ນາຍຕໍາຣວດລາວ ຖືກຈັບ ຍ້ອນຄ້າຢາມ້າ

ຈຳປາທອງ
2020.09.09
F-Drug ສ່ວນນຶ່ງຂອງຢາບ້າ ທີ່ທາງເຈົ້າໜ້າທີ່ໄທຈັບແລະຍຶດໄດ້ ເມື່ອວັນທີ 2 ເມສາ 2018 ນີ້ ທີ່ແຂວງຊຽງຮາຍ ປະເທດໄທ
Screen captured: MCOT HD

ພັນໂທ ຕຳຣວດ ວັນນະເລດ ໄຊຍະວົງ, ອາຍຸ 49 ປີ ເປັນຕໍາຣວດ ສັງກັດກົມຄົ້ນຄວ້າວິທຍາສາດ ກະຊວງປ້ອງກັນຄວາມສງົບ ຂອງລາວ ທີ່ຖືກຈັບ ພ້ອມຂອງກາງ ຢາບ້າ 589 ເມັດ ຢູ່ບ້ານດົງໂພນແຮ່, ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃນມື້ວັນທີ 31 ສິງຫາ 2020 ໃນຂໍ້ຫາ ຄ້າຢາເສບຕິດ ກໍາລັງຖືກສອບສວນ ຢູ່ໃນຄຸກເມືອງນີ້.

ພັນໂທ ຕຳຣວດ ວັນນະເລດ ຖືກປົດຕໍາແໜ່ງ ແລະ ໜ້າທີ່ ບໍ່ໃຫ້ເປັນພະນັກງານຣັຖ ນັບຕັ້ງແຕ່ ມື້ຖືກຈັບມາ, ອີງຕາມູວາມເວົ້າ ຂອງເຈົ້າໜ້າທີ່ຕໍາຣວດ ປ້ອງກັນຄວາມສງົບ ເມືອງຫາດຊາຍຟອງ ໃນມື້ວັນທີ 7 ກັນຍານີ້.

ດຽວນີ້ ກັກຂັງໄວ້ຢູ່ຄຸກ ເມືອງຫາດຊາຍຟອງ ເຮົານີ້ ມັນມີຂອງກາງຕິດມື ຕ້ອງສອບສວນ. ສອບສວນແລ້ວ, ກໍສົ່ງໃຫ້ອັຍການ ອັຍການສົ່ງຫາສານຕັດສິນ ຊິຖືກຈໍາຄຸກຈັກປີຫັ້ນແຫຼະ. ເຣື່ອງປົດຕໍາແໜ່ງຕໍາຣວດ ຢາກບໍ່ຢາກ ເຂົາໄລ່ອອກກ່ອນຢູ່ແລ້ວ. ເຈົ້າເປັນພະນັກງານແບບຢ່າງ ໃຫ້ປະຊາຊົນ ເຈົ້າພັດມາເຮັດອັນນີ້ ປົດຊັ້ນຕັ້ງແຕ່ມື້ ຖືກຈັບພຸ້ນແຫລະ.

ພັນໂທ ຕຳຣວດ ວັນນະເລດ ຖືກຈັບໂຕ ໃນວັນດັ່ງກ່າວ ເວລາປະມານ ບ່າຍ 3 ໂມງ, ໂດຍທີ່ເຈົ້າໜ້າທີ່ ປ້ອງກັນຄວາມສງົບເມືອງ ລໍ້ຊື້ຢາມ້ານໍາທ່ານ ພາຍຫຼັງເຈົ້າໜ້າທີ່ ສະເພາະກິຈລັບ ໄດ້ຕິດຕາມ ພຶດຕິກັມ ຂອງທ່ານ ມາໄດ້ໄລຍະນຶ່ງ, ໂດຍບໍ່ໄດ້ແຈ້ງ ໃຫ້ອໍານາດການປົກຄອງບ້ານຮູ້. ດັ່ງເຈົ້າໜ້າທີ່ກອງຫລອນບ້ານ ບ້ານດົງໂພນແຮ່ ທີ່ເຂົ້າຮ່ວມ ໃນການຈັບຜູ້ຕ້ອງຫາ ຄັ້ງນີ້ ເວົ້າວ່າ:

