ການໄດ້ໄປແຕ່ງດອງ ກັບຄົນຈີນ ຫຼື ການເປັນເມຍຄົນຈີນ ຄຸ້ມຄ່າ ຫຼື ບໍ່?

ການໄດ້ແຕ່ງດອງກັບຄົນຈີນ ຫຼື ການເປັນເມຍຄົນຈີນ ຂອງແມ່ຍິງ ແລະສາວນ້ອຍ ລາວ ໃນທຸກມື້ນີ້ ມີຫຼາຍຂຶ້ນ ເລື້ອຍໆ.

ຮູບພາບປະກອບ: ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄດ້ຊ່ວຍເຫຼືອແມ່ຍິງລາວ 5 ຄົນ ຢູ່ສະໜາມບິນສາກົນວັດໄຕ. ວັນທີ 13 ເດືອນມັງກອນ ປີ 2025. ຄຕມຊ

ການໄດ້ແຕ່ງດອງກັບຄົນຈີນ ຫຼື ການເປັນເມຍຄົນຈີນ ຂອງແມ່ຍິງ ແລະສາວນ້ອຍ ລາວ ໃນທຸກມື້ນີ້ ເຫັນວ່າ ມີຫຼາຍຂຶ້ນ ເລື້ອຍໆ ເຊິ່ງຄວາມຈິງແລ້ວ ຜູ້ຍິງລາວ ແລະສາວນ້ອຍລາວ ແມ່ນຖືກເອົາໄປປະມູນຂາຍ ໃຫ້ຜູ້ຊາຍຈີນ ທີ່ເຂົາມາເບິ່ງໜ້າ ເວລາໄປຮອດປະເທດຈີນ ແລະ ຖ້າຊາຍຊາວຈີນ ຄົນໃດພໍໃຈ ກໍຕົກລົງລາຄາ ຈ່າຍເງິນກັນ ແລ້ວກໍໄປນຳເຂົາ. ຈາກນັ້ນ ສິດທິ ໃນຄວາມເປັນຄົນ ຂອງແມ່ຍິງ ແລະສາວນ້ອຍ ລາວ ແມ່ນຂຶ້ນກັບຜູ້ຊາຍຈີນ ທັງໜົດ. 

ການຄ້າມະນຸດ ໃນຮູບແບບທີ່ກ່າວມານີ້ ບໍ່ແມ່ນເລື່ອງໃໝ່ ພຽງແຕ່ແມ່ຍິງ ແລະສາວນ້ອຍ ລາວ ຈຳນວນຫຼາຍ ກໍຍັງຕ້ອງດີ້ນຮົນໄປ ເພື່ອຄວາມຢູ່ລອດ ຈາກຖານະ ຄອບຄົວທຸກຈົນ ຕ້ອງການເງິນມາໃຊ້ໜີ້ ແລະຫາທາງອອກ ແບບໃຫ້ໄດ້ເງິນລ້ານໄວໆ ຈຶ່ງເຮັດໃຫ້ແມ່ຍິງ ທີ່ຮູ້ເທົ່າບໍ່ເຖິງການ ຫຼາຍຄົນ ຍອມຕົກເປັນເຫຍື່ອ ຂອງນາຍໜ້າຄ້າມະນຸດ ທີ່ເປັນຄົນດໍາເນີນ ການເຮັດເອກກະສານຕ່າງໆໃຫ້. ແຕ່ເມື່ອບາດໄປເຖິງຈີນແລ້ວ ສະພາບການ ຄວາມຍາກແຄ້ນ ເຂັນໃຈ ຢູ່ຈີນ ແຮ່ງໜັກໜ່ວງກວ່າເກົ່າ, ຖືກເຂົາຂັງໃນຄອກ ເອົາອອກມາໃຊ້ແບບຂ້າທາດ ເປັນຜູ້ສະໜອງຄວາມຕ້ອງການທາງເພດ ຂອງເຂົາ ບໍ່ແມ່ນເປັນເມຍເຂົາ, ຫຼາຍຄົນ ກໍຖືກຂາຍຕໍ່. ສຸດທ້າຍມາ ກໍທົນກັບຄວາມທຸກ ທໍລະມານໃຈ ບໍ່ໄດ້ ຈຶ່ງຕ້ອງລັກໜີ ກັບມາລາວ.

