ຊາຍອາເມຣິກັນ ຖືກຟ້ອງ ລະເມີດທາງເພດ ເດັກນ້ອຍລາວ

ມະນີຈັນ
2020.09.09
ທິວ​ທັ​ສ​ອັນ​ສວຍ​ງາມ ແລະ ລື​ຊື່ ທີ່​ເປັນ​ເອ​ກະ​ລັກ ຂອງ​ນະ​ຄອນຫຼວງ​ພ​ຣະ​ບາງ ເມືອງ​ມໍ​ຣ​ະດົກໂລກ ແລະ ແມ່​ນ້ຳ​ຂອງ ຈາກ​ຝັ່ງ​ຊຽງ​ແມນ (ຮູບ​ຖ່າຍ​ເມື່ອ​ເດືອນກໍ​ຣະ​ກະ​ດາ 2016)
RFA/PV

ທ້າວ Michael Sebastian ຄົນອາເມຣິກັນ ວັຍ 52 ປີ ຊຶ່ງຕາມບົດຂຽນຂອງ James Lovelock ຈາກນະຄອນຫລວງວຽງຈັນ, ເບິ່ງຄືວ່າເປັນຜູ້ຊາຍ ທີ່ດີ ໃຫ້ການຊ່ອຍເຫລືອ ເດັກນ້ອຍວັຍ ໜຸ່ມລາວ.  ຄັ້ງທໍາອິດ ຜູ້ກ່ຽວເດີນ ທາງເຂົ້າມາລາວ ໃນຖານະນັກທ່ອງທ່ຽວເມື່ອປີ 2008, ແລ້ວເລີ່ມສອນພາສາອັງກິດ ໃຫ້ວັຍລຸ້ນລາວຈໍານວນນຶ່ງ ແລະໄດ້ຕັ້ງມູນນິທິ ການກຸສົລເພື່ອການສຶກສາຂຶ້ນ ຢູ່ແຂວງ ຫລວງ ພຣະບາງ ພາກເໜືອຂອງລາວ.

ໃນມື້ວັນທີ 28 ສິງຫາຜ່ານມານີ້ ຢູ່ທີ່ບ້ານເກີດຂອງເຂົາເອງ ຄືເມືອງ Lynn ຣັຖ Massachusetts ຊາຍອາເມຣິກັນຮູບຮ່າງສູງ ຜູ້ໄດ້ກັບມາສະຫະຣັຖອາເມຣິກາ ໃນຕົ້ນປີນີ້ ຖືກຟ້ອງ ໃນ 3 ຂໍ້ຫາມີການປະພຶດ ທາງເພດແບບຜິດກົດໝາຍຢູ່ຕ່າງປະເທດ ແລະອີກ 3 ຂໍ້ຫາຄ້າທາງເພດເດັກນ້ອຍ.

ເຂົາຖືກຈັບເມື່ອວັນທີ 7 ກໍຣະກະດາ ທີ່ບ້ານແມ່ຂອງເຂົາຢູ່ Ashby ເມືອງ Lynn ແລະໄດ້ຮັບການປ່ອຍຕົວ ໃຫ້ໄປກັກຂັງບໍຣິເວນຢູ່ບ້ານ ຫລັງຈາກການ ພິຈາຣະນາຄະດີ ໃນມື້ວັນທີ 31 ກໍຣະກະດາ. ຫາກຖືກສານຕັດສິນວ່າ ມີຄວາມຜິດໃນຫລາຍຂໍ້ຫາ, ເຂົາອາຈຖືກຕັດສິນລົງໂທດຈໍາຄຸກ 30 ປີ ຫລືຈໍາຄຸກຕລອດຊີວິດ ແລະປັບໃໝອີກ 250 ພັນໂດລາສະຫະຣັຖ, ອີງຕາມການ ຖແລງຂ່າວ ຂອງຫ້ອງການກິຈການສັງ ຄົມ ກະຊວງຍຸຕິທັມ ສະຫະຣັຖອາເມຣິກາ ໃນມື້ວັນທີ 28 ສິງຫາ 2020.

