົ້າໜ້າທີ່ ກ່າວ ອີກວ່າ ປົກກະຕິ ແລ້ວ ພວກ ແມ່ຍິງ ທີ່ຖືກ ເຄາະຮ້າຍ ຈາກການ ຄ້າມະນຸດ ຢູ່ໄທ ແລ້ວ ຖືກສົ່ງຕົວ ກັບມາ ລາວ ນັ້ນ ມາຮອດ ຝັ່ງລາວ ແລ້ວ ເຈົ້າໜ້າທີ່ ຈະບັນທຶກ ປະຫວັດ, ເກັບ ຫລັກຖານ ຂໍ້ມູນ ຣະບຸ ຕົວຕົນ ຂອງ ຜູ້ທີ່ ຖືກ ເຄາະຮ້າຍ.

ປັດຈຸບັນ ເຈົ້າໜ້າທີ່ ຕ້ານການ ຄ້າມະນຸດ ແຕ່ລະ ແຂວງ ມີການ ສຶກສາ ອົບຮົມ ແມ່ຍິງ ຕາມເຂດ ຕ່າງໆ ໂດຍ ເນັ້ນໃສ່ ແມ່ຍິງ ຊົນເຜົ່າ ໃຫ້ ຮູ້ເຖິງ ອັນຕະລາຍ ຂອງ ການ ຄ້າມະນຸດ ຫລາຍຂຶ້ນ ເປັນຕົ້ນ ໄດ້ເອົາ ຮູບພາບ ແມ່ຍິງ ທີ່ ຕົກເປັນ ເຫຍື່ອ ການ ຄ້າມະນຸດ ໃຫ້ເບິ່ງ ແລະ ເລົ່າ ສູ່ກັນຟັງ ເພື່ອເປັນ ກໍຣະນີ ສຶກສາ ແລະ ເປັນ ບົດຮຽນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org