ໂຄງການອາຫານທ່ຽງ ຈາກສາກົລ ໝົດລົງ, ແຕ່ມອບໃຫ້ຣັຖບານລາວ ສືບຕໍ່
2022.08.10

ທ່ານ ຢານ ເດລແບ, ຜູ້ອຳນວຍການ ໂຄງການອາຫານໂລກ ປະຈຳລາວ ໄດ້ກ່າວຕໍ່ກອງປະຊຸມ ປຶກສາຫາລື ເພື່ອເຊື່ອມສານ ວຽກງານອາຊີວະສຶກສາ ເຂົ້າໃນວຽກງານ ອາຫານທ່ຽງໃນໂຮງຮຽນ ເມື່ອຕົ້ນເດືອນສິງຫາ ຢູ່ເມືອງວັງວຽງ ແຂວງວຽງຈັນ ທີ່ຜ່ານມາວ່າ ໃນທ້າຍປີ 2021 ໂຄງການອາຫານໂລກ ໄດ້ມອບໂອນ ໂຄງການອາຫານທ່ຽງໃນໂຮງຮຽນ 915 ໂຮງຮຽນ ໃກ້ແກ່ຣັຖບານລາວ ສືບຕໍ່ໃຫ້ການສນັບສນູນ. ພາຍຫຼັງທີ່ໂຄງການອາຫານໂລກ ໄດ້ມອບໂຄງການອາຫານທ່ຽງ ໃຫ້ຣັຖບານລາວນັ້ນ, ແມ່ນໂຄງການອາຫານໂລກ ບໍ່ໄດ້ປະ ໂຄງການອາຫານທ່ຽງຖາວອນ, ແຕ່ຍັງສືບຕໍ່ ໃຫ້ການສນັບສນູນ ໃນການສ້າງຄວາມເຂັ້ມແຂງ ທາງດ້ານວຽກງານ ອາຫານທ່ຽງໃນໂຮງຮຽນ ແລະ ການປັບປຸງຄຸນນະພາບ ທາງໂພຊະນາການ ຂອງອາຫານທ່ຽງໃນໂຮງຮຽນ.
ໂຄງການອາຫານໂລກ ຍັງມີລະບົບປະເມີນ-ຕິດຕາມ ເຖິງຂີດຄວາມສາມາດ ຂອງຊຸມຊົນ, ໂຮງຮຽນ ແລະ ຣັຖບານ ວ່າຈະສາມາດ ສືບຕໍ່ໃຫ້ນັກຮຽນ ມີອາຫານທ່ຽງ ກິນທຸກມື້ໄດ້ ຫຼືບໍ່ ເນື່ອງຈາກຣັຖບານລາວ ຊ່ອຍໄດ້ງົບປະມານ ອາຫານທ່ຽງໃຫ້ນັກຮຽນ ພຽງແຕ່ຄົນລະ 800 ກີບ ຕໍ່ຄາບຕໍ່ມື້ ກໍຈະບໍ່ພຽງພໍ ໃຫ້ປຸງແຕ່ງເປັນອາຫານທ່ຽງໄດ້. ດັ່ງເຈົ້າໜ້າທີ່ ໂຄງການອາຫານໂລກ ປະຈຳເມືອງລອງ ແຂວງຫຼວງນ້ຳທາ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 10 ສິງຫາ ນີ້ວ່າ:
“ຝຶກອົບຮົມໃຫ້ກັບພະນັກງານຣັຖເຮົາ ຫຼືອີ່ຫຍັງທີ່ມັນຈຳເປັນ ເຮົາກໍສນັບສນູນແນວນີ້, ແຕ່ວ່າເງິນກິນ 800 ກີບ ບໍ່ພຽງພໍ, ແລ້ວຈະເຮັດຈັ່ງໃດ ທີ່ວ່າມັນຈະສືບຕໍ່ໂຄງການນີ້ໄປໄດ້ ຕ້ອງແມ່ນຕ້ອງຣັຖບານ ກັບຊຸມຊົນ ຈະເປັນເຈົ້າການ ແລ້ວປະກອບສ່ວນຈັ່ງໃດ ໃຫ້ອາຫານທ່ຽງນີ້ ມັນພຽງພໍກິນ, ຫັ້ນນ່າ. ປະກອບສ່ວນຫຼາຍທີ່ສຸດ ກໍຄືຜັກຫັ້ນ ບໍ່ຈຳເປັນຕ້ອງມີສວນ ກໍຄືວ່າ ບໍ່ມີສວນແທ້ໆ ບໍ່ມີນ້ຳແທ້ໆ ຂ້າງເທິງ ມັນເປັນການເຮັດໄຮ່ເນາະ ມີຜັກ ກ່ຽວກັບໝາກອຶ ໝາກໂຕ່ນ ມັນໃຊ້ໄດ້, ຫັ້ນນ່າ. ບໍ່ຈຳເປັນຕ້ອງເປັນຜັກ ທີ່ໃຊ້ນ້ຳ, ຫັ້ນນ່າ.”