ເຈົ້າໜ້າທີ່ສູນກາງສະຫະພັນແມ່ຍິງລາວ ກ່າວຕໍ່ RFA ໃນມື້ວັນທີ 1 ກັນຍານີ້ວ່າ ຍັງບໍ່ຮູ້ເຣື່ອງດັ່ງກ່າວ. ຖ້າຫາກວ່າ ມີເຍົາວະຊົນຖືກລ່ວງລະເມີດທາງເພດແທ້ ທາງສູນໃຫ້ຄໍາປຶກສາ ແລະປົກປ້ອງແມ່ຍິງ ແລະເດັກນ້ອຍ ກໍສາມາດຊ່ອຍເຫລືອໄດ້ ຊຶ່ງທີ່ຜ່ານມາ ກໍມີກໍຣະນີເຍົາວະຊົນຊາຍຄົນນຶ່ງ ຖືກຜູ້ຊາຍຕ່າງປະເທດ ລ່ວງຣະເມີດທາງເພດ ໄດ້ຮັບການຊ່ອຍເຫລືອ, ທ່ານກ່າວ.

ບໍ່ ບໍ່ ທາງເຮົາຍັງບໍ່ມີອິຫຍັງ. ແຕ່ວ່າ ຜ່ານມາມີກໍຣະນີດຽວ ທີ່ເປັນເດັກນ້ອຍ ຊາຍ ຖືກລ່ວງ ຣະເມີດທາງເພດ ຈາກຕ່າງປະເທດທີ່ເຂົ້າມາອາສັຍໃນລາວ. ເພາະສະນັ້ນ ເຮົາກໍສາມາດ ແຈ້ງຄວາມ ກັບເຈົ້າໜ້າທີ່ ດໍາເນີນຄະດີຢູ່ລາວໄດ້.

ອີງຕາມເອກສານກ່ຽວກັບການຕັ້ງຂໍ້ຫາ, ທ້າວ Sebastian ໄດ້ອາສັຍຢູ່ປະ ເທດລາວ ບ່ອນທີ່ເຂົາສອນພາສາອັງກິດໃຫ້ເດັກນ້ອຍ ວັຍໜຸ່ມລາວ. ໃນຣະຫວ່າງຢ່າງໜ້ອຍ 2 ປີທີ່ຜ່ານມາ ເຂົາໄດ້ຈັດຫາທີ່ຢູ່ອາ ສັຍໃຫ້ແກ່ເດັກນ້ອຍ ຜູ້ຊາຍຢ່າງໜ້ອຍ 3 ຄົນ ອາຍຸຣະຫວ່າງ 13 ຫາ 18 ປີ ຊຶ່ງເຂົາສອນພາສາອັງກິດໃຫ້ ແລະໃຫ້ຢູ່ເຮືອນກັບເຂົາ ໂດຍບໍ່ໄດ້ເສັຍຄ່າເຊົ່າ. ແຕ່ Sebastian ຖືກກ່າວຫາວ່າ ໃຫ້ເດັກ ນ້ອຍນັ້ນ ເຮັດວຽກເຮືອນ ແທນການເສັຍຄ່າເຊົ່າ ແລະການເຮັດວຽກເຮືອນນັ້ນ ມີຮວມທັງການນວດໃຫ້ Sebastian ແລະທັງມີເພດສັມພັນກັບເຂົາ ນໍາດ້ວຍ.

ທ່ານໝໍຄົນນຶ່ງ ໃນນະຄອນຫລວງວຽງຈັນ ທີ່ເປັນຜູ້ກໍ່ຕັ້ງອົງການສົ່ງເສີມສິດທິ ຂອງກຸ່ມຄົນຫລາກຫລາຍ ທາງເພດ ປະຈໍາລາວ ກ່າວວ່າ ຍັງບໍ່ຮູ້ກ່ຽວເຣຶ່ອງການລ່ວງຣະເມີດ ທາງເພດເດັກນ້ອຍລາວ 3 ຄົນທີ່ ວ່ານັ້ນເທື່ອ. ແຕ່ທ່ານເຄີຍໄດ້ຍິນວ່າ ແຕ່ລະປີ ຈະມີເຍົາວະຊົນ ທັງຊາຍ ແລະຍິງ ສະເລັ່ຍ 20 ຄົນ ຖືກລ່ວງຣະເມີດທາງເພດ ໂດຍພວກຜູ້ໃຫຍ່ຈະສວຍໂອກາດ ຍົວະເດັກນ້ອຍຢູ່ໂຮງຮຽນ ພາໄປຊື້ຂອງຕ້ອນ ແລ້ວຕົວະໄປລ່ວງຣະເມີດທາງເພດ ຢູ່ສະຖານທີ່ອື່ນ ດັ່ງທີ່ທ່ານກ່າວວ່າ:

ກໍຣະນີແບບນີ້ ບໍ່ຄ່ອຍໄດ້ຍິນນະ ຖືວ່າການຣະເມີດທາງເພດ ອື່ນໆມີຢູ່ປີນຶ່ງ 20 ຄົນນີ້ແຫລະທີ່ວ່າ ມາໂຮງໝໍເຮົາ ກະມີແຕ່ເທົ່ານັ້ນ. ສ່ວນຫລາຍເຂົາກະຍົວະເດັກ ນ້ອຍ ໄປຫລີ້ນຢູ່ນໍາໂຮງຮຽນກະມີ ແລ້ວພວກທີ່ສວຍ ໂອກາດນໍາເດັກ ນ້ອຍຍົວະຊົນໄປຊື້ ພາຊື້ຂອງຕ້ອນ ຊື້ອັນນັ້ນອັນນີ້ແຫລະ ເດັກນ້ອນກໍບໍ່ຮູ້ແຫລະ ປະ ເທດຊາດບ້ານເຮົາ ບໍ່ໄດ້ເອົາໃຈໃສ່ນະ.

ທ່ານກ່າວຕື່ມອີກວ່າ ໃນຈໍານວນຜູ້ໃຫຍ່ ທີ່ລ່ວງລະເມີດທາງເພດເຍົາວະຊົນ ທີ່ວ່ານັ້ນ ສ່ວນຫລາຍເປັນຄົນລາວ ສ່ວນຄົນຕ່ງປະເທດ ມີແຕ່ 1 ກໍຣະນີ ຊຶ່ງກະ ຊວງສາທາຣະນະສຸຂ, ອັຍການ, ເຈົ້າໜ້າທີ່ ປກສ ແລະສະຫະພັນແມ່ຍິງ ໄດ້ສົມທົບກັນ ເອົາຜູ້ກະທໍາຜິດມາລົງໂທດ ຕາມຂະບວນການ ທາງກົດໝາຍຂອງລາວ.

ບົດຂຽນຂອງ James Lovelock ຣະບຸຕື່ມຕອນນຶ່ງວ່າ ເຈົ້າໜ້າທີ່ FBI ແລະທີມສືບສວນໃນລາວ ໄດ້ເລີ່ມຕິດຕາມການກະທໍາຂອງ Sebastian ພາຍຫລັງທີ່ພວກເຂົາເຈົ້າ ຮູ້ວ່າ ເຂົາອະນຸຍາດໃຫ້ວັຍລຸ້ນຊາຍ ອາສັຍຢູ່ໃນເຮືອນເຊົ່າຂອງເຂົາ ທີ່ມີຣາຄາເທົ່າກັບ 11 ໂດລາສະຫະຣັຖຕໍ່ເດືອນ ແລະບອກເດັກນ້ອຍນັ້ນວ່າ ພວກເຂົາຈະໄດ້ຮັບເງິນຈໍານວນນັ້ນ ດ້ວຍການໃຫ້ບໍຣິການຕ່າງໆສໍາລັບເຂົາ. ການບໍຣິການນີ້ ຖືກກ່າວຫາວ່າ ມີກິຈກັມທາງເພດ ຊຶ່ງພວກເຂົາຈະໄດ້ຮັບເງິນ 1 ໂດລາເປັນຄ່າເຊົ່າ ໃນແຕ່ລະຄັ້ງ.