“ລາວປະຈໍາຢູ່ນະຄອນຫຼວງພຸ້ນ, ແຕ່ວ່າ ບ້ານລາວຢູ່ແຖວນີ້ຊື່ໆ. ລາວມາເຊົ່າຫ້ອງແຖວຢູ່ ແລ້ວລາວກໍມາຄ້າຢາ. ຈັບຕອນສວາຍ ໄດ້ອາທິດປາຍແລ້ວບໍ່ ອ້າຍນ້ອງຕໍາຣວດ ຊຸມເຮົານີ້ຈັບ. ຕິດຕາມມາດົນແລ້ວ ເພິ່ນຄ່ອຍມາຈັບ.”

ກ່ຽວກັບຄດີທີ່ວ່ານີ້, ນັກວິຊາການກົດໝາຍ ຢູ່ແຂວງສວັນນະເຂດ ເວົ້າວ່າ ໄລຍະຜ່ານມາ ບໍ່ເຄີຍມີເຈົ້າໜ້າທີ່ຣັຖ ຊັ້ນໃຫຍ່ ເຮັດຜິດໃນຄດີຢາເສບຕິດ ຄືກັນກັບຄດີ ຂອງພັນໂທ ຕຳຣວດ ວັນນະເລດ ນີ້, ສ່ວນຫຼາຍຈະເຫັນແຕ່ຄດີ ຂອງເຈົ້າໜ້າທີ່ຣັຖ ຊັ້ນນ້ອຍ ທີ່ຕິດພັນ ແລະ ເອື້ອອໍານວຍ ຄວາມສະດວກ ໃຫ້ພວກຄ້າຢາເສບຕິດ ແລະ ບໍ່ມີຢາເສບຕິດ ໄວ້ໃນຄອບຄອງ ດັ່ງທີ່ທ່ານກ່າວວ່າ:

"ຜ່ານມາ ສ່ວນຫຼາຍ ກໍພະນັກງານຊັ້ນນ້ອຍ. ໂຕຊັ້ນໃຫຍ່ ຫາຊິໄດ້ຍິນ ເທື່ອດຽວນີ້. ສ່ວນຫຼາຍນີ້ ຖ້າວ່າຕິດພັນ ກໍຕິດພັນແບບເອື້ອໍານວຍຄວາມສະດວກ ເຂົາບໍ່ ມັນແບບ ບໍ່ມີແບບບັນຫາຢາເສບຕິດ ຫັ້ນນະ. ໂທສມັນກະຊິສູງຢູ່ແຫຼະເນາະ ທາງເຈົ້າໜ້າທີ່ຣັຖ ຫັ້ນນະ ໄດ້ເປັນຜູ້ກະທໍາຜິດ ຫັ້ນນະ, ແຕ່ວ່າຊິສູງສໍ່າໃດ ມັນຂຶ້ນຢູ່ກັບການພິຈາຣະນາເນາະ ຂອງອັຍການ ຖແລງສົ່ງຟ້ອງຫາສານ ຫັ້ນນະ. ຕໍາແໜ່ງມິຫຍັງຕ່າງໆ ຖືວ່າ ໄລຍະທີ່ຍັງດໍາເນີນຄດີນີ້ນ່າ ຈະສເນີ ຂໍງົດໜ້າທີ່ຕໍາແໜ່ງ ຈົນກວ່າຈະສານຕັດສິນ ໃຊ້ໄດ້ຢ່າງເດັດຂາດ ຖືວ່າ ຜູ້ກ່ຽວນີ້ພົ້ນ ພາວະຈາກການເປັນພະນັກງານ ທາງການຣັຖ.

