ແມ່ຍິງຖືກຄ້າມະນຸດ ບາງກຸ່ມ ກໍຊ່ອຍໄດ້

ຈໍາປາທອງ
2020.07.24
F-Human-trafficking ຄົນລາວ 6 ທີ່ຖືກນາຍໜ້າຫຼອກ ເອົາໄປຂາຍໃຫ້ ໂຮງງານຜລິດນໍ້າກ້ອນ ໃນ ແຂວງນົນທະບູຣີ ຂອງໄທຍ ນາຍຈ້າງບັງຄັບ ໃຫ້ເຮັດ ວຽກແບບຂ້າທາດ ບໍ່ມີຈ່າຍຄ່າແຮງງານ, ເຈົ້າໜ້າທີ່ໄທຍ ໄດ້ບຸກເຂົ້າຊ່ອຍອອກມາໄດ້ ໃນນັ້ນມີຄົນກັມພູຊາ 7 ຄົນ ( ເຫດການເກີດຂຶ້ນ ເມື່ອປີ 2018 )
RFA

ແມ່ຍິງລາວ ຈາກແຂວງຕ່າງໆ ທີ່ຖືກຄ້າໄປປະເທດຈີນ ແລະໄທຍ ໄດ້ຮັບການຊ່ອຍເຫລືອ ກັບຄືນມາບ້ານໄດ້ຈໍານວນນຶ່ງ. ສະເພາະແຂວງ ໄຊຍະບູລີ ປີ 2019 ມີແມ່ຍິງທີ່ຖືກເປັນຜູ້ ເຄາະຮ້າຍຈາກການຄ້າມະນຸດ ຖືກຊ່ອຍກັບຄືນມາໄດ້ 5 ຄົນ ແລະ ມາໃນປີນີ້ ຊ່ອຍໄດ້ທັງໝົດ 14 ຄົນ ທັງຈາກຕ່າງປະເທດ ແລະຈາກຕ່າງແຂວງ ຂອງລາວ.

ໃນນັ້ນຈາກປະເທດຈີນ 7 ຄົນ, ຈາກໄທຍ 3 ຄົນ ແລະ 1 ຄົນ ຈາກຕ່າງແຂວງ. ສ່ວນອີກ 3 ຄົນ ຍັງຄ້າງຢູ່ຈີນ ຍ້ອນດ່ານຊາຍແດນ ລາວ-ຈີນ ຍັງປິດ ເພື່ອປ້ອງກັນການແພ່ຣະບາດຂອງ ເຊື້ອພຍາດ ໂຄວິດ-19.

ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂອງທາງການ ແຂວງໄຊຍະບູລີ ທ່ານນຶ່ງ ຕໍ່ວິທຍຸ ເອເຊັຍເສຣີ ໃນມື້ວັນທີ 24 ກໍຣະກະດາ ນີ້, ສາເຫດ ຕົ້ນທີ່ພາໃຫ້ແມ່ຍິງ ຖືກຄ້າໄປຈີນ ແລະ ໄທຍ ນັ້ນ ຕົ້ນຕໍກໍຍ້ອນຄວາມທຸກຍາກ ແລະການໂຄສະນາ ກໍບໍ່ທົ່ວເຖິງ, ງົບປະມານ ໃນການໂຄສະນາ ຕ້ານການຄ້າມະນຸດ ກໍບໍ່ພຽງພໍ ເຮັດໃຫ້ຄົນຈີນ ແລະຄົນລາວ ທີ່ເປັນນາຍໜ້າ ສາມາດມາຕົວະຍົວະ ແຕ່ງດອງ ກັບ ແມ່ຍິງລາວ ຊຶ່ງທຸກຍາກໃນເຂດຊົນນະບົດ ຫ່າງໄກ ທີ່ໜ້າຕາດີ, ບໍ່ມີຄວາມຮູ້ ແລະ ອາຍຸຍັງໜ້ອຍ ໃນຣະຫວ່າງ 13 ປີ ຫາ 16 ປີ.