ເວົ້າເຖິງການລ່ວງລະເມີດ ທາງເພດເຍົາວະຊົນລາວ ນັກສຶກສາລາວຜູ້ນຶ່ງກ່າວວ່າ ຈະເປັນຊາວລາວ ຫລືຄົນຕ່າງປະເທດ ທີ່ອາສັຍຢູ່ລາວ ລ່ວງລະເມີດທາງເພດເຍົາວະຊົນລາວ ກໍຕ້ອງຖືກລົງໂທດໜັກກວ່າ ລ່ວງລະເມີດທາງເພດຜູ້ໃຫຍ່ ດັ່ງທີ່ທ່ານກ່າວວ່າ:

ຖ້າຜູ້ໃດມີແນວຄິດທີ່ວ່າ ລ່ວງຣະເມີດຫລືວ່າ ໄປເຮັດໃຫ້ຊີວິດຂອງຜູ້ອື່ນນີ໋ ຖືກລ່ວງຣະເມີດ ໝາຍຄວາມວ່າ ມັນກໍກະທໍາຜິດກົດໝາຍເຮົາກໍຢ່າ ຄວນລົງໂທດໃຫ້ໜັກກວ່າ ເຂົາໄປກະທໍາກັບຜູ້ໃຫຍ່ ເພາະວ່າ ຜູ້ຖືກຣະເມີດຫັ້ນ ແນ່ນອນຢູ່ແລ້ວວ່າ ມີຄວາມເສັຽຫາຍກັບໂຕເອງ ແລະກໍອັບອາຍຕໍ່ສັງຄົມແດ່. ທ່ານເວົ້າຕື່ມວ່າ ເຮົາກໍຕ້ອງເປັນຜູ້ປົກປ້ອງເຍົາວະຊົນ ຈາກຄວາມຮຸນແຮງທາງເພດຄືກັນ ໂດຍສະເພາະຜູ້ປົກຄອງ ຕ້ອງຄອຍຕິດຕາມເບິ່ງການໄປການມາ ຂອງລູກຫລານໂຕເອງ.

ແລະຜູ້ປົກຄອງນັກຮຽນຊັ້ນ ປ.4 ຜູ້ນຶ່ງກໍເວົ້າວ່າ ການລ່ວງລະເມີດທາງເພດເຍົາວະຊົນລາວ ຖືເປັນເຣື່ອງບໍ່ດີ.

ເປັນເຣື່ອງທີ່ບໍ່ດີ ເຮັດໃຫ້ເຍົາວະຊົນຫັ້ນ ມີຄວາມສູນເສັຽເນາະ. ສໍາຄັນທີ່ສຸດ ແມ່ນຕ້ອງແຈ້ງປກສ ຫລືວ່າເຈົ້າໜ້າທີ່ທີ່ຮັບຜິດຊອບ ເຂດຫັ້ນໃຫ້ເຂົາເຈົ້າ ເຂົ້າໄປແກ້ໄຂທັນທີທັນໃດ ຫລືວ່າ ບາງເທື່ອ ອາຈເຂົ້າໄປຊ່ອຍກ່ອນຫັ້ນນະ.

ຄະດີທ້າວ Michael Sebastian ເຮັດໃຫ້ເກີດຄວາມຕົກໃຈ ແກ່ຊາວເມືອງໃນເຂດ North Shore ຣັຖ Massachusetts ທີ່ເຂົາອາສັຍຢູ່ ແລະໄດ້ຣະດົມທຶນເພື່ອການກຸສົນ ຂອງເຂົາໃນລາວ ຊຶ່ງເປັນໂຄງການທີ່ມີຊື່ຫຍໍ້ວ່າ S.M.I.L.E. ເພື່ອສນັບສນູນຜູ້ຄົນຈໍານວນຫລາຍ ໃນການດໍາລົງຊີວິດ ແລະການສຶກສາ. ເຂົາເວົ້າໃນເວັບໄຊທຂອງເຂົາ ທີ່ມີທັງຮູບພາບ ຂອງວັຍໜຸ່ມລາວ ທີ່ເປັນພຣະ 3 ອົງນັ້ນວ່າ: “ເຂົາໃຊ້ບົດຮຽນ ແລະພາສາອັງກິດນ້ອຍໆຂອງເຂົາ ເປັນດ່ານໜ້າໃນການດູແລ ເດັກຊາຍ ໃນລາວຮວມທັງວັຍໜຸ່ມ ຜູ້ທີ່ເຂົາຈັດຫາ ທີ່ຢູ່ອາສັຍໃຫ້ນັ້ນ ນໍາດ້ວຍ. ເຂົາເວົ້າວ່າ ພາຣະກິດຂອງຂ້ອຍ ຄືໃຫ້ການສຶກສາຟຣີ ແລະການຊ່ອຍເຫລືອ ດ້ານສຸຂພາບຂອງເດັກນ້ອຍ ວັຍໜຸ່ມທີ່ທຸກຍາກ, ຖືກປະຖິ້ມ, ກໍາພ້າກໍາພອຍ, ດ້ອຍໂອກາດ ທີ່ຂາດເຂີນທຶນຮອນ ເພື່ອການສຶກສາທີ່ມີຄຸນພາບ ແລະຂາດອາຫານ ໂພຊະນາການ ເພື່ອພະຍາຍາມຕັດວົງຈອນ ຄວາມທຸກຍາກ ແລະສ້າງຄວາມຄ່ອງຕົວ ທາງດ້ານເສຖກິດ ສໍາລັບນັກຮຽນນັກສຶກສາ ແລະຄອບຄົວຂອງພວກເຂົາ ແລະທັງຊຸມຊົນ.”