ທ່ານກ່າວຕື່ມອີກວ່າ ໃນໄລຍະນີ້ ຜູ້ຕ້ອງຫາ ຢູ່ໃນຣະຫວ່າງ ການດໍາເນີນຄດີ ຂອງເຈົ້າໜ້າທີ່ຕໍາຣວດ, ຜູ້ກ່ຽວຈະຕ້ອງຖືກປົດຊັ້ນ ປົດໜ້າທີ່ ແລະ ໄລ່ອອກຈາກວຽກ ຕາມວິນັຍ ຂອງກະຊວງປ້ອງກັນຄວາມສງົບ.

ກ່ຽວກັບຄດີນີ້, ຊາວບ້ານ ບ້ານດົງໂພນແຮ່ ເວົ້າວ່າ ຕົນຮູ້ສຶກດີໃຈຫຼາຍ ທີ່ຜູ້ຄ້າຢາເສບຕິດຣາຍໃຫຍ່ ຢູ່ບ້ານນີ້ ຖືກເຈົ້າໜ້າທີ່ຕໍາຣວດ ຈັບໂຕ ແລະ ເອົາຜິດທາງກົດໝາຍ ເນື່ອງຈາກວ່າ ປັດຈຸບັນ ພາຍໃນບ້ານນີ້ ມີປະຊາຊົນ ຮອດເຄິ່ງນຶ່ງ ໃນຈໍານວນທັງໝົດ 1,000 ປາຍຄອບຄົວນັ້ນ ພົວພັນກັບຢາເສບຕິດ ແລະ ຢາກໃຫ້ເຈົ້າໜ້າທີ່ລົງໂທສ ພັນໂທ ຕຳຣວດ ວັນນະເລດ ໜັກກວ່າການລົງໂທສ ປະຊາຊົນ ຜູ້ກະທໍາຜິດທົ່ວໄປ ຍ້ອນວ່າ ຜູ້ກ່ຽວເປັນເຈົ້າໜ້າທີ່ ເປັນຜູ້ຮັກສາກົດໝາຍ, ແຕ່ກັບມາເຮັດຜິດເອງ ດັ່ງທີ່ທ່ານກ່າວວ່າ:

ດີໃຈຫັ້ນແລ້ວ ມີແຕ່ເຮົາຢາກໃຫ້ຈັບນະ ມີໃຜກໍຢາກໃຫ້ຈັບໝົດ. ແຕ່ວ່າພວກຕິດຢາ ມັນຫລາຍເດ໋, ເຄິ່ງບ້ານແລ້ວເດ໋ ຄົນຕິດຢາຢູ່ບ້ານເຮົາ. ອີ່ຕົນປະຊາຊົນ ອີ່ຕົນສັງຄົມ ສັງຄົມມັນບໍ່ເປັນຕາຢູ່ ຫັ້ນນະ ມີແຕ່ຢາ, ເຮືອນໃດກໍດາຍ. ເພາະວ່າ ເຈົ້າໃຊ້ສິດໜ້າທີ່ ມາເຮັດແນວບໍ່ດີ ເພາະວ່າ ເຈົ້າມາເຮັດໜ້າທີ່ ຜູ້ຮັກສາກົດໝາຍ ຄັນມາເຮັດເອງ ຄວນເອົາໜັກ.

ທ່ານກ່າວຕື່ມວ່າ ກ່ອນທີ່ ພັນໂທ ວັນນະເລດ ຈະຖືກຈັບ ມີຜູ້ຄ້າຢາເສບຕິດ ຣາຍຍ່ອຍ 10 ປາຍຄົນ ໄດ້ຖືກຈັບໂຕມາເລື້ອຍໆ ແລະ ຕົນຄິດວ່າ ສາເຫດທີ່ພາໃຫ້ຢາມ້າ ແຜ່ຫຼາຍໃນບ້ານນີ້ ກໍຍ້ອນວ່າລາຄາມັນຖືກລົງ, ແຕ່ກ່ອນເມັດນຶ່ງ 25,000 ກີບ, ແຕ່ມາໃນປັດຈຸບັນ ເມັດນຶ່ງ 10,000 ກີບ.