ແຕ່ເມື່ອພາ ແມ່ຍິງລາວໄປຮອດຈີນແລ້ວ ຜູ້ເປັນຜົວ ທີ່ເປັນຄົນຈີນ ກໍເກັບເອົາໜັງສືເດີນທາງ ຜ່ານແດນ ຂອງນາງ ມ້ຽນໄວ້ນໍາຕົນ ແລ້ວກໍໃຫ້ເຮັດວຽກ ຮວມທັງຂາຍເຄຶ່ອງຂອງກາງເວັນ ແລະ ບັງຄັບໃຫ້ຂາຍບໍຣະການທາງເພດ ໃນຕອນກາງຄືນ ດັ່ງ ທີ່ທ່ານກ່າວວ່າ:

“ປີກາຍຫັ້ນມີແຕ່ 5 ຄົນ ປີນີ້ເພິ່ມເປັນ 14 ກໍຣະນີ ແລ້ວ ເຮົາຊ່ອຍມາໄດ້ 11 ຖືກຕົວະໄປຄ້າມະນຸດ ບໍ່ມີງົບປະມານ ລົງເຜີຍແຜ່ ຜົລຮ້າຍ ຂອງວຽກຄ້າມະນຸດນີ້ ມັນເປັນແນວນັ້ນແນວນີ້ ເຂົາເຈົ້າໜ້າຕາດີ ແຕ່ຢູ່ເຂດຮ່າງໄກ ສອກຫລີກ ແລ້ວພໍ່ແມ່ຈົນ ຈີນມາກໍຈະມີນາຍໜ້າພາມາ ສເນີເງິນ 80 ລ້ານ ທອງຄໍາ 10 ລ້ານ ເອົາລູກໄປກ່ອນ ແລ້ວສິໂອນມາຕາມຫລັງ ບໍ່ ບໍ່ໄດ້ໂອນ ໄປແລ້ວ ແລ້ວກໍແລ້ວ ໄປຮອດແລ້ວເຂົາ ເອົາພາສປອດມ້ຽນ ແບບບັງຄັບ ຕອນເວັນກໍຂາຍເຄື່ອງ ກາງຄືນກໍໄປຂາຍບໍຣິການ ກໍຍັງຄ້າງຢູ່ຈີນ ກໍຍັງຄາ ໂຄວິດ-19.”

ທ່ານກ່າວຕື່ມວ່າ ແມ່ຍິງລາວ 11 ຄົນ ຊຶ່ງເປັນປະຊາຊົນ ບ້ານນາກາງ ເມືອງປາກລາຍ, ບ້ານນໍ້າປຸຍ ເມືອງພຽງ ແລະບ້ານບົງວາງ ເມືອງຊຽນຮອນ ແຂວງໄຊຍະບູລີ ສາມາດສົ່ງຂ່າວ ຂໍການຊ່ອຍເຫລືອ ພວກຕົນ ໃຫ້ຫລຸດພົ້ນອອກຈາກການຖືກ ຄ້າມະນຸດໄດ້ ແລະ ຖືກຊ່ອຍມາໄດ້ ແລະໄດ້ຮັບການຝຶກອົບຮົມ ຈາກ ສະຫະພັນແມ່ຍິງລາວ ຊຶ່ງປັດຈຸບັນ ໄດ້ກັບໄປຢູ່ກັບ ຄອບຄົວແລ້ວ.

ທ່ານເວົ້າວ່າ ໃນປີ 2020 ນີ້ ເຈົ້າໜ້າທີ່ຕໍາຣວດແຂວງ ສາມາດຈັບນາຍໜ້າ ຄົນລາວໄດ້ 2 ຄົນ ມາດໍາເນີນຄະດີ ຕາມກົດໝາຍ ໃນຂໍ້ຫາ ຄ້າມະນຸດ, ຕົວະຍົວະ ແຕ່ງດອງແບບຜິດ ຮີດຄອງ ປະເພນີລາວ.