ເຂົາເວົ້າຕໍ່ໄປວ່າ “ນອກຈາກຮຽນຟຣີ ທີ່ຂ້ອຍສອນແລ້ວ, ຂ້ອຍຍັງຊ່ອຍໃຫ້ນັກຮຽນ ໄດ້ທຶນການສຶກສາ ແລະເປັນຜູ້ອຸປຖັມ ເພື່ອໃຫ້ໂອກາດພວກເຂົາ ໄດ້ເຂົ້າໂຮງຮຽນມັທຍົມ, ມະຫາວິທຍາລັຍ ແລະການຮຽນນອກຫລັກສູດ ທີ່ຫລາກຫລາຍນໍາອີກ. ຢູ່ໃນຫ້ອງຮຽນຂອງຂ້ອຍເອງ, ຂ້ອຍມຸ້ງໝັ້ນ ທີ່ຈະມອບປະສົບການ ທີ່ກະຕຸ້ນຈິດໃຈ ໃຫ້ແຕ່ລະຄົນ ມີຄວາມສາມາດສູງສຸດ ແລະໃຫ້ພວກເຂົາ ມີຄວາມເມຕາ ຕໍ່ຕົນເອງ ແລະຜູ້ອື່ນ ເພື່ອເສີມສ້າງຊຸມຊົນ ທີ່ເຂັ້ມແຂງ ມີຄວາມສຸກ ແລະໄດ້ຮັບການສນັບສນູນ ຫລາຍຂຶ້ນ.”

ເມື່ອເດືອນມິນາ, Sebastian ກ່າວອ້າງຜ່ານເວັບໄຊທ ຂອງເຂົາວ່າ ເຂົາໄດ້ຮັບວຽກງານຫລາຍຢ່າງ ໃນຫລາຍສິບປີຜ່ານມາ ນັບແຕ່ການໃຫ້ຄໍາປຶກສາ ດ້ານການແພດ ໄປຈົນເຖິງເຣື່ອງການຝຶກສອນກ່ຽວກັບຊີວິດ ແລະເປັນຜູ້ຣະດົມທຶນ ໃນສະຖານທີ່ສັກຣະບູຊາ ໃນເຂດເມືອງ Marblehead ສໍາລັບໂຄງການສຶກສາໃນລາວ ທີ່ຖືກກ່າວຫານັ້ນ. ເຂົາເວົ້າວ່າ ເຂົາໄດ້ສອນເຣື່ອງການສະມາທິ ແລະທັມມະພຸທສາສນາ ເພື່ອຊ່ອຍເຫລືອຜູ້ອື່ນ ໃນການດໍາເນີນຊີວິດ, ປູກຝັງຄວາມເມຕາ ແລະຄວາມອົດທົນ ຮວບຮວມຄວາມສັນຕິ ໂດຍການສະແດງອອກເຖິງຄວາມເມຕາ ເຮັດວຽກຮ່ວມກັນແລະຮັບໃຊ້ຜູ້ທີ່ຕ້ອງການ.