ແລະຊາວບ້ານ ບ້ານດົງໂພນແຮ່ ອີກຜູ້ນຶ່ງ ກໍເວົ້າວ່າ ຕົນຮູ້ສຶກດີໃຈຫຼາຍຄືກັນ ທີ່ເຈົ້າໜ້າທີ່ຕໍາຣວດ ປ້ອງກັນຄວາມສງົບ ສາມາດຈັບໂຕ ຜູ້ຄ້າຢາເສບຕິດ ຣາຍໃຫຍ່ ປະຈໍາບ້ານນີ້ໄດ້ ຍ້ອນຢາກໃຫ້ບ້ານນີ້ ເປັນບ້ານປອດຢາເສບຕິດ.

ກໍດີໃຈເນາະ ທີ່ວ່າປາບປາມໄດ້ເນາະ ມີແຕ່ວ່າ ທີ່ວ່າຈັບໃຫຍ່ນີ້ ກໍສິແມ່ນລາວນີ້ຕິ ເພາະວ່າບ້ານເຮົາ ກໍບໍ່ຢາກໃຫ້ມີສິ່ງນີ້ ທີ່ຈະເຂົ້າມາ ພົວພັນກັບບ້ານເຮົາຢູ່ແລ້ວ. ບ້ານເຮົາບໍ່ໄດ້ເຮັດເອງເດ, ສ່ວນຫຼາຍຄົນອື່ນເອົາມາປ່ອຍ ມາເຮັດໃຫ້ປະຊາຊົນ ມີຄວາມຫຍູ້ຍາກເນາະ.

ທ່ານເວົ້າຕື່ມວ່າ ນອກຈາກ ພັນໂທ ຕຳຣວດ ວັນນະເລດ ຖືກເຈົ້າໜ້າທີ່ຕໍາຣວດ ຈັບແລ້ວ ເມື່ອກ່ອນນັ້ນ ໃນມື້ວັນທີ 25 ກັນຍາປີກາຍ ຜູ້ເປັນອະດີດພັລຍາ ອາຍຸ 43 ປີ ທີ່ຢ່າຮ້າງກັນແລ້ວ, ເຊິ່ງພັກເຊົາ ຢູ່ບ້ານດົງໂພນແຮ່ນີ້ ກໍຖືກກັກໂຕ ພ້ອມຂອງກາງຢາມ້າ 2,055 ເມັດ. ມາເຖິງປັດຈຸບັນ ກໍຍັງຖືກດໍາເນີນຄະດີຢູ່.

ອີງຕາມການຣາຍງານ ຂອງກອງບັນຊາການ ຕໍາຣວດປ້ອງກັນຄວາມສງົບ ຜແນກຕໍາຣວດ ໜ່ວຍສະກັດກັ້ນ ແລະ ຕ້ານຢາເສບຕິດ ໃນມື້ວັນທີ 31 ສິງຫາຜ່ານມາ, ເຈົ້າໜ້າທີ່ຕໍາຣວດ ປ້ອງກັນຄວາມສງົບ ໜ່ວຍສືບສວນຄດີອາຍາ ເມືອງຫາດຊາຍຟອງ ໄດ້ມ້າງເປົ້າໝາຍ ຢາເສບຕິດ ຢູ່ບ້ານດົງໂພນແຮ່, ໂດຍສາມາດຈັບ ຜູ້ຕ້ອງຫາໄດ້ 1 ຄົນ ຄືທ້າວ ວັນນະເລດ ໄຊຍະວົງ ພ້ອມຂອງກາງຢາບ້າ 589 ເມັດ, ເງິນ 550,000 ກີບ, ປື້ມທນາຄານການຄ້າ 1 ຫົວ, ຣົດຈັກ 1 ຄັນ ແລະ ໂທຣະສັບ 3 ໜ່ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.