ໂຮງຮຽນປະຖົມສຶກສາ 400 ປາຍແຫ່ງ ທີ່ມີນັກຮຽນຊັ້ນ ປ.1 ຫາ ປ.5 ທັງໝົດ 10 ປາຍພັນຄົນ ຢູ່ແຂວງອຸດົມໄຊ ກໍໄດ້ຮັບການຊ່ອຍເຫຼືອ ໂຄງການອາຫານທ່ຽງ ຈາກໂຄງການອາຫານໂລກ ມາໄດ້ 9 ປີ. ຕົກມາທ້າຍປີ 2021, ການຊ່ອຍເຫຼືອໂຄງການອາຫານທ່ຽງ ຈາກໂຄງການອາຫານໂລກ ກໍໄດ້ໝົດລົງ ແລ້ວມອບໂອນໂຄງການ ໃຫ້ຣັຖບານລາວ ສືບຕໍ່ໃຫ້ການຊ່ອຍເຫຼືອ.
ສະເພາະສົກຮຽນ 2021-2022, ຣັຖບານລາວ ກໍໄດ້ຊ່ອຍເຫຼືອ ພຽງແຕ່ສນອງເງິນ ໃຫ້ນັກຮຽນ ຄົນລະ 800 ກີບຕໍ່ມື້ຕໍ່ຄາບເທົ່ານັ້ນ ແລະ ບໍ່ໄດ້ຊ່ອຍເປັນນ້ຳມັນພືດ ຄືກັບໂຄງການອາຫານໂລກ ເຮັດໃຫ້ນັກຮຽນ ກິນອາຫານທ່ຽງ ບໍ່ຄົບ 5 ມື້ຕໍ່ສັປດາ, ໂດຍສະເພາະ ນັກຮຽນໃນເຂດຫ່າງໄກ ທີ່ຜູ້ປົກຄອງ ບໍ່ສາມາດສນອງອາຫານ ໃຫ້ນັກຮຽນ ເອົາມາປຸງແຕ່ ຢູ່ໂຮງຮຽນໄດ້. ເຈົ້າໜ້າທີ່ ຜແນກສຶກສາທິການ ແລະ ກິລາ ແຂວງອຸດົມໄຊ ກ່າວໃນມື້ດຽວກັນນີ້ວ່າ:
“ອາຫານຕາມໝູ່ບ້ານ, ຈັ່ງຊີ້ນ່າ, ບາງເທື່ອກະຂາດແຄນ ເປັນມື້ ເວັ້ນມື້, ຫັ້ນນ່າ ມັນບໍ່ເຕັມທີ່. ບາງຄອບຄົວ ກະຈະບໍ່ມີອາຫານ ແບບທີ່ ບໍ່ສາມາດສົ່ງໃຫ້ກັບລູກຫຼານ ໃນໂຮງຮຽນໄດ້ ກໍເລີຍວ່າ ໄດ້ເອົາຫຼາຍໆຄົນ ທີ່ວ່າເປັນນັກຮຽນນຳກັນ, ຫັ້ນນ່າ. ມື້ນີ້ ຜູ້ນີ້ເອົາມາ ມື້ໜ້າ ຜູ້ໜ້າເອົາມາ. ພໍ່ແມ່ເຂົາໄປໄຮ່ໄປສວນ ລະກະໄດ້ໝາກແຕງ ໄດ້ໝາກຟັກ ແມ່ນຫຍັງມາ ແລ້ວກໍມາປະກອບຊ່ອຍກັນ. ສະນັ້ນແຫຼະ ມີແຕ່ວ່າ ບາງໂຮງຮຽນ ມັນສອກຫຼີກແທ້ໆ ເອົາຫຍັງນຳເຂົາບໍ່ໄດ້.”