ກໍຣະນີຂອງເຂົາ ກໍບໍ່ມີຫຍັງແຕກຕ່າງ ກັບຊາວຕ່າງປະເທດຫລາຍຄົນ ຈາກຕາເວັນຕົກ ແລະບ່ອນອື່ນໆ ໃນຫລາຍປີທີ່ຜ່ານມາ ທີ່ຖືກສົງສັຍວ່າ ຕົວະຍົວະເດັກນ້ອຍວັຍໜຸ່ມ ທີ່ດ້ອຍໂອກາດທັງຊາຍ ແລະຍິງ ໃຫ້ຕົກເປັນເຫຍື່ອ ພາຍໃຕ້ໜ້າກາກດໍາເນີນໂຄງການກຸສົນ ໃນປະເທດຕ່າງໆ ເປັນຕົ້ນ ລາວ ພະມ່າ ໄທ ກັມພູຊາ ແລະວຽດນາມ.

ບົດຂຽນຂອງ James Lovelock ເວົ້າຕື່ມວ່າ ເດັກນ້ອຍໃນລາວ ທີ່ເປັນປະ ເທດຄອມມິວນິສ ຊຶ່ງການບັງຄັບໃຊ້ກົດໝາຍ ມັກລະຫລວມ ແລະຄວາມທຸກຍາກ ຍັງເປັນໂຣກປະຈໍາຖິ່ນ ໂດຍສະເພາະຍັງສ່ຽງ ທີ່ຈະຖືກຫລອກລວງແລະຖືກຄ້າມະນຸດ ໂດຍຄົນໃນທ້ອງຖິ່ງເອງ ແລະຄົນຕ່າງປະເທດ ທີ່ຂາດສິນທັມ. ມາດາມ Maud de Boer-Buquicchio ອາດີດຜູ້ຣາຍງານພິເສດ ຂອງສະຫະປະຊາຊາດ ກ່ຽວກັບການຂາຍເດັກນ້ອຍ ໂສເພນີເດັກ ແລະການອະນາຈານເດັກ ຊຶ່ງໄດ້ໄປລາວ ໃນປີ 2017 ນັ້ນເວົ້າວ່າ ອັນທີ່ເຮັດໃຫ້ເກີດຄວາມຮ້າຍແຮງ ຂຶ້ນຕື່ມ ຄືທາງການທ້ອງຖິ່ນ ມັກຈະເມີນເສີຍຕໍ່ການຂູດຮີດ ເດັກນ້ອຍ, ແລະກໍບໍ່ມີກົລໄກ ທີ່ເປັນມິດກັບເດັກນ້ອຍ ໃນການຣາຍງານ ຫລືສົ່ງຕໍ່ເດັກ ນ້ອຍ ທີ່ຖືກລ່ວງຣະເມີດທາງເພດ ໃຫ້ເຖິງສະຖານທີ່ບໍຣິການພວກເຂົາ. ມາດາມ ກ່າວເຖິງທ້າວ Sebastian ວ່່າ ເຂົາບໍ່ຢູ່ໃນຖານະທີ່ຈະຂູດຮີດ ພວກເດັກນ້ອຍວັຍໜຸ່ມລາວ ໄດ້ອີກ ແລະປາກົດວ່າ ເຂົາຈະບໍ່ມີວັນກັບໄປລາວໄດ້.

ຂະນະນີ້ ທ່ານ Leslie Fisher ອັຍການຝ່າຍຄະດີ ການສແວງຫາປະໂຫຍດ ແລະລາມົກອະນາຈານ ເດັກນ້ອຍ ຜແນກຄະດີອາຍາ ແລະຜູ້ຊ່ວຍອັຍການສະ ຫະຣັຖອາເມຣິກາ Anne Paruti ຜູ້ປະສານງານໂຄງການເພື່ອຄວາມປອດພັຍ ຂອງວັຍເດັກ ໃນໂຄງການ Lelling ຂອງອັຍການສະຫະຣັຖ ກໍາລັງດໍາເນີນການຟ້ອງຮ້ອງ ທ້າວ Sebastian ຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.