ຢູ່ແຂວງຈໍາປາສັກ ແມ່ຍິງລາວ ຜູ້ເຄາະຮ້າຍຈາກການ ຄ້າມະນຸດ ກໍຖືກຊ່ອຍ ໃຫ້ກັບຄືນມາບ້ານໄດ້ ເພິ່ມຂຶ້ນ ຄືປີ 2019 ຊ່ອຍເຫລືອໄດ້ 8 ຄົນ ແລະ ໃນປີນີ້ ທີ່ຍັງບໍ່ທັນໝົດປີ ກໍຊ່ອຍ ໄດ້ແລ້ວ 20 ຄົນ ໃນນັ້ນຈາກປະເທດໄທຍ 16 ຄົນ ແລະ ຈາກຈີນ 4 ຄົນ ຊຶ່ງໃນຂນະນີ້ ຢູ່ສູນ ຂອງສູນກາງ ສະຫະພັນແມ່ຍິງລາວ.

ສາເຫດທີ່ພວກເຂົາເຈົ້າ ຖືກຄ້າໄປຈີນ ແລະໄທຍ ຫລາຍນັ້ນ ແມ່ນຄ້າຍຄືກັນກັບຢູ່ແຂວງໄຊຍະບູລີ ຄືຄອບຄົວທຸກຍາກ, ຮູ້ເທົ້າບໍ່ເຖິງການ ແລະການໂຄສະນາ ຕ້ານການຄ້າມະນຸດ ກໍບໍ່ທົ່ວເຖິງ ຍ້ອນຂາດງົບປະມານ, ດັ່ງເຈົ້າໜ້າທີ່ ທາງການທີ່ກ່ຽວຂ້ອງ ແຂວງຈໍາປາສັກ ກ່າວ ໃນມື້ດຽວກັນນີ້ວ່າ:

”ຢູ່ໃນ 2019 ລົງໄປຫັ້ນນະ ຜ່ານມາ 7-8 ຄົນ ແຕ່ທ້າຍປີ 2019 ຈົນມາຮອດປັດຈຸບັນນີ້ ທີ່ວ່າເຂົາສົ່ງມານີ້ 20 ຄົນ ເຣຶ່ອງງົບປະມານ ຖືວ່າເຮົາບໍ່ມີແທ້ໆ ເຂົ້າເຖິງເຂດຮ່າງໄກ ສອກຫລີກ ກໍຍັງບໍ່ໄດ້ຮັບ ກໍຍ້ອນວ່າເຂົາເຈົ້າ ນຶ່ງມາຄວາມຮູ້ເທົ້າ ກໍບໍ່ຮູ້ ບໍ່ໄດ້ຮໍ່າບໍ່ໄດ້ຮຽນ ສອງມານີ້ກໍທຸກຍາກຂາດເຂີນ.”

ທ່ານກ່າວຕື່ມວ່າ ຮູບແບບຂອງການຕົວະຍົວະ ແມ່ຍິງໄປຄ້າຢູ່ຈີນ ແລະໄທຍ ແຕກຕ່າງກັນຄືໄປຈີນ ແມ່ນຈະມີຄົນຈີນ ຕິດຕໍ່ມາຂໍແຕ່ງດອງ ນໍາ ຜ່ານທາງສື່ສັງຄົມອອນລາຍ. ສ່ວນວ່າ ຜູ້ຖືກຄ້າໄປໄທຍ ແມ່ນຈະມີນາຍໜ້າທີ່ເປັນຄົນລາວ ມາແລ່ນເອກກະສານ ໄປເຮັດວຽກແບບ ຖືກຕ້ອງ ຕາມກົດໝາຍ ຄັກແນ່ ແລະຖືກເກັບຄ່າແລ່ນເອກກະສານ ຢູ່ບ້ານຫ້ວຍເຕົ່າ ນະ ຄອນປາກເຊ. ແຕ່ເມື່ອໄປຮອດໄທຍ ແລ້ວຖືກ ນາຍໜ້າທີ່ເປັນຄົນໄທຍ ເອົາໂຕໄປຂາຍ ບໍຣິການທາງເພດ.