ກ່ຽວກັບເລື່ອງນີ້ ນາງ ດີ້ ເຈົ້າຂອງເພຈ ເຟສບຸກ “ຕໍ່ຕ້ານການຄ້າມະນຸດ” ເຊິ່ງໂຕນາງເອງ ກໍເຄີຍຕົກເປັນເຫຍື່ອ ຂອງການຄ້າມະນຸດ ໄປເອົາຜົວຢູ່ຈີນ ມາແລ້ວ, ກໍໄດ້ເລົ່າປະສົບການ ທີີ່ພົບພໍ້ ໃຫ້ວິທຍຸເອເຊັຽເສຣີ ຟັງ ໃນວັນທີ 14 ກຸມພາ 2025 ວ່າ:

“ແບບວ່າ ນ້ອງໆ ມາຂໍຄວາມຊ່ອຍເຫຼືອ ເປັນຂໍ້ຄວາມ ກະປະມານ 100 ປາຍ 200 (ຄົນ) ກໍລະນີ ດຽວກັນເບິດໃດ໋ ຄ້າຍໆ ກັນເບິດ. ສ່ວນຫຼາຍນີ້ ແມ່ນ ຢາກກັບບ້ານ ກັບບໍ່ໄດ້ ຖືກຄອບຄົວຂອງຜົວ ຍຶດພາສປອດໄວ້ ຢາກກັບບ້ານ ແຕ່ວ່າ ຊິຈ່າຍເງິນຄ່າດອງຄືນໃຫ້ ແຕ່ນາຍໜ້າບໍ່ຍອມ. ນາຍໜ້າ ຊິຂໍປັບເປັນຄູນສອງ ລວມທັງຄ່າເອກກະສານ ສົມມຸດຄ່າດອງ ລວມຄ່າດອງ 100 ລ້ານ (ກີບ) ນິ້ ມັນຊິເອົາ 200 ລ້ານ ເບິ່ງມັນເຮັດພວກນາຍໜ້ານ່າ.”

ນາງດີ້ ຍັງເວົ້າໃຫ້ຟັງ ເຖິງຈຸດປະສົງ ຂອງຜູ້ຊາຍຈີນ ທີ່ຕ້ອງການແຕ່ງດອງ ກັບແມ່ຍິງລາວນີ້ ໃຫ້ຟັງນໍາອີກ:

“ຢ່າເອີ້ນວ່າ ເມຍເຖາະ ເອີ້ນວ່າ ເປັນສິ່ງຜະລິດລູກ ໃຫ້ເຂົາດີກວ່າ ເພາະວ່າ ຈຸດປະສົງຂອງຄົນຈີນນ່າ ຈຸດປະສົງ ແລະເປົ້າໝາຍຫຼັກ ເລີຍ ຂອງຄົນຈີນ ທີ່ວ່າມາແຕ່ງດອງກັບຄົນລາວ ນີ້ ຄື ເຂົາຢາກໄດ້ລູກ ເພື່ອສືບຕະກູນເທົ່ານັ້ນ ຫຼັງຈາກເກີດລູກແລ້ວ ຈາກນັ້ນ ເຈົ້າຊິໄປ ກະໄປ ເຈົ້າຊິຢູ່ ກະຢູ່ ເຂົາບໍ່ໄດ້ວ່າ, ມັນແນວນີ້ໃດ໋.”

ໃນຂະນະດຽວກັນ ກໍຍັງມີແມ່ຍິງລາວ ອີກຄົນໜຶ່ງ ທີ່ເຄີຍຕົກເປັນເຫຍື່ອ ຂອງກຸ່ມແກ້ງນາຍໜ້າຄ້າມະນຸດ ຕົວະໃຫ້ໄປແຕ່ງດອງ ກັບຜູ້ຊາຍຈີນ ກໍຂໍຝາກເຕືອນສະຕິ ແມ່ຍິງ ແລະສາວນ້ອຍ ລາວ ນໍາດ້ວຍ:

“ຂ້ອຍຫັ້ນ ໄດ້ຈ້າແລ້ວ ໄດ້ໂງ່ແລ້ວ ຂ້ອຍກະຢາກໃຫ້ ແມ່ຍິງລາວເຮົາ ທີ່ວ່າຮູ້ເທົ່າບໍ່ເຖິງການ ຄືຂ້ອຍຫັ້ນດອກຫວາ ຂ້ອຍຫັ້ນ ຖືກແລ້ວ ເປັນແລ້ວ. ລະຂ້ອຍລະ ຢາກບອກວ່າ ຢ່າຫຼົງເຊື່ອນາຍໜ້າວ່າ ມາຮອດຈີນແລ້ວ ຊິເຮັດເອກກະສານໃຫ້ນໍາຫຼັງ ບໍ່ມີຄໍາວ່ານໍາຫຼັງ. ເຊື່ອຂ້ອຍໂລດ ຂຶ້ນຊື່ວ່າ ນາຍໜ້າ ບໍ່ມີຄໍາວ່ານໍາຫຼັງ.”


ຂ່າວ ກ່ຽວກັນ

ການແຕ່ງດອງແບບແອບແຝງ ເປັນຊ່ອງວ່າງໃຫ້ຄົນກາງ ພາແມ່ຍິງລາວໄປຈີນ

ມີແມ່ຍິງລາວ 18 ຄົນ ຖ້າການຊ່ອຍເຫຼືອ, ພາຍຫຼັງແຕ່ງດອງ ແລ້ວໄປຢູ່ຈີນ ກັບຜົວຈີນ

ເດັກນ້ອຍແມ່ຍິງ ຢູ່ເມືອງຮຸນ ຖືເປັນກຸ່ມສ່ຽງຖືກຄ້າມະນຸດ ໃນຮູບແບບແຕ່ງດອງກັບຄົນຈີນ


ຕໍ່ກັບເຫດການ ທີ່ມີນາຍໜ້າ ມາຕົວະຍົວະ ຂົນຂວາຍ ເອົາແມ່ຍິງ ແລະ ເດັກນ້ອຍຍິງ ສາວລາວ ໄປແຕ່ດອງກັບຄົນຈີນ ນີ້ ຜູ້ທີ່ຄິດວ່າ ຕົນເອງ ຕົກເປັນເຫຍື່ອ ຂອງກຸ່ມແກ້ງດັ່ງກ່າວ ແມ່ນສາມາດ ແຈ້ງຄວາມນໍາເຈົ້າໜ້າທີ່ຕໍາຫຼວດ ເພື່ອເອົາຄວາມຜິດ ກັບພວກນາຍໜ້ານັ້ນ ໄດ້, ດັ່ງເຈົ້າໜ້າທີ່ຕໍາຫຼວດ ສະກັດກັ້ນ ແລະ ຕ້ານການຄ້າມະນຸດ ຢູ່ນະຄອນຫຼວງວຽງຈັນ ທ່ານໜຶ່ງ ກ່າວວ່າ: 

“ແມ່ນແລ້ວ ມີແຕ່ວ່າແນະນໍາ ໃຫ້ເພິ່ນຫັ້ນ ເຂົ້າໄປແຈ້ງຄວາມ ຢູ່ກົມຕໍາຫຼວດ ຕ້ານການຄ້າມະນຸດເດີ້ ຜູ້ກ່ຽວ ຫາກວ່າ ຍັງບໍ່ສາມາດມາແຈ້ງ ຂໍ້ຄວາມໄດ້ ກະໃຫ້ຕາງໜ້າ ໃຫ້ຜູ້ປົກຄອງ ໄປແຈ້ງກະໄດ້ ເພາະວ່າໃຫ້ຂໍ້ມູນລະອຽດ ກ່ຽວກັບນາຍໜ້າຫັ້ນ ຜູ້ຕິດຕໍ່ຫັ້ນ ລະອຽດ ລະກະໃຫ້ເພິ່ນບັນທຶກ ລະກະ ຂຶ້ນເປັນບັນຊີ ລະກະໄດ້ລົງຕິດຕາມນາຍໜ້າ ຈໍານວນດັ່ງກ່າວ ເນາະ.”

