ສວນກ້ວຍຈີນ ສົ່ງຜົນກະທົບ ຕໍ່ຊາວບ້ານ
2019.05.06
ປະຊາຊົນບ້ານ ພີເຍີະ ເມືອງສິງ ແຂວງຫຼວງນໍ້າທາ 370 ຄົນ ໄດ້ຮັບຜົນກະທົບຈາກ ສານເຄມີ ໃນສວນກ້ວຍຈີນ ໂດຍສະເພາະ ໃນເວລາ ທີ່ເຈົ້າຂອງສວນກ້ວຍ ພົ່ນສານເຄມີ ໃນສວນກ້ວຍ ຈະເຮັດໃຫ້ ເກີດກິ່ນເໝັນກຸ້ມ ໄປທົ່ວໝູ່ບ້ານ. ດັ່ງປະຊາຊົນບ້ານ ພີເຍີະ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 5 ພຶສພານີ້ວ່າ:
“ເວລາເຮັດສວນກ້ວຍນີ້ ແມ່ນໄດ້ໃສ່ຢາຫຼາຍສູດ ຕາມທີ່ເຮົາເຫັນມາ ບ້ານກະຢູ່ມໍ່ແດ່ ແລະກໍເວລາ ສີດຢາ ຢາກໍເຂົ້າມາຢູ່ໃນບ້ານ ຂິວແດ່ ເໝັນແດ່ ບໍ່ແມ່ນແຕ່ຢູ່ນີ້ແຫຼະ ໝົດບ້ານນີ້ແຫຼະ ເວລາມີຟ້າລົມ ແມ່ນເຂົ້າມາຢູ່ບ້ານໝົດ ມີກິ່ນຂິວເນາະ.”
ບ້ານ ພີເຍີະ ເປັນບ້ານຊົນເຜົ່າອາຄາ ມີ 80 ຫລັງຄາເຮືອນ ມີປະຊາຊົນພາຍໃນບ້ານ 370 ກວ່າຄົນ ທີ່ໄດ້ຮັບຜົນກະທົບ ຈາກສານເຄມີ ໃນສວນກ້ວຍ ຂອງຈີນ ນັບແຕ່ປີ 2010 ເປັນຕົ້ນມາ. ເນື້ອທີ່ ສວນກ້ວຍຂອງຈີນ ທີ່ມີທັງໝົດ 200 ເຮັກຕາ ຢູ່ໃກ້ກັບໂຮງຮຽນ, ບ້ານ ແລະ ແຫລ່ງນໍ້າ ທີ່ປະຊາຊົນໃຊ້ ໃນແຕ່ລະວັນ. ທາງການແຂວງຫລວງນໍ້າທາ ບໍ່ສາມາດຄຸ້ມຄອງ ການໃຊ້ສານເຄມີ ຢູ່ໃນສວນກ້ວຍໄດ້ ດ່ັງເຈົ້າໜ້າທີ່ຫ້ອງ ການຊັພຍາກອນນໍ້າ ແລະ ສິ່ງແວດລ້ອມທ່ານນຶ່ງ ໄດ້ກ່າວວ່າ:
“ແຂວງຫລວງນໍ້າທາ ມັນເປັນແຂວງ ທີ່ມີຊາຍແດນຕິດກັບປະເທດຈີນ ແລະ ການນໍາສານເຄມີ ຈໍາພວກນີ້ ເຂົ້າມາໃນແຂວງຫລວງນໍ້າທານີ້ ເຮັດໃຫ້ພວກເຮົາຄຸ້ມຄອງບໍ່ໄດ້ ເຂົ້າມາແບບບໍ່ຖືກຕ້ອງຫັ້ນ ແລະໃນເມື່ອເຂົ້າມາບໍ່ຖືກຕ້ອງແລ້ວ ການນໍາໃຊ້ກະບໍ່ຖືກຕ້ອງ ຈຶ່ງວ່າເຮັດໃຫ້ ມີຜົນກະທົບ ຕໍ່ຊີວິດແລະຊັບສິນຂອງປະຊາຊົນ ໃນຫລວງນໍ້າທາຫຼາຍ.”
ທ່ານ ກ່າວຕື່ມວ່າ ໃນການກະສິກັມນີ້ ມັນກະຫລີກລ້ຽງບໍ່ໄດ້ ໃນການນໍາໃຊ້ເຣື່ອງສານເຄມີ ເປັນຕົ້ນແມ່ນຢາຂ້າຫຍ້າ, ຢາຂ້າແມງໄມ້ ແລະ ຢາຂ້າຫອຍ ພວກສານເຄມີເຫຼົ່ານີ້ ມັນມີຜົນກະທົບ ຕໍ່ຊີວິດແລະ ຊັບສິນຂອງປະຊາຊົນ.
ໃນປີ 2017, ມີຜູ້ເສັຽຊີວິດ 2 ຄົນ ເປັນປະຊາຊົນ ບ້ານຊຽງຍືນ ເມືອງສິງ ຍ້ອນເຝົ້າສວນກ້ວຍ ແລະ ເດັກນ້ອຍອີກ 1 ຄົນ ເສັຽຊີວິດ ຍ້ອນສານເຄມີ ໃນສວນກ້ວຍ ບ້ານຫນອງບົວ ເມືອງສິງ. ທີ່ຜ່ານມາ ຣັຖບານກໍເຄີຍສັ່ງໂຈະ ການເອົາທີ່ດິນໃຫ້ນັກລົງທຶນຈີນ ສັມປະທານ ປູກກ້ວຍ, ແຕ່ຕໍ່ມາ ກໍ ໄດ້ມີອະນຸຍາດໃຫ້ປູກຄືເກົ່າ ໂດຍເຈົ້າໜ້າທີ່ເວົ້າ ຈະຄວບຄຸມການໃຊ້ສານເຄມີຢູ່ໃນສວນກ້ວຍຢ່າງເຂັ້ມງວດ.