ຊາວລາວຊົນນະບົດ ຂາດການຊ່ອຍເຫຼືອ
ຊາວລາວ ທີ່ ຢູ່ໃນເຂດ ສອກຫລີກ ຫ່າງໄກ ບໍ່ໄດ້ຮັບ ການສຶກສາ ການ ຮັກສາ ສຸຂພາບ ແລະ ການຊ່ວຍເຫລືອ ໃດໆ ຈາກ ຣັຖບານ ແລະ ອົງການ ຕ່າງປະເທດ.
-
2013-07-22 -
-
-
Your browser doesn’t support HTML5 audio
ຊາວລາວ ທີ່ ຢູ່ໃນເຂດ ສອກຫລີກ ຫ່າງໄກ ບໍ່ໄດ້ຮັບ ການສຶກສາ ການ ຮັກສາ ສຸຂພາບ ແລະ ການຊ່ວຍເຫລືອ ໃດໆຈາກຣັຖບານ ແລະ ອົງການຕ່າງປະເທດ. ຕົວຢ່າງ ແຂວງຊຽງຂວາງມີປະຊາຊົນ ຈຳນວນ ຫລວງຫລາຍ ທີ່ໄປພັກ ຢູ່ໄຮ່ຢູ່ສວນ ເປັນເວລາດົນນານ ຫລາຍເດືອນ ຈຶ່ງກັບມາ ບ້ານ; ພວກນີ້ມີ ຄວາມສ່ຽງສູງ ທີ່ຈະຕິດ ເຊື້ອໂຣຄ ເປັນຕົ້ນເຊື້ອ ພຍາດ ໄຂ້ເລືອດອອກ ຊຶ່ງກຳລັງ ຣະບາດ ຢ່າງແຮງ ຢູ່ລາວ. ເຈົ້າໜ້າທີ່ ຜແນກ ສາທາຣະນະສຸຂ ແຂວງ ຊຽງຂວາງ ທ່ານນຶ່ງ ອະທິບາຍ ກ່ຽວກັບ ບັນຫານີ້ ວ່າ:
“ຍ່າງເອງ ໄປເອງ ຂ້າມພູ ຂ້າມຫ້ວຍ ໄປຢູ່ໄຮ່ເຂົາ ບ່ອນຫາກິນ ຂອງເຂົານະ ເນາະ ກໍກິນຢູ່ພຸ້ນ ນຳສອງສາມ ເດືອນ ກໍບໍ່ມາ ເຂົ້າບ້ານ ກໍມີນ໋າ ມັນບໍ່ແມ່ນ ຢູ່ບ້ານເດີ້ ຢູ່ບ້ານຫັ່ນ ພວກເຮົາ ເຮັດແລ້ວ ຂ້ອນຂ້າງ ເຂົ້າໄປເຖິງ ໄດ້ ຫັ່ນນະ.”
ເຈົ້າໜ້າທີ່ ຜູ້ນີ້ ເວົ້າອີກວ່າ ຢູ່ແຂວງ ຊຽງຂວາງ ມີ ປະຊາຊົນ ບັນດາ ຊົນເຜົ່າ ເຖິງ 40 ສ່ວນຮ້ອຍ ຈຳເປັນຕ້ອງໜີ ອອກຈາກບ້ານ ໄປທຳມາ ຫາກິນ ຢູ່ເທິງພູ ເທິງຜາ. ເຈົ້າໜ້າທີ່ ຜແນກ ສາທາຣະນະສຸຂ ກໍບໍ່ສາມາດ ໄປຊ່ວຍເຫລືອ ໄດ້ ສິ່ງທີ່ໜ້າ ເປັນຫ່ວງທີ່ສຸດ ແມ່ນ ຜູ້ໃຫຍ່ ເອົາເດັກນ້ອຍ ໄປຢູ່ນຳ. ເດັກນ້ອຍ ເຫລົ່ານີ້ ຈະຂາດ ການສຶກສາ ແລະ ການປິ່ນປົວ ໃນເວລາ ເຈັບເປັນ.
ປັດຈຸບັນ ເຖິງວ່າ ຣັຖບານ ແລະ ອົງການ ຊ່ວຍເຫລືອ ຕ່າງປະເທດ ໄດ້ ພຍາຍາມ ສ້າງ ໂຮງຮຽນ ແລະ ສຸຂສາລາ ຢູ່ໃນເຂດ ຊົນນະບົດ ແລະ ສອກຫລີກ ຫ່າງໄກ ໃຫ້ມີຫລາຍຂື້ນ ກໍຕາມ ແຕ່ຍັງ ບໍ່ທົ່ວເຖິງ; ຊາວບ້ານ ຫລາຍບ້ານ ຢູ່ໃນ ແຂວງ ຊຽງຂວາງ ແລະ ແຂວງອື່ນໆ ຢູ່ໄກ ໂຮງຮຽນ ແລະ ສຸຂສາລາ ເກີນໄປ. ສະນັ້ນ ຢູ່ເຂດ ສອກຫລີກ ຫ່າງໄກ ຈຶ່ງຍັງມີ ເດັກນ້ອຍ ບໍ່ໄດ້ເຂົ້າ ໂຮງຮຽນ ແລະ ການເສັຍຊີວິດ ຂອງແມ່ ແລະ ເດັກນ້ອຍ ກໍຍັງສູງ ຢູ່ລາວ.