ແລະ ໃນກໍລະນີ ຜູ້ຕົກເປັນເຫຍື່ອ ຖືກນາຍໜ້າ ມາຂົ່ມຂູ່ຕ່າງໆ ນາໆ ນັ້ນ ກໍສາມາດແຈ້ງຄວາມ ຕື່ມອີກໄດ້ເຊັ່ນກັນ, ດັ່ງທີ່ທ່ານ ກ່າວຕື່ມວ່າ:

“ເຮົາກະແຈ້ງຄວາມໄປຕາມນັ້ນແຫຼະ ນາຍໜ້າມີການເວົ້າແນວໃດ ກັບທາງເຮົາຫັ້ນນ່າ ເບື້ອງຕົ້ນ ທີ່ມີການຂົນຂວາຍຫັ້ນ ນາຍໜ້າຫັ້ນ ໄດ້ເວົ້າແນວໃດ, ກັບຜູ້ທີ່ເປັນຜູ້ຖືກເຄາະຮ້າຍ ຫັ້ນນ່າເນາະ ໄດ້ຕົວະຍົວະແນວໃດ, ໄດ້ຊັກຊວນແນວໃດ ເພາະວ່າ ຄັນວ່າມີການຊັກຊວນ ມີການຂົນຂວາຍ ມັນກະເຂົ້າເຄືອຂ່າຍ ຄ້າມະນຸດເບິດແລ້ວ.”

ນອກຈາກນີ້ ເຈົ້າໜ້າທີ່ທ່ານດຽວກັນນີ້ ຍັງຂໍຝາກເຕືອນ ສາວນ້ອຍ ແລະແມ່ຍິງ ລາວ ຜູ້ທີ່ຄິດວ່າ ຈະໄປແຕ່ງດອງ ກັບຜູ້ຊາຍຈີນ ນັ້ນ ດັ່ງນີ້:

“ອັນນ່າ ກໍລະນີຫັ້ນນ່າ ມີແຕ່ ຢາກຝາກເຖິງ ຜູ້ສາວຫັ້ນເນາະ ທີ່ວ່າຢາກເອົາຜົວຈີນຫັ້ນ ລະແມ່ນ ໃຫ້ຖືກຕ້ອງຕາມກົດໝາຍ ບໍ່ໃຫ້ຜ່ານ ບໍ່ໃຫ້ມີນາຍໜ້າ ບໍ່ໃຫ້ມີຜູ້ມາປຸກລະດົມຂົນຂວາຍ. ຕ້ອງແມ່ນຮັກ ມັກກັນແທ້ ແລ່ນເອກກະສານ ໃຫ້ມັນຖືກຕ້ອງ ຕາມຂັ້ນຕອນ ລະຈັ່ງຄ່ອຍໄປ. ຄັນວ່າ ມີນາຍໜ້າ ມາຕົວະວ່າໄດ້ເງິນຄ່າດອງ 100 ລ້ານ (ກີບ) 180 ລ້ານ (ກີບ) ອິຫຍັງຊິລະ ບອກວ່າ ບໍ່ຕ້ອງໄປ ອັນນັ້ນ ແມ່ນ ຂະບວນການຄ້າມະນຸດ. ຖ້າວ່າ ຜູ້ທີ່ເຂົາປະສົງດີແທ້ໆ ເຂົາຈະມາ ລະກະແລ່ນເອກກະສົງ ເອກກະສານ ອິຫຍັງສໍາເລັດ ແລ້ວເຂົາຄ່ອຍເອົາໄປບາດດຽວ. ສ່ວນຫຼາຍ ນາຍໜ້າລະວ່າ ເອົາເງິນປົງລະກະ ເອີ່ອາຍຸບໍ່ຮອດເບາະ ຫຼືວ່າ ອັນໃດກະ ນາຍໜ້າວ່າບໍ່ຍາກ ຊິເຮັດໃຫ້ ອັນນັ້ນ ຕົວະຍົວະແຫຼະ ອັນນັ້ນນ່າ.”

ເຫດການ ແລະເລື່ອງລາວ ຕ່າງໆ ທີ່ກ່າວມານີ້ ຮວມທັງ ປະສົບການ ຂອງຜູ້ຖືກຄ້າມະນຸດໄປຈີນ ແລະ ຄໍາແນະນໍາຕັກເຕືອນ ຈາກເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກໍຫວັງວ່າ ຈະເປັນຄະຕິເຕືອນໃຈ ບໍ່ຫຼາຍກໍໜ້ອຍ ແລະເປັນອຸທາຫອນ ໃຫ້ກັບສາວນ້ອຍ ແລະແມ່ຍິງ ລາວ ທີ່ຄິດ ຈະໄປດອງກັບຜູ້ຊາຍຈີນ ໃຫ້ມີຄວາມລະມັດລະວັງ ຂຶ້ນຕື່ມອີກ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org