ທ່ານກ່າວຕື່ມວ່າ ໂຄງການອາຫານໂລກ ໄດ້ຊ່ອຍເຫຼືອ ດ້ານການລ້ຽງສັດ ເປັນຕົ້ນໄກ່ ເພື່ອໄວ້ໃຫ້ນັກຮຽນໄດ້ກິນ ໂດຍມອບໃຫ້ບ້ານ ເປັນຜູ້ເອົາໃຈໃສ່, ແຕ່ບ້ານກໍເຮັດໃຫ້ໄກ່ ໝົດໄປແລ້ວ. ເຮັດໃຫ້ໄກ່ ທີ່ລ້ຽງເອົາໄວ້ປຸງອາຫານທ່ຽງ ແມ່ນບໍ່ມີແລ້ວ.
ນອກຈາກນີ້, ໂຄງການອາຫານໂລກ ຍັງໄດ້ຊ່ອຍເຫຼືອ ດ້ານການປູກຝັງ ເປັນຕົ້ນແມ່ນ ການປູກໝາກໄມ້ ເພື່ອໃຫ້ນັກຮຽນໄດ້ກິນ ໃນຄາບອາຫານກາງເວັນ, ແຕ່ຕົ້ນໝາກໄມ້ນັ້ນ ຕ້ອງໄດ້ໃຊ້ເວລາເຕີບໃຫຍ່ກ່ອນ ຈຶ່ງເຮັດໃຫ້ຍັງບໍ່ໄດ້ໝາກຜົລ ໃຫ້ນັກຮຽນໄດ້ກິນປານໃດ. ພ້ອມດຽວກັນນີ້, ກໍມີນັກຮຽນປະຖົມ ຈຳນວນນຶ່ງ ຢູ່ໃນໂຮງຮຽນຫຼາຍແຫ່ງ ບໍ່ໄດ້ກິນອາຫານທ່ຽງ ຖືກຫຼັກໂພຊະນາການ ເນື່ອງຈາກງົບປະມານ ທີ່ຣັຖບານໃຫ້ ມື້ລະ 800 ກີບ ຕໍ່ຄົນຕໍ່ຄາບ ໜ້ອຍເກີນໄປ. ເຈົ້າໜ້າທີ່ ຜແນກສຶກສາທິການ ແລະ ກິລາ ໃນເມືອງຂວາ ແຂວງຜົ້ງສາລີ ກ່າວໃນມື້ດຽວກັນນີ້ວ່າ:
“ໂຕຢ່າງວ່າ ໂຮງຮຽນກໍມີນັກຮຽນ 13 ຄົນ ແລ້ວເວລາແຕ່ງກິນຫັ້ນ ສ່ວນຫຼາຍຫັ້ນ ກໍຈະມີບັນຫາໃນການແຕ່ງ. 800 ກີບນີ້ ກໍຢູ່ໃນຄາບນຶ່ງຫັ້ນ ກໍຢາກໄດ້ຕາມຫຼັກໂພຊະນາການແທ້ ມັນກໍຫາກບໍ່ໄດ້, ຫັ້ນນ່າ. ບາງໂຮງຮຽນນີ້, ເຂົາກໍໝູນໃຊ້ເອົາ ບາງເທື່ອມື້ນີ້ບໍ່ແຕ່ງ ແລ້ວກໍເຂົາໄປແຕ່ງມື້ອື່ນກໍມີ. ສະນັ້ນ, ບ້ານຊົນເຜົ່າເນາະ ເຣື້ອງການຕອບສນອງ ເຂົ້າຊຸມຊົນຫັ້ນ ມັນກໍບໍ່ໄດ້ດີຫັ້ນແຫຼະ. ແລ້ວບາດນີ້, ການແຕ່ງກິນ ຂອງນັກຮຽນ ກໍສ່ວນຫຼາຍ ກໍຈະເປັນອາຫານແບບເບົາໆ ອາຫານເຍື່ອງດຽວ, ຈັ່ງຊີ້ນ່າ. ມີ່ໄວໆ, ປ໋ອງປາເບາະ ຫຼືວ່າຈືນໄຂ່.”