ຢູ່ແຂວງອຸດົມໄຊ ແຕ່ປີ 2004 ຫາປີ 2008 ບ້ານປາງທອງ ເມືອງນາໝໍ້ ທີ່ຕິດກັບຊາຍແດນຈີນ ກໍໄດ້ມີແມ່ຍິງຊົນເຜົ່າມົ້ງ 4 ຄົນ ທີ່ມີອາຍຸ 15 ປີ ຫາ 18 ປີ ທີ່ໄປກັບຄົນມົ້ງຈີນ ຈົນມາຮອດ ປັດຈຸບັນ ຜູ້ເປັນພໍ່ແມ່ ກໍຍັງບໍ່ສາມາດຕິດຕໍ່ຫາໄດ້. ແຕ່ອໍານາດການປົກຄອງບ້ານ ເວົ້າວ່າ ບໍ່ໄດ້ຮັບຣາຍງານ ກ່ຽວກັບເຣຶ່ອງນີ້:

”ສະພາບໂຕຈິງຫັ້ນນະ ຊ່ວງນີ້ຖືວ່າມີອັນນະ ພຍາດໂຄວິດ-19 ແລ້ວກໍທາງອັນນະ ດ່ານຈີນ ເຂົາກໍຈໍາກັດຄົນເຂົ້າຄົນອອກ ເຂົາກໍຈໍາກັດ ຢູ່ຫັ້ນ ບໍ່ມີຜູ້ທີ່ເຂົ້າມາ ຫລົບລີ້ຢູ່ທາງ ແຖວບ້ານ ແຖວເມືອງນີ້ນະ ກໍບໍ່ມີມົ້ງຈີນ ເຂົ້າມາແລ້ວນີ້.”

ໃນກອງປະຊຸມຂອງກອງເລຂາ ຕ້ານການຄ້າມະນຸດ ແຂວງບໍລິຄໍາໄຊ ເພື່ອສລຸບຖອດຖອນບົດຮຽນ ທີ່ຖືກຈັດຂຶ້ນ ໃນມື້ວັນທີ 8 ກໍຣະກະດາ ນີ້ ໄດ້ມີການຣາຍງານ ກ່ຽວກັບຜົລຂອງການ ຈັດຕັ້ງ ປະຕິບັດວຽກງານຕ້ານ ແລະສະກັດກັ້ນ ການຄ້າມະນຸດວ່າ ກອງບັນຊາການຕໍາຮວດ ປ້ອງກັນຄວາມສງົບ ແຂວງບໍລິຄໍາໄຊ ໄດ້ຮັບເອົາແມ່ຍິງ ຜູ້ເຄາະຮ້າຍ ຈາກການຄ້າມະນຸດ ຈາກ ປະເທດໄທ 1 ຄົນ ແຕ່ອີກ 1 ຄົນ ຢູ່ຈີນ ທີ່ຍັງບໍ່ສາມາດ ກັບຄືນລາວໄດ້ ຍ້ອນໂຄວິດ-19, ປິດດ່ານຊາຍແດນ ລາວ-ຈີນ. ທັງ 2 ຄົນເປັນຄົນ ເມືອງບໍລິຄັນ ອາຍຸ 17 ປີ, ດັ່ງເຈົ້າ ໜ້າທີ່ ທີ່ກ່ຽວຂ້ອງ ແຂວງບໍລິຄໍາໄຊ ເວົ້າວ່າ:

”ເພິ່ນສົ່ງມາຫັ້ນມີສອງຄົນເນາະ ມາແຕ່ໄທຍ ນັ້ນຜູ້ນຶ່ງ ແລະເພິ່ນວ່າຜູ້ທີ່ມາທາງຈີນຜູ້ນຶ່ງ ເປັນຜູ້ຖືກ ເຄາະຮ້າຍ ເພາະວ່າອາຍຸມັນບໍ່ຮອດ ກະສຽນ ແລ້ວເຮົາຕົກເປັນເຫຍື່ອນີ້ນໍ.”

ໃນວັນຕ້ານການຄ້າມະນຸດສາກົນ ວັນທີ 30 ກໍຣະກະດາ ນີ້ ຫລາຍແຂວງຂອງລາວ ກໍຈະຈັດກິຈກັມຕ່າງໆ ໂດຍທີ່ທາງແຂວງ ຈະເປັນຜູ້ ໃຊ້ຈ່າຍເອງຮວມທັງຂະບວນຍ່າງ ມາຣາທອນ, ວາງສະແດງຮູບພາບ ແລະ ຜົລຜລິດຂອງແມ່ຍິງລາວ, ຖ່າຍທອດລະຄອນສັ້ນ ເພື່ອເຕືອນ ນັກຮຽນ ນັກສຶກສາ ແລະປະຊາຊົນ ບໍ່ໃຫ້ຕົກເປັນເຫຍື່ອ ຂອງການຄ້າມະນຸດ ດັ່ງທີ່ທ່ານ ກ່າວວ່າ:

”ຄະນະອັນຮັບຜິດຊອບ ກັບພາກສ່ວນກ່ຽວຂ້ອງ ເພິ່ນຫັ້ນນະ ເພິ່ນຈະຈັດກອງປະຊຸມ ປຶກສາຫາລື ກັນກ່ອນວ່າ ສິຈັດງານຫຍັງໃນ ແຕ່ລະປີ ແລ້ວກໍເບິ່ງກັບງົບປະມານ ຂອງເຮົາ ຄື ບາງປີ ເພິ່ນຈະຈັດງານຍ່າງບໍ ຫລືວ່າ ມີນີມາຣາທອນ ວາງສະແດງຮູບພາບ ງານໂຮມຊຸມນຸມ ມິດຕິງ ລະຄອນສັ້ນ ທີ່ສະທ້ອນເຖິງ ສັງຄົມນີ້ແຫລະ ເປັນການໃຫ້ຄວາມຮູ້ ໃຫ້ກັບແມ່ຍິງ ທີ່ວ່າມີຄວາມສ່ຽງ ທີ່ຈະຕົກເປັນເຫຍື່ອ ຂອງ ການຄ້າມະນຸດຫັ້ນນະ.”

ອີງຕາມການຣາຍງານຂ່າວ ວິທຍຸເອເຊັຍເສຣີໃນມື້ ວັນທີ 13 ພຶສພາ 2019, ແມ່ຍິງລາວ ທີ່ຖືກຕົວະຍົວະໄປປະເທດຈີນ ປະມານ 3 ພັນຄົນ ຊຶ່ງເປັນໂຕເລກ ທີ່ບໍ່ເປັນທາງການ.ໃນນັ້ນມີ ແມ່ຍິງຈໍານວນນຶ່ງ ໄດ້ໂທຣະສັບຕິດຕໍ່ ຂໍຄວາມຊ່ອຍເຫລືອ ຈາກກົງສຸນໃຫຍ່ ຂອງລາວ ປະຈໍາ ປະເທດຈີນ ແລະຖືກຊ່ອຍກັບ ມາລາວໄດ້ປະມານ 600 ຄົນ ຊຶ່ງສ່ວນໃຫຍ່ເປັນຄົນ ແຂວງ ບໍລິຄໍາໄຊ, ຫົວພັນ ແລະ ນະຄອນຫລວງວຽງຈັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.