ທ່ານກ່າວຕື່ມວ່າ ປັດຈຸບັນ, ງົບປະມານໃນການຕິດຕາມ ໂຄງການອາຫານທ່ຽງ ກໍບໍ່ມີແລ້ວ ເຮັດໃຫ້ບໍ່ສາມາດ ປະເມີນໄດ້ຄັກແນ່ວ່າ ແຕ່ລະໂຮງຮຽນ ທີ່ໄດ້ຮັບການສືບຕໍ່ ໂຄງການອາຫານທ່ຽງ ຈາກຣັຖບານນັ້ນ, ແມ່ນມີຄວາມເຂັ້ມແຂງ ເພື່ອປຸງແຕ່ງອາຫານທ່ຽງ ໃຫ້ນັກຮຽນໄດ້ ຫຼືບໍ່ ເພາະວ່າບາງເທື່ອ ຕ້ອງອາສັຍວຽກງານອື່ນ ລົງໄປຕິດຕາມ ແລະ ໂຄສະນາ ໃຫ້ຜູ້ປົກຄອງ ແລະ ບ້ານ ຊ່ອຍເປັນເຈົ້າການ ປະກອບສ່ວນອາຫານທ່ຽງ ໃຫ້ລູກຫຼານ ຂອງໂຕເອງ ເພື່ອຫຼຸດຜ່ອນ ອັດຕຣາປະລະການຮຽນ ແລະ ເດັກນ້ອຍຂາດສານອາຫານ.
ຢູ່ໂຮງຮຽນປະຖົມ ບ້ານອູໃຕ້, ເມືອງຍອດອູ ແຂວງຜົ້ງສາລີ ກໍເປັນນຶ່ງໃນໂຮງຮຽນ ທີ່ເຄີຍໄດ້ຮັບການຊ່ອຍເຫຼືອ ໂຄງການອາຫານທ່ຽງ ຈາກໂຄງການອາຫານໂລກ ແລະ ປັດຈຸບັນ ແມ່ນຣັຖບານລາວ ເປັນຜູ້ສືບຕໍ່ໂຄງການດັ່ງກ່າວ, ເຊິ່ງການຊ່ອຍເຫຼືອ ຂອງຣັຖບານ ດ້ວຍງົບປະມານ ຄົນລະ 800 ກີບ ຕໍ່ມື້ຕໍ່ຄາບຕໍ່ຄົນ ແມ່ນບໍ່ພຽງພໍ ເຮັດໃຫ້ຊຸມຊົນ ຕ້ອງໄດ້ປະກອບສ່ວນເອງ ຄືຜູ້ປົກຄອງນັກຮຽນ ຕ້ອງໄດ້ປະກອບສ່ວນ ຜັດປ່ຽນເວນປະຈຳວັນ ເອົາຊີ້ນຄົນລະໂລ ມາປຸງແຕ່ງອາຫານທ່ຽງ ພ້ອມສົມທົບທຶນ ຊື້ຜັກ, ນ້ຳມັນພືດ, ໝາກໄມ້, ເຂົ້າສານ ແລະ ຈ້າງແມ່ຄົວ ປຸ່ງແຕ່ງອາຫານ ສົກຮຽນລະ 68 ພັນກີບ ຕໍ່ນັກຮຽນ 1 ຄົນ. ດັ່ງນາຍຄຣູ ຢູ່ໂຮງຮຽນປະຖົມ ບ້ານອູໃຕ້, ເມືອງຍອດອູ ແຂວງຜົ້ງສາລີ ກ່າວໃນມື້ດຽວກັນນີ້ວ່າ:
“ກໍອາຫານທ່ຽງນີ້ ສ່ວນຫຼາຍ ກະອັນຣັຖບານອຸດໜູນ ກໍບໍ່ພຽງພໍນີ້ແຫຼະ. ບາດນີ້ໄຂ່ໜ່ວຍນຶ່ງກະ 2 ພັນກີບ ມັນກະບໍ່ພໍແຫຼະ, ແຕ່ຊຸມຊົນ ຕ້ອງໄດ້ປະກອບສ່ວນເດ້. ນັກຮຽນຄົນນຶ່ງ ກໍຊີ້ນ 1 ໂລ ກັບເງິນ 68 ພັນກີບ. ເງິນ 68 ພັນກີບຫັ້ນ, ກໍຊື້ຜັກແດ່ ຈ້າງແມ່ຄົວປົກກະຕິແດ່ເດ້. ນ້ຳມັນອີ່ຫຍັງ ກໍແມ່ນຕ້ອງໄດ້ຊື້.”
ທ່ານກ່າວຕື່ມວ່າ ໃນໄລຍະທີ່ໂຄງການອາຫານທ່ຽງ ຈາກໂຄງການອາຫານໂລກ ເຂົ້າມາໃຫ້ການສນັບສນູນ ແມ່ນໂຮງຮຽນປະຖົມ ບ້ານອູໃຕ້ ໄດ້ຮັບປໂຍດເຕັມໆ ແລະ ບໍ່ໄດ້ປະກອບສ່ວນຫຍັງ. ສ່ວນວ່າຜູ້ປົກຄອງນັກຮຽນ ປະກອບສ່ວນ ສົກຮຽນ 50 ປາຍພັນກີບ ຕໍ່ນັກຮຽນນຶ່ງຄົນ ເນື່ອງຈາກໂຮງຮຽນແຫ່ງນີ້ ບໍ່ມີເງື່ອນໄຂທີ່ເໝາະສົມ ຈະປູກຜັກສວນຄົວ, ລ້ຽງສັດ ເພື່ອປຸງແຕ່ງ ເປັນອາຫານທ່ຽງໃຫ້ນັກຮຽນ.
ນອກຈາກນີ້, ທ່ານ ຢານ ເດລແບ, ຜູ້ອຳນວຍການ ໂຄງການອາຫານໂລກ ປະຈຳລາວ ຍັງໄດ້ກ່າວວ່າ ໂຄງການອາຫານໂລກ ໄດ້ໃຫ້ການສນັບສນູນ ອາຫານທ່ຽງໃນໂຮງຮຽນ ຕັ້ງແຕ່ປີ 2002 ແລະ ໃນກາງປີ 2019 ໄດ້ມອບໂອນ ໂຄງການອາຫານທ່ຽງໃນໂຮງຮຽນ ຈຳນວນ 515 ໂຮງຮຽນ ໃຫ້ແກ່ຣັຖບານລາວ, ເຊິ່ງການມອບໂອນດັ່ງກ່າວ ເປັນຂີດໝາຍອັນສຳຄັນ ຂອງວຽກງານ ອາຫານທ່ຽງໃນໂຮງຮຽນ, ແຕ່ອາຈຍັງຕ້ອງໃຊ້ເວລາອີກຍາວນານ ກ່ອນທີ່ແຜນງານແຫ່ງຊາຕ ວ່າດ້ວຍ ອາຫານທ່ຽງໃນໂຮງຮຽນ ຈະສາມາດຈັດຫາອາຫານທ່ຽງ ທີ່ມີຄຸນຄ່າ ທາງໂພຊະນາການ ແລະ ມີຄຸນນະພາບ.